ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຕີ ໝາຍເລກນຶ່ງ ສຫລ ຍ້ອງຍໍ ຄວາມກ້າວໜ້າ ຫຼາຍໆ​ດ້ານ ຂອງ ອາ​ເມ​ຣິ​ກາ ທີ່ ປະເທດຈີນ (ສະ​ໄລ​ດ໌/​ວີ​ດີ​ໂອ)


ສະຕີໝາຍເລກນຶ່ງ ທ່ານນາງ Michelle Obama ນັ່ງຢູ່ໃນຫ້ອງ ຮຽນ ພາສາອັງກິດ ກັບນັກຮຽນ ທີ່ໂຮງຮຽນ ມັດທະຍົມ ໃນເມືອງ Chengdu ແຂວງ Sichuan.
ສະຕີໝາຍເລກນຶ່ງ ທ່ານນາງ Michelle Obama ນັ່ງຢູ່ໃນຫ້ອງ ຮຽນ ພາສາອັງກິດ ກັບນັກຮຽນ ທີ່ໂຮງຮຽນ ມັດທະຍົມ ໃນເມືອງ Chengdu ແຂວງ Sichuan.
ສະຕີ​ໝາຍ​ເລກ​ນຶ່ງ ສະຫະລັດ ທ່ານ​ນາງ Michelle
Obama ​ໄດ້ໂຄສະນາ ເຜີຍແຜ່ກ່ຽວກັບ​ຄວາມ​ກ້າວໜ້າ
ຂອງອາເມຣິກາ ໃນຄວາມ​ສະ​ເໝີ​ພາບດ້ານຊົນຊາດຊົນ
​ເຜົ່າ​ ສິດທິ​ພົນລະເມືອງ ​ແລະສິດ​ເສລີພາບທາງ​ດ້ານ​ສາ​
ສະໜາ ​ໃນ​ຂະນທີ່ທ່ານ​ນາງ ການຢ້ຽມຢາມ​ປະ​ເທດ​ຈີນ.

ທ່ານ​ນາງ Obama ​ໄດ້​ໃຫ້ຄວາມເຫັນດັ່ງກ່າວໃນ​ວັນ
​ອັງຄານ​ມື້​ນີ້ ​ໃນ​ຂະນະ​ທີ່ຖະ​ແຫລ​ງຕໍ່ພວກນັກ​ຮຽນຈີນ
ຢູ່ໂຮງຮຽນມັດທະຍົມປາຍ ທີ່​ມີ​ຊື່​ສຽງ​ແຫ່ງ​ນຶ່ງ ​ໃນແຂວງ
Sichuan ທາງ​ພາກ​ຕາ​ເວັນຕົກສຽງ​ໃຕ້ຂອງຈີນ​.

ທ່ານ​ນາງກ່າວ​ວ່າ ໃນອາເມຣິກາ ​ພວກທີ່ເຮັດ​ວຽກ​ໜັກ​ສາມາດ​ປະສົບ​ກັບຄວາມ ​ສໍາ​ເລັດໄດ້ “ບໍ່​ວ່າ ເຈົ້າຈະ​ຢູ່​ໃສ ຫລືພໍ່​ແມ່​ຂອງ​ເຈົ້າມີເງິນຄຳຫລາຍ​ປານໃດ ຫລື ຜີວພັນ​ເປັນສີໃດ ນັບຖືສາສະໜາ​ຫຍັງ ຫລື​ເຜົ່າ​ພັນ​ຂອງ​ເຈົ້າແມ່ນ​ຫຍັງ.”

ສະຕີ​ໝາຍ​ເລກ​ນຶ່ງ ພະຍາຍາມ​ຫລີກ​ລ່ຽງ ບັນຫາ​ຂັດ​ແຍ້ງທາງ​ດ້ານ​ການ​ເມືອງ ​ໃນ​ລະ
ຫວ່າງ​ທີ່ທ່ານ​ນາງ​ທຳການຢ້ຽມຢາມເປັນເວລານຶ່ງ​ອາທິດ ​ແຕ່ໄດ້ເພັ່ງເລັງ ໃສ່ເລື່ອງ​ຕ່າງໆ ​ເຊັ່ນ​ວ່າການ​ສຶກສາເປັນຕົ້ນ.

ແຕ່ໄດ້ມີການຍົກເວັ້ນໃນມື້​ວັນ​ເສົາ​ທີ່​ຜ່ານ​ມາ ​ເວລາທ່ານ​ນາງ ​ໄດ້​ກ່າວ​ຕໍ່​ກຸ່ມ​ນັກ​ສຶກສາ​ຈີນ ​ແລະ​ອາ​ເມຣິກັນວ່າ ​ສິດເສລີພາບ​ທາງດ້ານສາສະໜາ​ແລະ​ການເຂົ້າ​ ຫາ​ເຂົ້າເຖິງຂໍ້​ມູນຕ່າງໆນັ້ນ​ ໄດ້​ເປັນ “ສິດທິ​ສາກົນ” ຂອງມະນຸດ.

ຈີນ ແມ່ນຮວມຢູ່​ໃນບັນດາ​ປະ​ເທດ​ທີ່ມີການກົດຂີ່ຫຼາຍ​ທີ່​ສຸດ​ໃນ​ໂລກ ກ່ຽວ​ກັບ​ເສລີພາບ​
ໃນ​ການ​ປາກ​ເວົ້າ ການປາບປາມກົດຂີ່ພວກຄັດຄ້ານລັດຖະບານ ການ ກີດ​ກັ້ນ​ບໍ່ໃຫ້
ຜູ້ຄົນເຂົ້າໄປອ່ານຂ່າວສານ​ ​ແລະ​ໜ້າ​ເວັບໄຊຕ່າງໆ ​ແລະ​ກວດກາ​ຂ່າວ​ທາງ​ອິນ​ເຕີ
ແນັດທີ່ປັກ​ກິ່ງ​ເຫັນ​ວ່າບໍ່​ຖືກຕ້ອງນັ້ນ.

ສະຫະລັດ ​ຍັງໄດ້​ຕິຕຽນຈີນ ​ເປັນ​ປະ​ຈໍາ ​ໃນ​ການ​ປະພຶດ​ປະຕິບັດຕໍ່​ຊາວ​ທິ​ເບ​ດ ​ແລະ
ຊາວມຸສລິ​ມວີເກີ້ ທີ່ພາກັນຈົ່ມທຸກວ່າ ລັດຖະບານ​ໄດ້ປະຫັດປະຫານ ແລະ​ຈຳກັດຮັດ
ແຄບການ​ປະຕິບັດ​ສາສະໜາ​ກິດຂອງ​ພວກເຂົາ​ເຈົ້າ.

XS
SM
MD
LG