ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຢູ່ກຳປູເຈຍ ໂຣກເອດສ໌ ແມ່ນມາ ກັບຄວາມລັງກຽດ (ວີດີໂອ ພາສາອັງກິດ/ລາວ)


In Cambodia, HIV Diagnosis Brings Deadly Shame
please wait

No media source currently available

0:00 0:03:49 0:00

ເບິ່ງວີດີໂອພາສາອັງກິດ ກ່ຽວກັບລາຍງານນີ້.

ເຖິງ​ແມ່ນ​ວ່າ ໂຣກ HIV/AIDS ​ໃນ​ປັດ​ຈຸ​ບັນ​ ຈະ​ເປັນ​ໂຣກ​ທີ່ປິ່ນ
ປົວໄດ້ກໍ​ຕາມ ​ແຕ່ການຖືກ​ວິນິດ​ໄສ​ວ່າ​ເປັນໂຣກນີ້ ​ ກໍ​ຍັງ​ເປັນ​ປະ
ສົບ​ການທີ່​ປ່ຽນ​ແປງຊີວິດໄດ້. ຢູ່ກຳປູ​ເຈຍ ພວກ​ຜູ້​ຄົນ​ທີ່​ຕິດ​ເຊື້ອ
HIV ມັກຈະ​ຖືກ​ເພື່ອນ​ຝູງ​ ຄອບຄົວ ​ແລະ​ປະຊາ​ຄົມ ປະຕິ​ເສດ
​ແລະຕັດຂາດ. ຄວາມ​ອັບອາຍ​ຂາຍໜ້າດັ່ງກ່າວນີ້ ອາດສາມາດ
​ເປັນ​ສິ່ງ​ທີ່​ທົນ​ບໍ່​ໄດ້. ​ອັນດັບ​ຕໍ່​ໄປ ເຮົາ​ມີ​ເລື້ອງລາວ​ກ່ຽວ​ກັບການດິ້ນ
ຮົນຕໍ່​ສູ້ຂອງ​ແມ່ຍິງ​ກຳປູ​ເຈຍ​ຄົນ​ນຶ່ງ​ ​ເພື່ອໃຫ້ຜ່ານ​ພົ້ນ​ໂສກນາດຕະ
ກຳ​ບັ້ນ​ນຶ່ງ​ໃນ​ຊີວິດ​ຂອງນາງ​ ​ເມື່ອຖືກກວດ​ເຫັນວ່າ​ນາງ​ຕິດ​ເຊື້ອ​ໄວ
ຣັສ HIV ທີ່​ພາ​ໃຫ້​ເປັນ​ໂຣກ AIDS ຊຶ່ງ​ສິງ​ຈະ​ນຳມາສະ​ເໜີ​ທ່ານ.

ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:

ໃນທຸກໆ​ເຊົ້າ​ທີ່​ນາງ​ອຸກ​ນາວີ ຢືນແຕ່ງໂຕ​ຢູ່​ຕໍ່ໜ້າ​ກະຈົກ​ ນາງກໍແມ່ນ​ຈະເຫລືອດ​ເບິ່ງ​ຮູບ
​ຂອງ​ມື້​ລາງ​ສາມີ​ຂອງ​ນາງ ​ແລະ​ລະ​ນຶກເຖິງວັນ​ເວລາ​ທີ່​ພວກ​ເຂົາ​ເຈົ້າ​ເຄີຍ​ມ່ວນ​ຊື່ນ​ນຳ​ກັນ​.

ສາມີ​ຂອງ​ນາງ​ໄດ້​ຂ້າ​ໂຕ​ຕາຍ ຫຼັງ​ຈາກຮູ້ຈັກ​ວ່າ​ຕົນ​ເອງ​ຕິດເຊື້ອ HIV.

ນາງ​ອຸກ​ນາວີ ​ເລົ່າ​ວ່າ “ຫຼັງ ​ຈາກເສັດ​ສິ້ນ​ພິທີ​ສົ່ງສະການ​ສາມີ​ຂ້ອຍ​ໄດ້​ບໍ່​ດົນ
ຂ້ອຍ​ກໍຖືກຢຽດ​ຢາມ ​ແລະ​ໄດ້​ຮັບ​ການ​ປະຕິບັດ​ຕໍ່ ​ຜິດ​ກັບ​ແຕ່​ກ່ອນ​ຈາກ​ພວກ​
ຊາວບ້ານ. ພວກ​ເດັກນ້ອຍ​ໃນ​ບ້ານ​ດຽວ​ກັນ ກໍ​ເລີ້ມ​ເວົ້າເຍາະເຍີ້​ຍລູກ​ຊາຍ​

ຂ້ອຍເວົ້າ​ໃສ່​ລາວວ່າ ‘ພໍ່​ມຶງເປັນໂຣກ AIDS ​ແລະ​ລາວ​ອາດ​ຈະ​ໄດ້​ແຜ່​ຜາຍ
ໄປ​ໃສ່​ຄົນ​ໃນໝົດ​ບ້ານ​ແລ້ວ ກໍໄດ້’
.”

ຫລັງ​ຈາກ​ຜົວ​ຕາຍ ນາງ​ອຸກ​ນາວີໄດ້​ສືບ​ຕໍ່​ອາ​ໄສຢູ່​ໃນ​ເຮືອນ​ຂອງ​ລາວຕໍ່ໄປ ຢູ່​ໃກ້ໆ​ກັບ
ຊາຍ​ແດນ​ໄທ ​ແລະ​ນາງ​ກໍ​ມີ​ຄວາມ​ຢ້ານ​ກົວ​ວ່າ ນາງ​ເອງ​ກໍ​ອາດ​ໄດ້​ຕິດ​ເຊື້ອ​ພະຍາດ
ດັ່ງກ່າວນັ້ນ​ ແລ້ວ​ເຊັ່ນ​ກັນ.

ນາງ​ອຸກ​ນາວີ ກ່າວ​ວ່າ: “ຂ້ອຍ​ເວົ້າ​ກັບ​ໂຕ​ເອງ​ວ່າ ຖ້າ​ຂ້ອຍຕິດພະຍາດຄື​ກັນ
ຂ້ອຍ​ຈະຂ້າໂຕ​ຕາຍ. ຂ້ອຍ​ຢາກ​ຕາຍ​ດີກ​ວ່າ ​ເພາະວ່າການ​ເປັນ​ໂຣກ AIDS ​
ນຳເອົາ​ແຕ່ຄວາມ​ອັບອາຍ​ມາໃຫ້. ການ​ຖືກ​ກາໜ້າວ່າ​ເປັນ​ໂຣກ AIDS ​ມັນ
​ຮຸນ​ແຮງ​ຫລາຍ ​ແລະຜູ້​ຄົນ​ກໍ​ພາກັນ​ລັງ​ກຽດ​ແລະ​ຢຽດ​ຢາມ.”


​ຍ້ອນ​ຄວາມ​ລັງກຽດ ພວກ​ຊາວບ້ານ​ໄດ້​ເອົາ​ໄຟ​ຈູດ​ເຮືອນ​ລາວ. ນາງ​ອຸກ​ນາວີ ຈຶ່ງ​ໄດ້
​ກັບຄືນ​ບ້ານ​ໄປ​ຢູກັບ​ເອື້ອຍ​ລາວ ​ໃກ້​ກັບ​ນະຄອນຫຼວງ​ພະນົມ​ເປັນ.

ລາວ​ມັກ​ເຈັບ​ຢູ່​ເລື້ອຍ​ໆ ​ແລະ​ການກວດ​ສຸຂະພາບ​ໄດ້ຢັ້ງຢືນ​ຄວາມ​ຢ້ານ​ກົວ​ທີ່​ສຸດ​ຂອງ​
ລາວ ກໍ​ຄື​ລາວໄດ້ຕິດ​ເຊື້ອ HIV ຊຶ່ງ​ເປັນ​ເຊື້ອ​ໄວຣັສ ທີ່​ພາ​ໃຫ້​ເປັນ​ໂຣກ AIDS ນັ້ນ.

ນາງ​ອຸກ​ນາວີ ກ່າວ​ວ່າ:

“​ເອື້ອຍ​ຄົນ​ດຽວຂອງ​ຂ້ອຍ ​ແລະ​ພວກ​ລູກ​ນ້ອງ​ລູກ​ອ້າຍ​ຂ້ອຍ ພາກັນ​ສະ​ແດງ​ ​
ທ່າ​ທີແບບ​ລັງ​ກຽດຕໍ່​ຂ້ອຍ. ​ແຕ່​ກ່ອນ​ນັ້ນ ພວກ​ເຮົາ​ໄດ້​ກິນເຂົ້າ​ກິນ​ນ້ຳ​ນຳ​ກັນ ​
ແຕ່​ຫຼັງ​ຈາກ​ຮູ້​ວ່າ ຂ້ອຍ​ຕິດ​ເຊື້ອ HIV ​ແລ້ວ ພວກ​ເຂົາ​ເຈົ້າ​ກໍ​ບໍ່​ຢາກກິນ​ເຂົ້າ​
ກິນ​ນ້ຳ​ຮ່ວມ​ກັບ​ຂ້ອຍ ​ເວລາ​ລູກ​ຊາຍຂ້ອຍໄປຫຼິ້ນ​ຢູ່​ໃກ້ໆ ພວກ​ເຂົາ​ເຈົ້ນ​ເອີ້ນ​
ລາວ​ວ່າ “ລູກ​ຄົນ​ເປັນ AIDS.

ກຳປູ​ເຈຍ​ໃຫ້​ຢາ​ຟີ ​ແກ່​ພວກ​ປະຊາຊົນ​ທີ່​ຕິດ​ເຊື້ອ HIV 7 ໝື່ນ​ຄົນ​ຢູ່​ໃນປະ​ເທດ​.

ຮູບນາງ Uch Navy ກັບມື້ລາງສາມີ ໃນສະໄໝທີ່ມີຄວາມສຸກນຳກັນ
ຮູບນາງ Uch Navy ກັບມື້ລາງສາມີ ໃນສະໄໝທີ່ມີຄວາມສຸກນຳກັນ

​ແຕ່​ຫຼາຍ​ຄົນ​ຕ້ອງ​ຍົກຍ້າຍ​ຈາກ​ເຂດ​ຊົນນະບົດ ​ເຂົ້າໄປອາ​ໄສ​
ຢູ່​ໃນ​ເມືອງຕ່າງໆ ​ເພື່ອ​ຮັບ​ການ​ປິ່ນປົວ. ພວກ​ທີ່ທຸກ​ຈົນກໍພາກັນ
​ອາ​ໄສ​ຢູ່​ໃນ​ເຂດ​ເປິ​ເປື້ອນ. ຄວາມ​ລັງ​ກຽດຢຽດ​ຢາມທີ່​ເຂົາ​ເຈົ້າ
ໄດ້​ຮັບຈາກ​ພວກ​ສະມາຊິກ​ຄອບຄົວ ​ແລະ​ປະຊາ​ຄົມ ​ພາ​ໃຫ້​
ເຂົາ​ເຈົ້າ​ມີ​ຄວາມ​ຮູ້ສຶກ​ຜິດ ອັບອາຍ​ຂາຍໜ້າ​ ​ແລະ​ຖິ້ມ​ໂທດ​ໃສ່
​ຕົນ​ເອງ.

ທ່ານ Teng Kunthy ເປັນເລຂາທິການໃຫຍ່​ຂອງ ​ອົງ​ການ​ໂຣກ AIDS ​ແຫ່ງ​ຊາດກຳປູ​ເຈຍ.

ທ່ານ Teng Kunthy ກ່າວ​ວ່າ “ ​ ເກືອບ 75 ​ເປີ​ເຊັນ​ຂອງຄົນ​ພວກ​ນີ້ ຄຶດວ່າ ພວກ
​ເຂົາ​ເຈົ້າ​ໄດ້​ທຳ​ຄວາມ​ຜິດພາດຢ່າງ​ໃຫຍ່​ຫຼວງ​ຫຼາຍໃນ​ຊີວິດຂອງ​ເຂົາ​ເຈົ້າ ຈົນ​ພວກ
​ເຂົາ​ເຈົ້າພາກັນ​ຈຳ​ແນ​ກຕົນ​ເອງ ​ແລະ​ໂດດດ່ຽວ​ຕົນ​ເອງ​ຈາກ​ສັງຄົມ ​ແລະ​ກໍລະນີ​
ທີ່​ຮ້າຍແຮງ​ທີ່​ສຸດ ກໍ​ແມ່ນ​ຈົບ​ລົງ​ດ້ວຍ​ການຂ້າ​ໂຕ​ຕາຍ ຢູ່​ເລື້ອຍໆ.”

​ຍ້ອນ​ຄວາມ​ຮູ້ສຶກ​ສິ້ນຫວັງແລະ​ໂດດດ່ຽວ ນາງ​ອຸກ​ນາວີ ເຄີຍຄິດ​ທີ່​ຈະ​ຂ້າ​ໂຕ​ຕາຍ​ຕາມ
ສາມີໄປ​.

ນາງເວົ້າ​ວ່າ “ຂ້ອຍບໍ່​ສະບາຍ​ຫຼາຍ ​ແລະ​ຈ່ອຍ​ຜອມ​ລົງ​ຫຼາຍ ຈົນຂ້ອຍ ບໍ່ຢາກ​ຈະ​ມີ ​
ຊີວິດ​ຢູ່​ຕໍ່​ໄປ . ​ແຕ່​ບາດ​ແລ້ວ ​ຂ້ອຍ​ຄຶດ​ຫາ​ລູກ​ຊາຍ​ຂ້ອຍ ​ແລະ​ອີ​ດູ​ຕົນ​ລາວ ດັ່ງ​ນັ້ນ
ຂ້ອຍ​ຈຶ່ງ​ພະຍາຍາມ​ຕໍ່ສູ້ ເພື່ອ​ໃຫ້ມີຊີວິດ​ຢູ່ລອດ​ຕໍ່​ໄປ ​ເພື່ອ​ລູກ​ຊາຍ​ຂ້ອຍ​ຄົນ​ດຽວ.

​ເຖິງ​ແມ່ນ​ນາງ​ອຸກ​ນາວີ ມີ​ເຫື່ອ​ແຮງ ທີ່​ຈະ​ສູ້​ຊົນມີ​ຊີວິດ​ຢູ່​ຕໍ່​ໄປ​ກໍ​ຕາມ ​ແຕ່ການ​ດຳ​ເນີ​ນ
ຊີວິດ​ຂອງລາວກໍ​ບໍ່​ງ່າຍ. ​ເອື້ອຍ​ລາວ ນາງ Suon Kea ​ບໍ່​ສາມາດ​ຊ່ອຍ​ລາວ​ໄດ້​ອີກແລ້ວ.

ນາງ Suon Kea ​ເວົ້າ​ວ່າ “ ຂ້ອຍ​ບໍ່​ສາມາດ​ລ້ຽງ​ລາວໄດ້ ເພາະວ່າ ຂ້ອຍ​ເອງ​ກໍ
ເກືອບຈະ​ບໍ່​ສາມາດ​ລ້ຽງ​ລູກສາວ​ສອງ​ຄົນ​ຂອງ​ຂ້ອຍໄດ້.”

ນາງ Uch Navy ແມ່ຍິງຂະເໝນ ທີ່ຕິດເຊື້ອ HIV ຈາກສາມີຂອງລາວ ທີ່ຂ້າໂຕຕາຍໃນປີ 2013 ປະລາວໄວ້ ກັບລູກຊາຍຄົນດຽວ ທີ່ເປັນກຳລັງໃຈ ໃຫ້ລາວມີຊີວິດຕໍ່ໄປ.
ນາງ Uch Navy ແມ່ຍິງຂະເໝນ ທີ່ຕິດເຊື້ອ HIV ຈາກສາມີຂອງລາວ ທີ່ຂ້າໂຕຕາຍໃນປີ 2013 ປະລາວໄວ້ ກັບລູກຊາຍຄົນດຽວ ທີ່ເປັນກຳລັງໃຈ ໃຫ້ລາວມີຊີວິດຕໍ່ໄປ.

ບັດ​ນີ້ ​ນາງ​ອຸກ​ນາວີ ມີ​ຄວາມ​ຮູ້ສຶກ​ດີ​ຂຶ້ນ​ແດ່ ​ໃນ​ດ້ານ​ຈິດ​ໃຈ
​ແລະ​ໃນດ້ານ​ຮ່າງກາຍ ​ເພາະ​ນາງ​ໄດ້​ຮັບ​ການ​ຊ່ອຍ​ເຫຼືອ​ບ່ອນ
ຢູ່​ບ່ອນ​ເຊົາ ​ພ້ອມ​ທັງ​ເຂົ້າປາ​ອາຫານ​ແລະ​ຢຸກຢາ​ປົວພະຍາດ​
ຈາກ​ອົງການ “Place of Rescue” ຊຶ່ງ​ເປັນ​ອົງການກາ​ນາ​
ດາ ທີ່​ໃຫ້ການ​ຊ່ອຍ​ເຫຼືອ ​ແກ່​ພວກ​ຄົນ​ທີ່​ຕິດ​ເຊື້ອ HIV.

​ແມ່ນ​ລູກ​ຊາຍ​ລາວ​ທີ່​ເຮັດ​ໃຫ້​ຊີວິດ​ລາວ​ມີ​ຄວາມ​ມຸ້ງ​ໝາຍ​ຄືນ​ອີກ. ​
ແຕ່​ລາວກໍຄຶດ​ຫາ​ມື້​ລາງ​ສາມີ​ ຢູ່​ເລື້ອຍໆ. ນາງ​ອຸກ​ນາວີ ກ່າວ​ວ່າ

ຂ້ອຍ​ຮູ້ສຶກ​ໃຈ​ຮ້າຍ ​ແລະ​ກິນ​ແໜງ​ຢູ່​ທຸກໆ​ມື້. ຖ້າ​ລາວ​ຍັງ​ມີ​ຊີວິດ​ຢູ່ທຸກ​ມື້​ນີ້
ລາວ​ກໍ​ຈະ​ໄດ້​ຮັບ​ຢຸກຢາ ​ແລະ​ຮູ້ສຶກມີ ສຸຂະພາບ​ດີ ຄືກ​ັນກັບ​ຄົນ​ອື່ນໆ ທີ່ຕິດ
​ເຊື້ອ​ພະຍາດ​ແບບ​ດຽວ​ກັນ​ນີ້. ລາວ​ບໍ່​ຄວນ​ຈະ​ຄິດ​ສັ້ນ ​ແລະຕັດສິນ​ໃຈ​ຂ້າ​
ໂຕຕາຍ​ແບບ​ນັ້ນ​ເລີຍ.”

​ເຖິງ​ແມ່ນ ​ຈະ​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ຕ່າງໆ ​ແຕ່​ ນາງ​ອຸກ​ນາວີ ກໍ​ສູ້​ຊົນ​ກັບ​ຊີວິດຕໍ່​ໄປ ​ແລະເປັນ​ແມ່​ທີ່​ເບິ່ງ​ແຍງ​ລ້ຽງ​ດູ​ລູກ​ຊາຍ​ຄົນ​ດຽວ​ຂອງ​ລາວ ຕາມ​ລຳພັງຄົນ​ດຽວ​ຢູ່​ຕໍ່​ໄປ.

XS
SM
MD
LG