ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ Bae ​ຂໍຮ້ອງ ໃຫ້ ສ​ຫລ ຊ່ວຍຫາ​ທາງ ໃຫ້​ເກົາ​ຫຼີ​ເໜືອ ປ່ອຍທ່ານ (ວີດີໂອ)


ທ່ານ Kenneth Bae ​ຊາວ​ອາ​ເມ​ຣິ​ກັນ ເຊື້ອ​ສາຍ​ເກົາ​ຫຼີ ​ທີ່​ຕິດ​ຄຸກ
ຢູ່​ເກົາຫລີ​ເໜືອ ດົນ​​ກວ່າ​ ນຶ່ງ​ປີ​ມາ​ແລ້ວ
ທ່ານ Kenneth Bae ​ຊາວ​ອາ​ເມ​ຣິ​ກັນ ເຊື້ອ​ສາຍ​ເກົາ​ຫຼີ ​ທີ່​ຕິດ​ຄຸກ ຢູ່​ເກົາຫລີ​ເໜືອ ດົນ​​ກວ່າ​ ນຶ່ງ​ປີ​ມາ​ແລ້ວ
ນັກເຜີຍແຜ່​ສາສະໜາ ຊາວ​ເກົາຫລີ-ອາ​ເມຣິກັນ ທ່ານ Kenneth
Bae ​ທີ່​ຕິດ​ຄຸກ ຢູ່​ໃນເກົາຫລີ​ເໜືອ ຫລາຍ​ກວ່າ​ນຶ່ງ​ປີ​ມາ​ແລ້ວ ​ໄດ້​
ອອກ​ມາປະກົດ​ໂຕ​ຢູ່​ຕໍ່ໜ້ານັກ​ຂ່າວ ​ແລະ​ຮ້ອງ​ຂໍ​ໃຫ້ກຸງວໍຊິງ​ຕັນ
​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງຈົນ​ສຸດ​ຄວາມ​ສາມາດ ​ເພື່ອ​ໃຫ້​ມີການປົດ​
ປ່ອຍ​ທ່ານ.

​ໃນ​ການ​ກ່າວ​ເປັນ​ພາສາ​ເກົາຫລີ ​ແລະ​ມີຍາມຄວບ​ຄຸມ​ໂຕ​ນັ້ນ
ທ່ານ Bae ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ ​ໃນ​ວັນ​ຈັນ​ມື້​ນີ້ວ່າ ທ່ານ​ຕ້ອງ
ການ​ຢາກ​ກັບ​ຄືນ​ມາ​ຫາ​ຄອບຄົວ​ຂອງ​ທ່ານ ໄວເທົ່າ​ທີ່​ຈະ​ໄວ​ໄດ້
​ແລະ​ຫວັງ​ວ່າ ສະຫະລັດ ຈະ​ໃຫ້ການ​ຊ່ວຍເຫ​ລືອ.

ທ່ານ Bae ອາຍຸ 45 ປີ ​ໄດ້​ຖືກ​ຕັດສິນ​ໂທດ ​ຈໍາ​ຄຸກ 15 ປີ ຢູ່​ໃນ​ຄ້າຍ​ສັບພະ​ທຸກ​ ຫລັງ​ຈາກຖືກ
​ຕັດສິນ​ວ່າ​ມີ​ຄວາມ​ຜິດ ​ໃນ​ຂໍ້​ຫາພະຍາຍາມ​ໂຄ່ນ​ລົ້ມ​ລັດຖະ ບານ. ທ່ານ​ໄດ້​ຖືກຈັບ​ແລະ​ ກັກ​
ຂັງ​ໃນ​ເດືອນ​ພະຈິກ ປີ 2012 ​ໃນ​ລະຫວ່າງ​ທີ່​ນໍາ​ພາ​ນັກ​ທ່ອງທ່ຽວກຸ່ມ​ນຶ່ງ​ຢ້ຽມຢາມ​ເກົາຫລີ
​ເໜືອ. ​ພຽງ​ຢາງ ກ່າວ​ວ່າ ທ່ານໄດ້​ສວຍໃຊ້​ທຸລະ​ກິດນໍາ​ທ່ຽວຂອງ​ທ່ານ ​ເພື່ອປະກອບ​ກຸ່ມຕ່າງໆ
ຂຶ້ນ ທີ່​ແນ່ໃສ່​ເພື່ອ ໂຄນ​ລົ້ມ​ລັດຖະບານ.

US NoKor Bae-Monday
please wait
Embed

No media source currently available

0:00 0:01:23 0:00
XS
SM
MD
LG