ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເລື້ອງຄົນເຂົ້າເມືອງ ແມ່ນບັນຫາສຳຄັນ ໃນການເລືອກຕັ້ງ ຢູ່ ສະໂລວາເກຍ


ທ່ານ Radoslav Prochazka ຜູ້ນຳຂອງພັກ Siet ໄປປ່ອນບັດ ທີ່ເມືອງ Trnava ປະເທດສະໂລວາເກຍ ວັນທີ 5 ມີນາ 2016.
ທ່ານ Radoslav Prochazka ຜູ້ນຳຂອງພັກ Siet ໄປປ່ອນບັດ ທີ່ເມືອງ Trnava ປະເທດສະໂລວາເກຍ ວັນທີ 5 ມີນາ 2016.

ປະຊາຊົນ​ຊາວ​ສະ​ໂລ​ວາ​ເກ​ຍພາກັນ​ໄປ​ປ່ອນ​ບັດ​ເລືອກເອົາ​ສະ
ມາຊິກ​ສະພາ​ໃນວັນ​ເສົາ​ມື້ນີ້ ​ໃນ​ການ​ເລືອກ​ຕັ້ງທີ່​ວິ​ກິດ​ການ​ຄົນ
​ເຂົ້າ​ເມືອງ​ມີ​ນ້ຳໜັກ​ຫຼາຍ​ເປັນ​ພິເສດເຖິງ​ແມ່ນ​ວ່າ​ສະ​ໂລ​ວາ​ເກ​ຍ
ບໍ່​ແມ່ນ​ປາຍທາງ​ທີ່​ສຳຄັນ ​ຂອງ​ພວກ​ຄົນ​ເຂົ້າເມືອງ​ກໍ​ຕາມ.

​ເປັນ​ທີ່​ຄາດ​ກັນ​ວ່າພັກ Smer ຊຶ່ງ​ເປັນ​ພັກ​ລັດຖະບານ ຂອງ​ນາ
ຍົກລັດຖະມົນຕີ Robert Fico ຈະ​ສູນ​ເສຍ​ບ່ອນ​ນັ່ງຫລັງ​ຈາກ
​ໄດ້​ເກີດ​ຂ່າວນອງ​ນັນ​ກ່ຽວ​ກັບ​ການ​ສໍ້​ລາດ​ບັງ​ຫລວ ງ​ແລະ​ການ
​ຮ້ອງທຸກ ​ຂອງ​ພວກ​ນາຍຄູ ​ແລະ ນາງພະຍາບານ ​ທີ່​ໄດ້​ຮັບ​ເງິນ
​ເດືອນ​ຕ່ຳ​ເກີນ​ໄປ.

​ແຕ່​ແນວ​ໃດ​ກໍ​ຕາມ ທ່ານ Fico ​ແມ່ນ​ຍັງມີຫາງສຽງທີ່ສະໜັບສະໜຸນໃນທາງບວກຢູ່ຍ້ອນ​
ມາດ​ຕະການ ດ້ານສັງຄົມ​ສົງ​ເຄາະ ຈຳນວນ​ນຶ່ງ ​ເຊັ່ນ​ວ່າ ການ​ຂີ່​ລົດ​ໄຟ​ບໍ່​ເສຍ​ເງິນ ສຳລັບ
​ພວກ​ນັກຮຽນ​ນັກ​ສຶກສາ​ ແລະ​ພວກ​ທີ່​ອອກ​ກິນ​ເບ້ຍ​ບຳນານ​ແລ້ວ

ທ່າ​ທີ​ຕໍ່ຕ້ານ​ຄົນ​ເຂົ້າ​ເມືອງ​ຂອງ​ທ່ານ Fico ​ແມ່ນ​ຍັງ​ເປັນ​ທີ່​ນິຍົມ​ສຳລັບ​ຜູ້​ມີ​ສິດ​ປ່ອນ​ບັດ​ຈຳ
ນວນ​ຫຼວງຫຼາຍ.​ ຢູ່​ໃນ​ເຂດ​ນຶ່ງ​ ທີ່​ເປັນ​ແນວ​ໜ້າ​ຂອງ​ວິ​ກິດ​ການ​ຄົນ​ເຂົ້າ​ເມືອງ​ນັ້ນທ່າ​ທີ​ຂອງ​
ທ່ານ Fico ​ແມ່ນ​ເປັນ​ພັນທະ​ມິດ​ ກັບ​ພວກ​ຜູ້ນຳ​ຂອງຮັງ​ກາຣີ​ ແລະ​ໂປ​ແລນ​ ທີ່​ພາກັນ​ເອົາ
ບົດບາດ​ຢ່າງ​ແຂງ​ຂັນເພື່ອ​ຈຳກັດ​ຈຳ​ນວນຄົນ​ເຂົ້າ​ເມືອງທີ່​ພວກ​ທ່ານໄດ້ອະນຸຍາດ​ໃຫ້​ເດີນ
ທາງຜ່ານ​ປະ​ເທດໄປ​ຕັ້ງຖິ່ນ​ຖານຢູ່​ບ່ອນ​ອື່ນ​ນັ້ນ.

Slovakia Election
please wait
Embed

No media source currently available

0:00 0:00:30 0:00

XS
SM
MD
LG