ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການຈັບກຸມ ພວກຄົນເຂົ້າເມືອງ ຜິດກົດໝາຍ ເພີ່ມຂຶ້ນ ພາຍໃຕ້ ການນຳ ຂອງທ່ານທຣຳ


ໃນຮູບນີ້ທີ່ຖ່າຍເມື່ອວັນທີ 9 ກຸມພາ 2017, ສະໜອງໂດຍ ກົມກວດຄົນເຂົ້າເມືອງ ແລະພາສີ ສະຫະລັດ ຫຼື (ICE), ສະແດງໃຫ້ເຫັນ ເຈົ້າໜ້າທີ່ຂອງ ICE ກຳລັງເຂົ້າໄປກວດສອບເຮື່ອນຫຼັງນຶ່ງ ຢູ່ໃນນະຄອນ Atlanta, ລັດ Georgia, ໃນລະຫວ່າງການປະຕິບັດງານ ເຂົ້າກວດຄົ້ນ ຫາເປົ້າໝາຍທີ່ແນໃສ່ ພວກຄົນເຂົ້າເມືອງຜິດກົດໝາຍ, ພວກທີ່ກັບຄືນເຂົ້າມາໃນປະເທດ ແລະ ພວກອາຊະຍາກອນຕ່າງດ້າວ.
ໃນຮູບນີ້ທີ່ຖ່າຍເມື່ອວັນທີ 9 ກຸມພາ 2017, ສະໜອງໂດຍ ກົມກວດຄົນເຂົ້າເມືອງ ແລະພາສີ ສະຫະລັດ ຫຼື (ICE), ສະແດງໃຫ້ເຫັນ ເຈົ້າໜ້າທີ່ຂອງ ICE ກຳລັງເຂົ້າໄປກວດສອບເຮື່ອນຫຼັງນຶ່ງ ຢູ່ໃນນະຄອນ Atlanta, ລັດ Georgia, ໃນລະຫວ່າງການປະຕິບັດງານ ເຂົ້າກວດຄົ້ນ ຫາເປົ້າໝາຍທີ່ແນໃສ່ ພວກຄົນເຂົ້າເມືອງຜິດກົດໝາຍ, ພວກທີ່ກັບຄືນເຂົ້າມາໃນປະເທດ ແລະ ພວກອາຊະຍາກອນຕ່າງດ້າວ.

ການຫລຸດຜ່ອນນະໂຍບາຍ ໃນຍຸກສະໄໝຂອງທ່ານໂອບາມາ ທີ່ໄດ້ເຮັດໃຫ້ການຈັບກຸມ
ແລະ ການເນລະເທດ ພວກຄົນ​ເຂົ້າ​ເມືອງທີ່ມີປະຫວັດ​ໃນ​ການກໍ່ອາຊະຍາກຳ ກາຍເປັນ
ບູລິມະສິດ ຫຼາຍກວ່າຈຳພວກທີ່ບໍ່ມີປະຫວັດ​ໃນ​ການ​ກໍ່ອາຊະຍາກຳນັ້ນ ແມ່ນມີຜົນກະທົບ
ທີ່ມີວັດຖຸປະສົງ ອີງຕາມ ຂໍ້ມູນ ທີ່ສະໜອງໂດຍ ອົງການກວດຄົນເຂົ້າເມືອງ ແລະພາສີ
ຂອງສະຫະລັດ ຫຼື ICE ໃນວັນພຸດວານນີ້.

ຕົວເລກຂອງພວກຄົນ ທີ່ຮູ້ຈັກກັນ ຫຼື ຖືກສົງໄສວ່າ ເຂົ້າມາໃນສະຫະລັດ ຢ່າງຜິດ
ກົດໝາຍ ຜູ້ທີ່ໄດ້ຖືກຈັບກຸມ ໃນຂໍ້ຫາຄະດີແພ່ງໃນການເຂົ້າມາອາໄສໃນປະເທດ
ໄດ້ເພີ່ມສູງຂຶ້ນ ເປັນ 41,318 ຄົນ ໃນສາມເດືອນທຳອິດ ຂອງລັດຖະບານ ທ່ານທຣຳ
ເມື່ອທຽບໃສ່ 30,028 ຄົນໃນໄລຍະເວລາດຽວກັນໃນປີ 2016.

ການຈັບກຸມພວກທີ່ບໍ່ມີ​ຄວາມ​ຜິດ ໝາຍຄວາມວ່າ ພວກຄົນທີ່ບໍ່ມີຖານະທາງດ້ານ
ກົດໝາຍຢູ່ໃນສະຫະລັດ ຜູ້ທີ່ບໍ່ໄດ້ຖືກຟ້ອງຮ້ອງ ຫຼື ບໍ່ຖືກພົບວ່າມີຄວາມຜິດທາງອາຍາ
ໄດ້ຖີບສູງຂຶ້ນ 150 ເປີເຊັນ ຈາກມື້ທຳອິດ ຂອງລັດຖະບານ ທ່ານທຣຳ ຈົນເຖິງທ້າຍ
ເດືອນເມສາ ຊຶ່ງຕົວເລກເພີ່ມຂຶ້ນ ຈາກ 4,372 ຄົນ ເມື່ອປີກາຍນີ້ ເປັນ 10,934 ຄົນ
ໃນປີນີ້ ອີງຕາມຂໍ້ມູນເພີ່ມເຕີມ ທີ່ສະໜອງໃຫ້ ວີໂອເອ ໂດຍອົງການ ICE ໃນວັນ
ພຸດວານນີ້.

ຮັກສາການ ຜູູ້ອຳນວຍການ ຂອງອົງການ ICE ທ່ານ Thomas Homan ໄດ້ກ່າວ
ໃນຖະແຫລງການ ສະບັບນຶ່ງ ວ່າ “ສະຖິຕິເຫຼົ່ານັ້ນ ສະທ້ອນໃຫ້ເຫັນເຖິງ ຄວາມ
ໝັ້ນໝາຍ ຂອງທ່ານທຣຳ ທີ່ຈະບັງຄັບໃຊ້ກົດໝາຍດ້ານຄົນເຂົ້າເມືອງ ຂອງ
ພວກເຮົາ ຢ່າງເປັນທຳ ແລະ ທົ່ວເຖິງທຸກພາກສ່ວນ.”
ລວມຢູ່ໃນຄຳສັ່ງ ຝ່າຍ
ບໍລິຫານ ຊຸດທຳອິດ ຂອງທ່ານທຣຳ ໃນເດືອນມັງກອນ ແມ່ນການປ່ຽນແປງໃນ
ດ້ານການປະຕິບັດກົດໝາຍຄົນເຂົ້າເມືອງ.

ໃນຂະນະທີ່ ອົງການ ICE ພະຍາຍາມຈະໂນ້ມນ້າວ ວ່າການເພີ່ມຂຶ້ນຕະຫຼອດ
ໄລຍະປີກາຍນີ້ ຕົວເລກແມ່ນຄ້າຍຄືກັນກັບ ລະດັບການຈັບກຸ່ມ ໃນລະຫວ່າງ
ລັດຖະບານຂອງທ່ານໂອບາມາ ກ່ອນໜ້າການມີລະບົບບູລິມະສິດ ໄດ້ຖືກຕັ້ງຂຶ້ນ
ມາ ໂດຍລັດຖະມົນຕີກະຊວງ​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ​ຂອງ​ສະຫະລັດ
ທ່ານ Jeh Johnson ເມື່ອທ້າຍປີ 2014.

US Immigrant Arrests
please wait
Embed

No media source currently available

0:00 0:02:01 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG