ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫົວໜ້າ IMF ເວົ້າວ່າ ເສດຖະກິດໂລກ ເຕີບໂຕ ບໍ່ເທົ່າກັນ


ທ່ານ​ນາງ Christine Lagarde ຫົວໜ້າອົງການ IMF
ທ່ານ​ນາງ Christine Lagarde ຫົວໜ້າອົງການ IMF
ຫົວໜ້າ​ກອງ​ທຶນ​ສາກົນ ຫຼື IMF ​ເວົ້າ​ວ່າ ສະພາບ​ການ​ດ້ານການ​ເງິນກໍາລັງ​ດີ​ຂຶ້ນ​ຢູ່​ໃນ ຫຼາຍພາກສ່ວນ​ຂອງ​ໂລກ​ໃນ​ຂະນະ​ນີ້ ​ແຕ່​ຄວາມ​ແຕກ​ຕ່າງກໍ​ຄື​ມີສະພາບ​ຕາຍ​ຕົວ​ກວ່າ​ແຕ່​ກ່ອນ ລະຫວ່າງ​ຄວາມ​ຈະ​ເຣີນ ​ແລະ​ສະພາບ​ເສດຖະກິດ​ທີ່​ບໍ່​ໄປ​ບໍ່​ມາ​ນັ້ນ.

ທ່ານ​ນາງ Christine Lagarde ຫົວໜ້າອົງການ IMF ​ເວົ້າ​ເມື່ອ​ວັນ​ພຸດ​ວານ​ນີ້ທີ່​ ນີວ ຢ໊ອກວ່າ ຕະຫຼາດການ​ເງິນ​ທີ່​ດີ​ຂື້ນ​ນັ້ນກໍ​ຍັງ​ບໍ່ທັນ​ພາ​ໃຫ້​ມີການຫັນປ່ຽນຢູ່​ໃນ​ບາງຂົງ​ເຂດ ໝາຍ​ເຖິງການ​ປັບປຸງ​ທີ່​ດີ​ຂຶ້ນ​ໃນ​ເສດຖະກິດ​ຕົວ​ຈິງ ​ແລະ​ໃນ​ການ​ດໍາລົງຊີວິດ​ຂອງ​ປະ ຊາຊົນ.

​ໃນ​ຄໍາ​ປາ​ໄສ​ຂອງ​ທ່ານ​ນາງ ​ຢູ່​ທີ່​ສະ​ໂມ​ສອນ​ເສດຖະກິດ​ຂອງ​ນີວຢ໊ອກນັ້ນ ທ່ານ​ນາງ Lagarde ​ໄດ້​ອະທິບາຍ​ເຖິງ​ການ​ໂຜ່​ໂຕ​ຂື້ນ​ມາ​ຂອງ​ເສດຖະກິດ ​ໂລກ​ທີ່​ມີ​ຄວາມ​ໄວ​ສາມ​ລະດັບ ຊຶ່ງ​ໃນ​ບາງ​ປະ​ເທດ ​ໂດຍ​ສະ​ເພາະ​ໃນ​ຂົງ ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກນັ້ນ ​ປະກົດ​ວ່າ​ດີ​ຂຶ້ນ. ທ່ານ​ນາງ​ໄດ້​ກ່າວ​ເຖິງ ສະຫະລັດ Sweden ​ແລະ Switzerland ຊຶ່ງ​ເປັນ​ປະ​ເທດທີ່ເສດ​ຖະກິດ​ພວມ​ກຳລັງ​ໄດ້​ຮັບ​ການ​ປົວ​ແປງ​ຢູ່ ​ແລະ​ເວົ້າ​ວ່າ​ພາກ​ພື້ນ​ຢູ່​ໂຣບ ​ແລະ​ຍີ່ປຸ່ນ​ຈັດ​ຢູ່​ໃນ​ກຸ່ມທີ​ສາມ​ ທີ່​ຍັງ​ຕ້ອງ​ໃຊ້​ເວລາ​ອີກ​ດົນ​ນານ​ພໍ​ສົມຄວນ ກ່ອນ​ຈະ​ຟື້ນ​ຕົວ​ຄືນ​ຈາກວິ​ກິດ​ການ​ເສດຖະກິດ​ໂລກ​ໄດ້.

ທ່ານ​ນາງ Lagarde ​ໄດ້​ໃຫ້​ຂໍ້​ສັງ​ເກດ​ເຖິງ​ຄວາມ​ກ້າວໜ້າ​ທີ່​ເປັນ​ຮູບ​ປະ​ທໍາ ​ແລະ​ວ່ອງ​ໄວ ​ໂດຍ​ບັນດາ​ຜູ້​ຮ່າ​ງນະ​ໂຍບາຍ​ຂອງ​ສະຫະລັດ ​ໃນ​ດ້ານ​ການ​ສ້ອມ​ແປງ​ເສດຖະກິດ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກ ​ໂດຍ​ຊີ້​ໃສ່​ການ​ເຕີບ​ໂຕ ທີ່​ສະ ໝໍ່າສະ​ເໝີ ທີ່​ສະໜັບສະໜຸນ​ໂດຍ​ຄວາມ​ຮຽກຮ້ອງ​ຕ້ອງການ​ດ້ານການ​ເງິນ​ທີ່ໝັ້ນຄົງ. ​ແຕ່ໃນ​ຂະນະ​ດຽວ​ກັນ ທ່ານ​ນາງ​ຍັງ​ໄດ້​ເຕືອນເຖິງ​ໜີ້​ສິນ​ຂອງ​ລັດຖະບານ​ສະຫະລັດ ທີ່​ກໍາລັງ​ເພີ່ມ​ປະລິມານ​ຂຶ້ນ​ໄປ​ນັບ​ມື້​ ​ແລະ​ໄດ້​ຮຽກ ຮ້ອງ​ໃຫ້ສ້າງ​ຕັ້ງ ແຜນການປະ​ຕິບັດ​ງານ​ໃນ​ໄລຍະ​ເວລາ​ປານ​ກາງ ​ເພື່ອ​ຈະ​ລົດ​ຜ່ອນໜີ້ສິນ​ເຫຼົ່ານີ້​ລົງ​ໄດ້.
XS
SM
MD
LG