ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຫົວໜ້າອົງການ IMF ຮຽກຮ້ອງ ໃຫ້ມີການ ຮ່ວມມື ເພື່ອເພີ່ມພູນ ການຂະຫຍາຍຕົວຂອງໂລກ


ຜູ້ອຳນວຍການໃຫຍ່ ຂອງອົງການກອງທຶນສາກົນ ທ່ານນາງ Christine Lagarde, ກ່າວໃນລະຫວ່າງກອງປະຊຸມຄະນະ
ກຳມະການ "The Global Economic Outlook" ທີ່ການ
ປະຊຸມເສດຖະກິດໂລກໃນເມືອງ Davos, ປະເທດ Switzerland, 23 ມັງກອນ, 2016.
ຜູ້ອຳນວຍການໃຫຍ່ ຂອງອົງການກອງທຶນສາກົນ ທ່ານນາງ Christine Lagarde, ກ່າວໃນລະຫວ່າງກອງປະຊຸມຄະນະ ກຳມະການ "The Global Economic Outlook" ທີ່ການ ປະຊຸມເສດຖະກິດໂລກໃນເມືອງ Davos, ປະເທດ Switzerland, 23 ມັງກອນ, 2016.

ຫົວໜ້າອົງການກອງທຶນສາກົນ ທ່ານນາງ Christine Lagarde ໄດ້ກ່າວໃນວັນອັງຄານ ມື້ນີ້ວ່າ ໂລກເຮົາຕ້ອງຮ່ວມມືກັນເພື່ອເອົາຊະນະສິ່ງທ້າທາຍທາງເສດຖະກິດ ທີ່ລວມມີ ການຈະເລີນເຕີບໂຕທີ່ຊັກຊ້າ, ລາຄາສິນຄ້າທີ່ຕົກຕ່ຳ ແລະ ຄວາມເປັນໄປໄດ້ຂອງ “ການ ບີບຮັດທາງດ້ານການເງິນ” ໂດຍລັດຖະບານຫຼາຍປະເທດ.

ໃນການກ່າວຄຳປາໄສທີ່ເມືອງ Frankfurt ປະເທດ ເຢຍລະມັນ, ທ່ານນາງ Lagarde ໄດ້ກ່າວວ່າ “ການຈະເລີນເຕີບໂຕໄດ້ຂະຫຍາຍຕົວຊ້າໂພດໃນເວລາທີ່ດົນຫຼາຍ,” ດ້ວຍຜົນກະທົບທີ່ບໍ່ແຜ່ໄປເຖິງປະຊາຊົນຫຼາຍຄົນ ແລະ ຈັດຕັ້ງຜົນສະທ້ອນທີ່ອາດເປັນ ໄປໄດ້ “ສຳລັບສັງຄົມ ແລະ ອົງປະກອບທາງການເມືອງໃນຫຼາຍປະເທດ.”

ທ່ານນາງໄດ້ອະທິບາຍສິ່ງທ້າທາຍຫຼາຍຢ່າງ ໃນລະຫວ່າງບັນດາເສດຖະກິດທີ່ມີຄວາມ ກ້າວໜ້າຕ່າງໆ, ລວມມີສະກຸນເງິນໂດລາທີ່ແຂງຄ່າ ຈະຈຳກັດການຈະເລີນເຕີບໂຕໃນ ສະຫະລັດ, ການລົງທຶນທີ່ຕ່ຳ ແລະ ອັດຕາການຫວ່າງງານສູງ ເຮັດໃຫ້ປະເທດຕ່າງໆຂະ ຫຍາຍຕົວບໍ່ໄດ້ໃນເຂດ ຢູໂຣ, ແລະ ການປະສົມປະສານຂອງການຈະເລີນເຕີບໂຕທີ່ ອ່ອນ ແອ ແລະ ອັດຕາເງິນເຟີ້ກຳລັງເຮັດໃຫ້ເສດຖະກິດ ຍີ່ປຸ່ນ ຊຸດໂຊມລົງ.

ແຕ່ວ່າທ່ານນາງ Lagarde ໄດ້ເນັ້ນຄວາມສຳຄັນໃນສິ່ງອື່ນໆທີ່ທ່ານນາງໄດ້ເອີ້ນວ່າ “ຈຸດ ສະຫວ່າງ.” ທ່ານນາງໄດ້ກ່າວວ່າ ປະເທດ ອິນເດຍ, ມີທັງການຈະເລີນເຕີບໂຕທີ່ແຂງ ແຮງ ແລະ ລາຍໄດ້ທີ່ເພີ່ມຂຶ້ນ. ໃນເອເຊຍຕາເວັນອອກສຽງໃຕ້ ເຊັ່ນ ອິນໂດເນເຊຍ, ມາ ເລເຊຍ, ຟີລິບປິນ, ໄທ ແລະ ຫວຽດນາມ ແມ່ນກຳລັງ “ປະຕິດບັດໜ້າທີ່ໄດ້ເປັນຢ່າງດີ.”

XS
SM
MD
LG