ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຫົວໜ້າ IMF ວ່າ ເສດຖະກິດໂລກ ກຳລັງດີຂຶ້ນ ແຕ່ກໍຍັງ ບອບບາງຢູ່ (ວີດີໂອ)

ຫົວໜ້າອົງການ IMF ທ່ານນາງ Christine Lagarde ນັ່ງຢູ່ຄຽງຂ້າງປະທານອົງການ IMFC ກໍຄືລັດຖະມົນຕີ ການເງິນສິງກະໂປ ທ່ານ Tharman Shanmugaratnam ໃນກອງປະຊຸມໃຫ້ສຳພາດຂ່າວ ຫລັງກອງປະຊຸມຮ່ວມ ຂອງທະນາຄານໂລກ ກັບ IMF ທີ່ວໍຊິງຕັນ, ວັນທີ 12 ເມສາ 2014.

ຫົວໜ້າ​ກອງ​ທຶນ​ສາກົນ ຫລື IMF ກ່າວ​ວ່າ ​ເສດຖະກິດ​ຂອງ​ໂລກ​ກຳລັງ​ດີ​ຂຶ້ນ.

ທ່ານ​ນາງ Christine Lagarde ​ໄດ້​ໃຫ້​ຄວາມ​ເຫັນ​ດັ່ງກ່າວ ​ໃນ​ວັນ​ເສົາ​ວານ​ນີ້ ຫລັງ​ຈາກ​ການ​ຫາລືກັນ​ເປັນ​ເວລາ​ຫລາຍ​ວັນ ຢູ່​ນະຄອນ ຫລວງ​ວໍ​ຊິງ​ຕັນ ​ໃນ​ກອງ​ປະຊຸມ​ຮ່ວມ​ ໃນ​ລະດູ​ບານໄໝ່ ຂອງ​ອົງການ IMF ກັບ​ ທະນາຄານ​ໂລກ ຫລື WB.

ທ່ານ​ນາງ Lagarde ກ່າວ​ດັ່ງ​ນີ້:

“ພວກ​ເຮົາ​ກຳລັງ​ເຄື່ອນ​ເຂົ້າ​ໄປ ສູ່ໄລຍະ​ທີ່ກຳລັງ​ເຂົ້ມ​ແຂງ​ຂຶ້ນ. ດັ່ງ​ທີ່​ຂ້າພະເຈົ້າ​ໄດ້​ກ່າວ​ຫັ້ນ​ແຫລະ ພວກ​ເຮົາ​ກຳລງັມາ​ຮອດ​ຈຸດ​ລ້ຽວ​ໄປ​ສູ່ການ​ຟື້ນ​ໂຕ​ຄືນ ​ແລະ​ເສດຖະກິດ​ໂລກ​ກໍ​ແມ່ນ​ກຳລັງ​ດີ​ຂຶ້ນ​ກ່ວາ​ເກົ່າ.”

ບັນດາ​ເຈົ້າ​ໜ້າ​ທີ່​ເສດຖະກິດທີ່​ມາ​ຮ່ວມ​ປະຊຸມ ​ໄດ້​ຮັບປາກ​ທີ່​ຈະ​ທຳ​ງານເພື່ອ​ໃຫ້ເສດຖະກິດ​
ມີ​ການ​ຂະຫຍາຍ​ໂຕ​ໄວ​ຂຶ້ນ ​ເພື່ອ​ຊ່ວຍ​ຫລຸດຜ່ອນ​ອັດຕາ​ການ​ຫວ່າງ​ງານ​ທີ່​ສູງຢູ່​ໃນ​ບາງ​
ປະ​ເທດ.
EconomyIMF13april14
please wait
Embed

No media source currently available

0:00 0:00:23 0:00
XS
SM
MD
LG