ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ແຮງງານສາກົນ ຊ່ວຍລາວ ດັດແກ້ ກົດໝາຍແຮງງານ ໃຫ້ໄດ້ມາດຕະຖານ ສາກົນ


ກໍາມະກອນໂຮງງານຕັດຫຍິບແຫ່ງນຶ່ງໃນລາວ
ກໍາມະກອນໂຮງງານຕັດຫຍິບແຫ່ງນຶ່ງໃນລາວ
ຄະນະຜູ້ຊ່ຽວຊານຂອງອົງການແຮງງານສາກົນ (ILO) ໃຫ້
ການຊ່ວຍເຫຼືອທາງການລາວໃນການດັດແກ້ກົດໝາຍແຮງ
ງານ ເພື່ອໃຫ້ໄດ້ມາດຕະຖານຕາມສົນທິສັນຍາສາກົນທີ່ລາວ
ເປັນພາຄີຮ່ວມຢູ່ດ້ວຍ.

ການພົບປະແລກປ່ຽນຄວາມຄິດຄວາມເຫັນລະຫວ່າງຄະນະ
ຊ່ຽວຊານຂອງອົງການແຮງງານສາກົນ (ILO) ກັບຄະນະຜູ້
ຕາງໜ້າຂອງທາງການລາວ ໄດ້ມີຂຶ້ນຢ່າງເປັນທາງການໃນ
ວັນທີ 28-30 ພຶດສະພາ ຢູ່ນະຄອນວຽງຈັນພາຍໃຕ້ເປົ້າໝາຍ
ເພື່ອຮ່ວມກັນປະກອບຄວາມຄິດເຫັນ ເຂົ້າໃນການດັດແກ້ກົດ
ໝາຍແຮງງານສະບັບປັດຈຸບັນຂອງລາວ ໃຫ້ທັນສະໄໝແລະ
ສອດຄ່ອງກັບບັນດາສົນທິສັນຍາສາກົນ ທີ່ລາວໄດ້ຮ່ວມເປັນ
ພາຄີຢູ່ດ້ວຍ.

ທັງນີ້ໂດຍສະເພາະແມ່ນສົນທິສັນຍາວ່າດ້ວຍຄວາມສະເໝີພາກລະຫວ່າງແຮງງານເພດ
ຍິງ-ຊາຍ ສົນທິສັນຍາວ່າດ້ວຍການຄຸ້ມຄອງແຮງງານເດັກນ້ອຍ ແລະຫຼັກການສາກົນ
ວ່າດ້ວຍຄະນະກໍາມະການຮ່ວມສາມຝ່າຍລະຫວ່າງຮັດຖະບານກັບນາຍຈ້າງແລະລູກ
ຈ້າງ ຊຶ່ງການປະຕິບັດຕາມຫຼັກການສາກົນເຫຼົ່ານີ້ ກໍຍັງບໍ່ພຽງທີ່ຈະເຮັດໃຫ້ແຮງງານໃນ
ລາວ ໄດ້ຮັບການຄຸ້ມຄອງສິດທິ ທັງໃນດ້ານສະວັດດີການແລະສະວັດດີພາບໃນການ
ທໍາງານຢ່າງຄົບຖ້ວນເທົ່ານັ້ນ ຫາກແຕ່ຍັງຈະເປັນໂອ ກາດໃນການພັດທະນາຝີມືຂອງ
ແຮງງານລາວໃຫ້ໄດ້ມາດຕະຖານສາກົນ ເພື່ອໃຫ້ສາມາດແຂ່ງຂັນໃນຕະຫຼາດແຮງງານ
ໂລກໄດ້ຢ່າງແທ້ຈິງອີກດ້ວຍ.

ການສະຫລອງວັນສ້າງຕັ້ງກໍາມະບານລາວຄົບຮອບ 55 ປີ
ການສະຫລອງວັນສ້າງຕັ້ງກໍາມະບານລາວຄົບຮອບ 55 ປີ

ກົດໝາຍແຮງງານສະບັບປັດຈຸບັນຂອງລາວ ໄດ້ບັງຄັບໃຊ້ນັບ
ແຕ່ ປີ 1994 ເປັນຕົ້ນມາ ແລະກໍໄດ້ມີການດັດແກ້ມາແລ້ວຄັ້ງ
ນຶ່ງໃນປີ 2006 ຫາກແຕ່ເມື່ອມາເຖິງປັດຈຸບັນນີ້ ສະພາບການ
ຕ່າງໆ ທັງພາຍໃນລາວແລະຕ່າງປະເທດນັ້ນ ກໍໄດ້ປ່ຽນແປງ
ໄປຢ່າງໄວວາ ຈຶ່ງມີຄວາມຈໍາເປັນຢ່າງຍິ່ງທີ່ຈະຕ້ອງດັດແກ້ກົດ
ໝາຍແຮງງານຂອງລາວໃຫ້ທັນສະໄໝ ຊຶ່ງຈະມີການເພີ່ມຂຶ້ນ
ຈາກເດີມ 77 ມາດຕາເປັນ 134 ມາດຕາ ເພື່ອໃຫ້ຮັດກຸມແລະ
ສາມາດບັງຄັບໃຊ້ໄດ້ຢ່າງຊັດເຈນ ອັນຈະເປັນປະໂຫຍດຕໍ່ແຮງ
ງານລາວນັ້ນເອງ.

ທັງນີ້ກໍເນື່ອງຈາກທ່ານຄໍາຫຼ້າ ລໍລອນສີ ປະທານສະຫະພັນກໍາມະບານລາວໄດ້ຍອມຮັບ
ກ່ອນໜ້ານີ້ວ່າບັນຫາທີ່ໜ້າເປັນຫ່ວງແລະເປັນອຸບປະສັກຕໍ່ການພັດທະນາ ເພື່ອຍົກລະດັບ
ຄຸນນະພາບຊີວິດການເປັນຢູ່ຂອງບັນດາຜູ້ອອກແຮງງານໃນລາວ ໃຫ້ດີຂຶ້ນໃນປັດຈຸບັນ
ກໍຄືບັນຫາກ່ຽວກັບການເອົາຮັດເອົາປຽບແຮງງານໂດຍບັນດາ ນາຍຈ້າງທັງທີ່ເປັນຄົນລາວ
ແລະຊາວຕ່າງປະເທດ ໂດຍເຖິງແມ່ນວ່າສະຫະພັນກໍາ ມະບານລາວຈະໄດ້ດໍາເນີນມາດ
ຕະການກວດກາຢ່າງຕໍ່ເນື່ອງກໍຕາມ ຫາກແຕ່ກໍບໍ່ສາມາດຮັບປະກັນໄດ້ຢ່າງທົ່ວເຖິງ ດັ່ງທີ່
ທ່ານຄໍາຫຼ້າ ໄດ້ຊີ້ແຈງວ່າ:

ທຸກມື້ນີ້ ກໍມີປາກົດການແລ້ວ ເປັນຕົ້ນວ່າການໃຊ້ແຮງງານລ່ວງເກີນເວລາ
ການໃຊ້ແຮງງານທີ່ວ່າມັນບໍ່ຊອບດ້ວຍກົດໝາຍ ຫຼືວ່າວັນພັກ ຫຼືວັນບຸນ
ຕ່າງໆນີ້ ກໍບໍ່ໃຫ້ພັກເຊົາ ອັນນີ້ກະເປັນການຂູດຮີດແຮງງານ ຫຼືວ່າການສະ
ໜອງຄ່າແຮງງານທີ່ມີມາກ່ອນນີ້ ກະບໍ່ທັນສະໜອງຕອບຕາມຄວາມຮຽກ
ຮ້ອງຕ້ອງການຕາມກົດໝາຍ ຫຼື ວ່າຕາມຂໍ້ກໍານົດເງິນເດືອນຕໍ່າສຸດນີ້ ບາງ
ບ່ອນກໍຍັງລະເມີດຢູ່.”


ລັດຖະບານລາວໄດ້ອະນຸມັດໃຫ້ປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າສໍາລັບຜູ້ອອກແຮງງານ
ໃນລາວ ແລະໃຫ້ມີຜົນບັງຄັບຢ່າງເປັນທາງການ ນັບແຕ່ວັນທີ 1 ມັງກອນ ປີ 2012 ເປັນຕົ້ນມາ ຊຶ່ງເປັນຜົນເຮັດໃຫ້ອັດຕາຄ່າຈ້າງຂັ້ນຕໍ່າປັບຂຶ້ນຈາກ 348,000 ກີບ ມາ ເປັນ 626,000 ກີບຕໍ່ເດືອນ ຫາກແຕ່ອັດຕາຄ່າຈ້າງຂັ້ນຕໍ່າດັ່ງກ່າວນີ້ ກໍບໍ່ມີຜົນບັງຄັບ ໃຊ້ກັບລູກຈ້າງຂອງພາກສ່ວນ ທີ່ເປັນຄູ່ສັນຍາກັບລັດຖະບານລາວ.

ສ່ວນຜູ້ອອກແຮງງານໃນພາກທຸລະກິດ ພາກບໍລິການ ແລະໂຮງງານຕ່າງໆທີ່ໄດ້ຮັບ
ການປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່ານັ້ນ ກໍມີພັນທະທີ່ຈະຕ້ອງອອກແຮງງານ ເປັນເວລາ
8 ຊົ່ວໂມງຕໍ່ວັນ ແລະໃນແຕ່ລະເດືອນກໍຈະຕ້ອງອອກແຮງງານບໍ່ຕໍ່າກວ່າ 26 ວັນ ຫຼື
ອາທິດລະ 6 ວັນ.

ແຕ່ຢ່າງໃດກໍຕາມ ອັດຕາຄ່າຈ້າງດັ່ງກ່າວນີ້ ກໍຍັງຕໍ່າກວ່າຢູ່ໃນໄທ ເຖິງ 1 ເທົ່າເປັນຢ່າງ
ໜ້ອຍ ຈຶ່ງເຮັດໃຫ້ຜູ້ອອກແຮງງານລາວຈໍານວນບໍ່ໜ້ອຍ ຍັງນິຍົມພາກັນເດີນທາງໄປລັກ
ລອບທໍາງານຢູ່ໃນໄທເພີ່ມຂຶ້ນເລື້ອຍໆ ໂດຍອົງການເຄືອຂ່າຍຄຸ້ມຄອງແຮງງານຕ່າງດ້າວ
ໃນໄທເຊື່ອວ່າ ມີແຮງງານລາວຫຼາຍກວ່າ 5 ແສນຄົນທີ່ລັກລອບທໍາງານຢູ່ໃນໄທໃນທຸກ
ມື້ນີ້ ສ່ວນແຮງງານລາວທີ່ທໍາງານຢ່າງຖືກຕ້ອງໃນໄທ ກັບມີພຽງແຕ່ 5 ໝື່ນກວ່າຄົນເທົ່ານັ້ນ.
XS
SM
MD
LG