ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການລັກລອບປູກຝິ່ນ ໃນລາວ ຍັງມີທ່າອ່ຽງ ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ


ທົ່ງປູກຝິ່ນແຫ່ງນຶ່ງ ຢູ່ແຂວງຫລວງນໍ້າທາ
ທົ່ງປູກຝິ່ນແຫ່ງນຶ່ງ ຢູ່ແຂວງຫລວງນໍ້າທາ
ການລັກລອບປູກຝິ່ນໃນລາວຍັງມີທ່າອ່ຽງເພີ່ມຂຶ້ນຢາງຕໍ່ເນື່ອງ
ໂດຍໃນປີ 2012 ມີເນື້ອທີ່ລັກລອບປູກຝິ່ນກວ້າງກວ່າ 6,000
ເຮັກຕ້າ ແລະລາວກໍຍັງກາຍເປັນເສັ້ນທາງຂົນສົ່ງຢາເສບຕິດ
ຫຼາຍຂຶ້ນອີກດ້ວຍ.

ເຈົ້າໜ້າທີ່ອົງການຄວບຄຸມຢາເສບຕິດແລະອາຊະຍາກໍາແຫ່ງ
ສະຫະປະຊາຊາດ ຫຼື UNODC ສໍານັກງານປະຈໍາປະເທດລາວ ລາຍງານຜົນກ່ຽວກັບການລົງໄປເກັບກໍາຂໍ້ມູນພາກສະໜາມຢູ່
ໃນແຂວງຊຽງຂວາງ ອຸດົມໄຊ ຫຼວງນໍ້າທາ ຫຼວງພະບາງ ຫົວພັນ
ແລະຜົ້ງສາລີ ເມື່ອບໍ່ນານມານີ້ວ່າ ສະພາບການລັກລອບປູກຝິ່ນ
ໃນເຂດແຂວງພາກເໜືອຂອງລາວ ຍັງມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່
ເນື່ອງ.

ທັງນີ້ໂດຍອິງຕາມຂໍ້ມູນພາກສະໜາມ ແລະພາບຖ່າຍດາວທຽມປະກອບກັນນັ້ນ ກໍພົບ
ວ່າໃນປີ 2008 ມີການລັກລອບປູກຝິ່ນໃນເຂດແຂວງພາກເໜືອຂອງລາວຄິດ ເປັນພື້ນທີ່
ລວມເປັນ 1,600 ເຮັກຕ້າ ແລະຫຼັງຈາກນັ້ນ ການລັກລອບປູກຝິ່ນກໍເພີ່ມຂຶ້ນເປັນ 1,900 ເຮັກຕ້າ, 3,000 ເຮັກຕ້າ ແລະ 4,100 ເຮັກຕ້າໃນປີ 2009, ປີ 2010 ແລະປີ 2011 ຕາມລໍາດັບ. ສ່ວນໃນປີ 2012 ທີ່ຜ່ານມາ ກໍປາກົດວ່າ ການລັກລອບປູກຝິ່ນໄດ້ເພີ່ມຂຶ້ນ
ເປັນ 6,800 ເຮັກຕ້າ ຫຼືຄິດເປັນອັດຕາເພີ່ມຂຶ້ນ ເຖິງ 425% ທຽບໃສ່ປີ 2008.

ແກ້ງຂາຍຢາບ້າທີ່ຖືກຈັບໃນເດືອນກໍລະກົດ ປີ 2012
ແກ້ງຂາຍຢາບ້າທີ່ຖືກຈັບໃນເດືອນກໍລະກົດ ປີ 2012

ນອກຈາກການລັກລອບປູກຝິ່ນທີ່ເພີ່ມຂຶ້ນດັ່ງກ່າວແລ້ວ ປະເທດ
ລາວກໍຍັງຖືກຂະບວນການຄ້າຢາເສບຕິດຂ້າມຊາດສວຍໃຊ້
ເປັນເສັ້ນທາງຂົນຢາເສບຕິດຊະນິດຕ່າງໆຈາກເຂດສາມຫຼ່ຽມ
ຄໍາໄປຍັງປະເທດທີ່ 3 ຫຼາຍຂຶ້ນນັບມື້ອີກດ້ວຍ ດັ່ງທີ່ທ່ານ Leik
Boonwaat ຜູ້ແທນຂອງ UNODC ໃນລາວໄດ້ຢືນຢັນວ່າ:

…ສຽງ….

ຍິ່ງໄປກວ່ານັ້ນ ການຊົມໃຊ້ຢາເສບຕິດໃນລາວ ກໍມີທ່າອ່ຽງ
ເພີ່ມຂຶ້ນເຊັ່ນດຽວກັນ ໂດຍທ່ານ ກຸ ຈັນສີນາ ຮັກສາການປະທານຄະນະກໍາມະການຄວບ
ຄຸມແລະກວດກາຢາເສບຕິດແຫ່ງຊາດລາວ ໄດ້ໃຫ້ການຍອມຮັບວ່າ ໃນປັດຈຸບັນມີປະຊາ
ຊົນລາວທີ່ຕິດຢາເສບຕິດ ຫຼາຍກວ່າ 55,000 ຄົນໃນທົ່ວປະເທດ ໂດຍໃນນີ້ ກໍຄິດເປັນ
80% ທີ່ຕິດຢາບ້າ ແລະ 20% ທີ່ເຫຼືອນັ້ນຕິດຢາຝິ່ນ ເຮໂຣອີນ ກັນຊາ ແລະຢາເສບຕິດ
ຊະນິດອື່ນໆ

ທ່ານກຸໄດ້ເນັ້ນຢໍ້າດ້ວຍວ່າສໍາລັບຄົນທີ່ຕິດຢາບ້ານັ້ນມີຢູ່ໃນທຸກສັງຄົມໃນລາວ ໂດຍບໍ່
ວ່າຈະເປັນຜູ້ອອກແຮງງານ ຜູ້ສູງອາຍຸ ພະນັກງານຂອງລັດຖະບານ ພະສົງ ແລະນາງຊີ
ກໍຕາມ ຕ່າງກໍລ້ວນແລ້ວແຕ່ໄດ້ມີການຊົມໃຊ້ຢາບ້າດ້ວຍກັນທັງສິ້ນ ໂດຍມີສາເຫດທີ່ສໍາ
ຄັນມາຈາກການທີ່ລາວໄດ້ກາຍເປັນເສັ້ນທາງຂອງການ ລັກລອບຂົນສົ່ງຢາບ້າໄປຕ່າງ
ປະເທດຫຼາຍຂຶ້ນນັບມື້ ແລະໃນຂະນະດຽວກັນການ ລັກລອບປູກຝິ່ນຢູ່ໃນລາວກໍຍັງຄົງມີ
ການຂະຫຍາຍພື້ນທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງອີກດ້ວຍ.

ອິງຕາມການສໍາຫຼວດຂອງ ຄະນະກໍາມະການຄວບຄຸມຢາເສບຕິດແລະອາຊະຍາ
ກໍາ
ແຫ່ງຊາດ ອົງການ UNODC ປະກອບ​ກັບ​ການພິຈາລະນາ​ຈາກ​ພາບ​ຖ່າຍດາວທຽມ
​ຂອງ​ລັດຖະບານ​ຈີນ ​ເມື່ອທ້າຍ​ປີ 2012 ທີ່​ຜ່ານ​ມາ​ນັ້ນ ກໍ​ເຮັດ​ໃຫ້​ສາມາດ​ປະ​ເມີນ​ໄດ້​ວ່າ​
ຍັງ​ມື​ການ​ລັກ​ລອບ​ປູກ​ຝິ່ນ​ຢູ່​ໃນ​ເຂດພາກ​ເໜືອ​ຂອງ​ລາວ​ ຄິດ​ເປັນ​ເນື້ອທີ່ກວ້າງ 6,000
​ເຮັກ​ຕ້າ ທີ່​ມີ​ຜົນ​ຜະລິດ​ຝິ່ນ ຫລາຍກວ່າ 50 ​ໂຕນ.

ສ່ວນ​ການ​ດໍາ​ເນີນ​ມາດ​ຕະການ​ເພື່ອ​ແກ້​ໄຂ​ບັນ​ຫາໃນ​ໄລຍະ​ທີ່​ຜ່ານ​ມາ​ນັ້ນ ທ່ານ​ກຸ ກໍ​
ໄດ້​ໃຫ້ການ​ຊີ້​ແຈງ​ວ່າ.

“ຕົ້ນຕໍ​ທີ່​ໄທ​ເຮົາ​ໄດ້​ຜ່ານ​ການຈັດ​ຕັ້ງ​ປະຕິບັດ ບັນຫາ​ນຶ່ງ​ຫຼະແມ່ນ​ກ່ຽວ​ກັບ​ເລຶ່ອງ
ການ​ປ້ອງ​ກັນ​ບໍ່​ໃຫ້​ຄົນ​ໃນ​ສັງຄົມ​ນີ້​ໄດ້​ຕົກ​ເປັນ​ທາດຂອງ​ຢາ​ເສບຕິດ​ປະ​ເພດ​
ຕ່າງໆ ​ແລະ​ສອງ​ມາ​ ກະ​ພວກ​ເຮົາ​ໄດ້​ເອົາ​ໃຈ​ໃສ່​ການ​ແກ້​ໄຂ​ການ​ລັກລອບ​ປູກ​
ຝິ່ນ​ ຊຶ່ງ​ແຕ່ລະ​ປີ​ແມ່ນ​ໄດ້​ເພີ່ມ​ຂຶ້ນຢ່າງ​ໜ້າ​ເປັນ​ຫ່ວງ ​ແລະ​ບັນຫາ​ທີ່​ສາມຫຼະ
​ແມ່ນ​ໄທເຮົາ​ໄດ້ ເອົາ​ໃຈ​ໃສ່​ໃນ​ການ​ບໍາບັດ​ປິ່ນປົວ​ແລະ​ການ​ຝຶກ​ວິຊາ​ຊີບ​ໃຫ້
ແກ່​ຜູ້​ທີ່​ຕົກ​ເປັນ​ທາດ​ຢາເສບ​ຕິດ.”


​UNODC ​ເຊື່ອ​ວ່າການ​ຜະລິດ​ຢາ​ບ້າ​ຢູ່​ເຂດ​ສາມຫຼ່ຽມ​ຄໍາ ​ມີ​ປະລິມານ​ລວມຫຼາຍກວ່າ
2,000 ລ້ານ​ເມັດ​ໃນ​ແຕ່ລະ​ປີ ຊຶ່ງ​ສ່ວນ​ໃຫຍ່​ກໍ​ເປັນ​ການ​ລັກລອບ​ຜະລິດ​ໂດຍ​ກອງກໍາ
ລັງ​ຊົນ​ກຸ່ມ​ນ້ອຍ​ໃນ​ເຂດ​ມຽນມາ ​ແລ້ວ​ຈຶ່ງ​ລັກລອບ​ຂົນ​ສົ່ງ​ຕໍ່​ໄປ​ຍັງ​ຕ່າງປະ​ເທດ ​ໂດຍ​ສະ​ເພາະ​ແມ່ນ​ລາວ ​ກໍ​ນັບ​ເປັນ​ເຂດ​ທາງ​ຜ່ານ​ທີ່​ສໍາຄັນ​ທີ່​ສຸດ ​ເນື່ອງຈາກ​ລາວ​ເປັນ​ປະ
ເທດ​ດຽວ​ທີ່​ສາມາດ​ເຊື່ອມ​ຕໍ່​ກັບປະ​ເທດ​ໃນ​ເຂດ​ລຸ່ມ​ແມ່​ນໍ້າຂອງດ້ວຍ​ກັນ​ໄດ້ ໃນ​ທຸກ​ທິດ​
ທຸກທາງ ນັກ​ຄ້າ​ຢາ​ເສບ​ຕິດ​ຂ້າມ​ຊາດ​ຈຶ່ງ​ສວຍ​ໂອກາດ ​ໃຊ້ລາວ​ເປັນ​ທາງ​ຜ່ານ​ຫຼາຍ​ຂຶ້ນ
ນັບ​ມື້​ນັ້ນ​ເອງ.
XS
SM
MD
LG