ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ກຸ່ມ ICG ຮຽກຮ້ອງໃຫ້ຍົກເລີກ ການລົງໂທດຕໍ່ມຽນມາ


ທ່ານ Thein Sein ປະທານາທິບໍດີທີ່ຖືກເລືອກຕັ້ງໃໝ່ຂອງມຽນມາ.
ທ່ານ Thein Sein ປະທານາທິບໍດີທີ່ຖືກເລືອກຕັ້ງໃໝ່ຂອງມຽນມາ.

















ກຸ່ມ​ຄົ້ນ​ຄວ້າ​ລະຫວ່າງ​ຊາດ​ຊັ້ນ​ນໍາ​ກຸ່ມ​ນຶ່ງ​ກ່າວວ່າ ການ​ລົງ​ໂທດ​ຂອງ​ຝ່າຍ​ຕາ​ເວັນຕົກ​ມາ​ເປັນ​ເວລາ 2 ທົດ​ສະ​ວັດ​ຕໍ່​ລັດຖະບານ​ທະຫານ​ມຽນມາ ບໍ່​ໄດ້ບັນລຸ​ເປົ້າ​ໝາຍ​ຂອງ​ຕົນ ​ແລະ​ມີ​ຜົນ​ກະທົບ​ໃນ​ທາງ​ລົບ​ຕໍ່​ປະຊາຊົນ​ ​ທີ່ການ​ລົງ​ໂທດ​ມີ​ເປົ້າ​ໝາຍ​ໃຫ້ການປົກ​ປ້ອງ​ນັ້ນ.

ກຸ່ມ​ວິ​ກິດ​ການ​ລະຫວ່າງ​ຊາດ ຫລື ICG ​ໃນ​ການ​ກ່າວ​ໂດຍ​ສັງ​ເຂ​ບ​ໃນວັນ​ຈັນ​ວານ​ນີ້ ​ໄດ້​ອ້າງ​ວ່າ ການ​ລົງ​ໂທດ​ດັ່ງກ່າວ​ເປັນຄວາມ​ລົ້ມ​ແຫລວແລະ​ເພ່ງ​ເລັງ​ໃສ່​ການ​ເລືອກ​ຕັ້ງ​ຄັ້ງ​ທໍາ​ອິດ​ຂອງ​ມຽນມ້າ​ໃນ​ຮອບ 20 ປີທີ່​ມີ​ຂຶ້ນ​ໃນ​ເດືອນ​ພະຈິກ​ຜ່ານ​ມາ​ນັ້ນ. ​ໃນ​ຂະນະ​ທີ່​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ບໍ່​ໄດ້​ດໍາ​ເນີນ​ໄປ​ຕາມ​ມາດຕະຖານ​ປະຊາທິປະ​ໄຕ​ນັ້ນ ກຸ່ມ ICG ກ່າວ​ວ່າ ​ແຕ່​ຢ່າງ​ໃດ​ກໍ​ດີ ການ​ເລືອກ​ຕັ້ງທີ່​ວ່າ​ກໍ​ໄດ້​ເປັນ​ການ​ໄຂ​ການ​ໂອ້​ລົມ​ສົນທະນາ​ກັນ​ໃໝ່​ແລະ​ການ​ຊອກ​ຫາ​ຊ່ອງທາງສ້າງຄວາມ​ປອງ​ດອງ​ກັນ​ຄືນ​ໃໝ່​ໃນ​ຂັ້ນ​ຕໍ່​ໄປ​ໃນ​ປະ​ເທດ​ໃນ​ຂົງ​ເຂດ​ເອ​ເຊຍຕາ​ເວັນ​ອອກສຽງ​ໃຕ້​ແຫ່ງ​ນີ້.

ກຸ່ມ ICG ທີ່​ມີ​ຫ້ອງການ​ຕັ້ງ​ຢູ່​ໃນ​ກຸງ Brussels ກ່າວ​ວ່າ ມຽນມາ​ຍັງ​ຄົງ​ຕ້ອງການ​ການ​ປະ​ຕິ​
ຮູບທາງ​ດ້ານ​ສັງຄົມ ​ເສດຖະກິດ​ແລະ​ການ​ເມືອງ​ຢ່າງ​ຫລວງ​ຫລາຍ​ນັ້ນ​ຢູ່. ​ແຕ່​ແທນ​ທີ່​ຈະ​ຮຽກ
ຮ້ອງ​ໃຫ້​ເພີ່ມ​ການ​ລົງໂທດ​ຕື່ມ​ອີກຕໍ່ລັດຖະ ບານ​ຜະ​ເດັ​ດການນີ້ ທາງ​ກຸ່ມ ICG ກັບ​ຮຽກຮ້ອງ
ໃຫ້​ເພີ່ມ​ການ​ຊ່ອຍ​ເຫລືອ​ຂອງ​ຕ່າງປະ​ເທດ​ຕື່ມ​ອີກ ​ແລະ​ໃຫ້​ຍຸດຕິ​ການ​ທີ່ສະຫະລັດຫ້າມ​ສັ່ງ​ຊື້​
ສິນຄ້າ​ຂອງ​ມຽນມາ ​ແລະ​ໃຫ້​ຍົກ​ເລີກ​ການ​ຈໍາກັດ​ຮັດ​ແຄບ​ຂອງ​ພວກ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ
ໃນ​ການ​ຊ່ອຍ​ເຫລືອ​ດ້ານ​ການ​ພັດທະນາ​ຂອງ​ຕົນ​ແກ່​ມຽນມາ​ນັ້ນ.

XS
SM
MD
LG