ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໄອສະແລນ - ພູໄຟ


ກ້ອນເມກຂະໜາດໃຫຍ່ ຂອງຂີ້ຝຸ່ນພູໄຟ ຈາກໄອສະແລນ ໄດ້ລົບກວນການເດີນທາງໆອາກາດ ໃນທົ່ວທະວີບຢູໂຣບ ເປັນມື້ທີ 2 ລຍນຕິດ ຂະນະທີ່ຜູ້ໂດຍສານຕົກຄ້າງ ພວມປະເຊີນກັບ ການປິດເຂດອາກາດ ທີ່ໃຫຍ່ທີ່ສຸດ ນັບແຕ່ໄດ້ມີ ການໂຈມຕີ ຂອງພວກກໍ່ການຮ້າຍ ໃນວັນທີ 11 ກັນຍາ ປີ 2001 ເປັນຕົ້ນມາ. ອົງການຄວບຄຸມ ອາກາດສະຍານ ຂອງຢູໂຣບ ຫຼື EUROCONTROL ແຈ້ງວ່າ ມີທ່າທາງວ່າ ຈະມີການຍົກເລີກຖ້ຍວບິນ ປະມານ 17 ພັນຖ້ຍວ ແລະເຈົ້າໜ້າທີ່ ກ່າວວ່າ ການລົບກວນທີ່ວ່ານີ້ ຍັງຈະດຳເນີນຕໍ່ໄປ ຈົນຮອດວັນເສົາມື້ອື່ນ. ເຈົ້າໜ້າທີ່ເວົ້າວ່າ ປະມານເຄິ່ງນຶ່ງ ຂອງຖ້ຍວບິນ ປະຈຳວັນ ລະຫວ່າງຢູໂຣບ ຫາທະວີບອະເມລິກາເໜືອ ຈະຖືກຍົກເລີກ ໃນວັນສຸກມື້ນີ້. ຖ້ຍວບິນຈຳນວນນຶ່ງ ລະຫວ່າງເອເຊັຍ ຫາຢູໂຣບ ກໍຈະໄດ້ຮັບ ຄວາມກະທົບກະເທືອນດ້ວຍ. ຍັງບໍ່ທັນ ເປັນທີ່ຈະແຈ້ງເທື່ອວ່າ ຂີ້ຝຸ່ນພູໄຟດັ່ງກ່າວ ຈະມີຜົນກະທົບແນວໃດ ຕໍ່ການເດີນທາງ ຂອງພວກຜູ້ນຳ ປະເທດຕ່າງໆໃນໂລກ ໄປຮ່ວມແຜນການ ສົ່ງສະການ ຢ່າງເປັນທາງການ ໃຫ້ແກ່ມື້ລາງ ປະທານາທິບໍດີໂປແລນ ທ່ານ LECH KACZYNSKI ໃນມື້ວັນອາທິດ ຈະມານີ້. ມີກຳນົດວ່າ ພິທີຊາປະນະກິດສົບ ທີ່ວ່ານີ້ ຈະຈັດຂຶ້ນທີ່ເມືອງ KRAKOW ໃນພາກຕາເວັນອອກສຽງໃຕ້ ຂອງປະເທດໂປແລນ. ເຈົ້າໜ້າທີ່ໂປແລນ ໄດ້ປິດເຂດອາກາດ ໃນບໍຣິເວນພາກເໜືອ ຂອງປະເທດ.

ກ່ຽວຂ້ອງກັນ

XS
SM
MD
LG