ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຂີ້ຝຸ່ນພູໄຟຈາກໄອສະແລນ ລົບກວນການສັນຈອນໄປມາທາງອາກາດ ເປັນມື້ທີ 3


ການເດີນທາງໆອາກາດ ໃນທົ່ວທະວີບຢູໂຣບ ແລະໃນທົ່ວໂລກ ຍັງໄດ້ຮັບການລົບກວນຢູ່ຕໍ່ມາ ຂະນະທີ່ເມກ ຂີ້ຝຸ່ນພູໄຟລະເບີດ ຈາກໄອສະແລນ ຍັງສືບຕໍ່ລ່ອງລອຍ ໄປທົ່ວທັງທະວີບ. ບາງປະເທດໃນຢູໂຣບ ໄດ້ອັດເຂດອາກາດຂອງຕົນ ຢ່າງສິ້ນເຊີງ ຂະນະທີ່ບາງປະເທດ ໄດ້ປິດເຂດອາກາດ ເປັນບາງສ່ວນ. ຖ້ຽວບິນຫລາຍພັນຖ້ຽວ ໄດ້ມີການຍົກເລີກ ເຮັດໃຫ້ຜູ້ໂດຍສານ ຈຳນວນຫລາຍຮ້ອຍພັນຄົນ ຕ້ອງໄດ້ຕົກຄ້າງ ຢູ່ຕາມສະໜາມບິນຕ່າງໆ ແລະສາຍການບິນ ໄດ້ເສຍເງິນ ຫລາຍຮ້ອຍລ້ານໂດລາ. ເຈົ້າໜ້າທີ່ຄາດວ່າ ການເດີນທາງໆອາກາດ ຈະໄດ້ຮັບການລົບກວນ ເປັນເວລາຫລາຍໆມື້. ສ່ວນການບໍລິການທາງລົດໄຟ ເຮືອຂ້າມຟາກ ແລະບໍລິສັດລົດແທັກຊີ ໃນຢູໂຣບກ່າວວ່າ ຕົນມີລູກຄ້າເພີ້ມຂຶ້ນ ເປັນຈຳນວນຫລວງຫຼາຍ ອັນເປັນຜົນ ເນື່ອງມາຈາກ ການລົບກວນທີ່ວ່ານີ້. ຂີ້ຝຸ່ນພູໄຟ ຊຶ່ງມີຮວມທັງ ເມັດຫີນນ້ອຍໆ ແກ້ວ ແລະຊາຍນັ້ນ ແມ່ນເປັນໄພອັນລະລາຍ ຢ່າງຮ້າຍແຮງ ຕໍ່ເຮືອບິນ. ນອກຈາກບັນຫາ ການເດີນທາງແລ້ວ ເຈົ້າໜ້າທີ່ຍັງໄດ້ຮຽກຮ້ອງ ໃຫ້ຜູ້ຄົນ ທີ່ມີບັນຫາ ກ່ຽວກັບລະບົບຫາຍໃຈ ຢູ່ແຕ່ໃນເຮືອນ. ການອັດການເດີນທາງໆອາກາດທີ່ວ່ານີ້ ແມ່ນຢູ່ໃນຂອບເຂດ ທີ່ກວ້າງຂວາງທີ່ສຸດ ນັບແຕ່ໄດ້ມີ ການໂຈມຕີ ຂອງພວກກໍ່ການຮ້າຍ ຢູ່ໃນສະຫະລັດ ເມື່ອວັນທີ 11 ກັນຍາປີ 2001.

XS
SM
MD
LG