ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ກໍ່າປັ່ນຣັດເຊຍ ທີ່ຕິດຄານໍ້າກ້ອນ ຍັງລໍຖ້າ ການກູ້ໄພຢູ່ (ວີດີໂອ/ສະໄລດ໌)


ພວກ​ຜູ້​ໂດຍສານ​ຢູ່​ເທິງ​ກໍ່າ​ປັ່ນ​ຄົ້ນ​ຄ້ວາ​ຂອງຣັດ​ເຊຍ​ ກໍາລັງລໍ
ຖ້າ​ການ​ກູ້​ໄພ ດ້ວຍ​ຄວາມ​ວິຕົກ​ຮ້ອນ​ໃຈ ຫຼັງຈາກໄດ້​ຕິດ​ຄ້າງ
​ຢູ່​ລະຫວ່າງ​ແຜ່ນ​ນໍ້າກ້ອນ ທີ່​ມະຫາ​ສະມຸດ Antarctic ຢູ່​ຂົ້ວ
ໂລກ​ໃຕ້ ມາໄດ້​ເກືອບນຶ່ງ​ອາທິດ​ແລ້ວນັ້ນ.

ກໍ່າ​ປັ່ນຕັດ​ນໍ້າກ້ອນ Snow Dragon ຂອງ​ຈີນ ​ທີ່​ຖືກ​ສົ່ງ​ໄປ​ກູ້​ໄພ ​
ໄດ້​ໄປ​ຮອດ​ບໍລິ​ເວນຫ່າງ​ຈາກ ກໍ່າ​ປັ່ນ​ສໍາຫຼວດ MV Akademik
Shokalskiy ຂອງຣັດ​ເຊຍ ປະມານ 11 ກິ​ໂລ​ແມັດ ​ເມື່ອ​ວັນ​ເສົາ​
ວານ​ນີ້ ​ແຕ່ກໍ​ຕ້ອງ​ຢຸດຍ້ອນ​ມີ​ນໍ້າກ້ອນ​ຂວາງ​ໜ້າ​ຢູ່ ທີ່ໜາ​ເກີນ
ກວ່າ ທີ່​ກໍ່າ​ປັ່ນ​ຈະ​ສາມາດ​ບຸກໄປ​ຕໍ່​ໄດ້.


ບັດ​ນີ້ ການ​ຊ່ວຍ​ກູ້ໄພ​ດັ່ງກ່າວ ຈະຕ້ອງ​ໄດ້​ເພິ່ງ​ພາ ​ກໍ່າ​ປັ່ນ​ລຸຍນໍ້າ​ກ້ອນລໍາ​ນຶ່ງ ຂອງ​ອອສ​ເຕຣ​ເລຍ ທີ່​ໜ້າຈະ​ໄປ​ເຖິງຈຸດ​ດັ່ງ​ກ່າວ ​ໃນ​ຕອນແລງວັນ​ອາທິດ​ມື້​ນີ້.

ຖ້າ​ຫາກ ກໍ່າ​ປັ່ນ​ອອສ​ເຕຣ​ເລຍລໍາ​ດັ່ງກ່າວ​ນີ້ ບໍ່​ສາມາດທັບ​ແຕກ ຫຼື​ລຸຍ​ຜ່າແຜ່ນ​ນໍ້າກ້ອນ​ ໜາ
3 ​ແມັດ​ນີ້​ ໄປ​ໄດ້​ແລ້ວ ກໍຈະ​ຕ້ອງ​ໄດ້​ສົ່ງ​ເຮືອບິນ Helicopter ຢູ່​ເທິງ​ກໍ່າ​ປັ່ນ ຂອງ​ຈີນ​ໄປ​ຊ່ວຍ
​ກູ້​ໄພ​ຜູ້​ໂດຍສານ ທີ່​ຕິດ​ຄ້າງ​ຢູ່​ໃນ​ກໍ່າ​ປັ່ນຂອງຣັດ​ເຊຍ​ນັ້ນ. ກໍ່າປັ່ນຂອງຣັດ​ເຊຍ ມີ​ຜູ້​ໂດຍ
ສານ 74 ຄົນ ຮວມ​ທັງ​ນັກ​ຄົ້ນຄວ້າອອສ​ເຕ​ເລຍ ພ້ອມ​ດ້ວຍບັນດາ​ນັກ​ທ່ອງ​ທ່ຽວ ​ແລະ​ລູກ
​ເຮືອ. ​ເຮືອລຳ​ນີ້​ໄດ້​ຕິດ​ຄາ​ນໍ້າກ້ອນ ຢູ່​ໃກ້​ກັບ​ຂົ້ວ​ໂລກ​ໃຕ້​ ໃນ​ວັນ​ອັງຄານ​ທີ່​ຜ່ານ​ມາ ​ແຕ່​ບັນ
ດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ເຮືອ​ບໍ່​ໄດ້​ຕົກ​ຢູ່​ໃນອັນ​ຕະລາຍ ທີ່​ຈະ​ຈົມ​ລົງ ແຕ່​ຢ່າງ​ໃດ.

Antarctica Ship
please wait
Embed

No media source currently available

0:00 0:00:25 0:00
XS
SM
MD
LG