ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກການທູດ ອີຣ່ານ ກ່າວວ່າ ຂໍ້ຕົກລົງນິວເຄລຍ ເປັນໄປໄດ້ ຖ້າອີກຝ່າຍນຶ່ງ ມີເຫດຜົນ


ລັດຖະມົນຕີຕ່າງປະເທດອີຣ່ານ ທ່ານ Mohammed Javad Zarif .
ລັດຖະມົນຕີຕ່າງປະເທດອີຣ່ານ ທ່ານ Mohammed Javad Zarif .

ລັດຖະມົນຕີການຕ່າງປະເທດອີຣ່ານ ກ່າວຕໍ່ສື່ມວນຊົນຂອງລັດ
ຖະບານ ບໍ່ເທົ່າ ໃດມື້ກ່ອນທີ່ເສັ້ນຕາຍ ເພື່ອບັນລຸຂໍ້ຕົກລົງໃນ
ຂອບເຂດທີ່ກວ້າງຂວາງ ກ່ຽວກັບ ໂຄງການນິວເຄລຍຂອງອີ
ຣ່ານ ວ່າ ຂໍ້ຕົກລົງນີ້ມີທາງເປັນໄປໄດ້ ຖ້າຫາກຝ່າຍກົງກັນຂ້າມ
ມີເຫດຜົນພຽງພໍ.

ທ່ານ Mohammed Javad Zarif ກ່າວໃນວັນເສົາມື້ນີີ້ວ່າ “ຖ້າ
ຫາກຝ່າຍກົງກັນຂ້າມ ເອົາບາດກ້າວໃນທາງບວກ ແລະບໍ່ທຳ
ການຮຽກຮ້ອງຫຼາຍເກີນໄປ ແນ່ນອນພວກເຮົາຈະບັນລຸການ
|ຕົກລົງ ທີ່ໃຫ້ຜົນປະໂຫຍດແກ່ທຸກໆຄົນ.

ທ່ານໃຫ້ຄວາມເຫັນດັ່ງກ່າວບໍ່ດົນ ກ່ອນການປະຊຸມທີ່ໄດ້ວາງແຜນໄວ້ລ່ວງໜ້າ ຢູ່ນະ
ຄອນວຽນນາ ກັບລັດຖະມົນການຕ່າງປະເທດສະຫະລັດ ທ່ານ John Kerry.

ນັກ​ການ​ທູດ​ຂັ້ນ​ສູງ​ຕາ​ເວັນ​ຕົກ​ຄົນນຶ່ງ​ ກ່າວ​ວ່າ ຄວາມ​ແຕກ​ຕ່າງ​ຍັງ​ມີ​ຢູ່ກ່ຽວ​ກັບ​ບັນຫາ
ທີ່​ສຳຄັນໆ ​ໃນ​ຂະນະ​ທີ່ອີຣ່ານ ​ແລະ​ບັນດາ​ມະຫາ​ອຳນາດ​ຂອງໂລກ ​ພະຍາຍາມ​ເຈລະ
ຈາຫາລື ເພື່ອໃຫ້ບັນລຸການຕົກລົງ ພາຍໃນກຳນົດ​ເສັ້ນ​ຕາຍ​ທີ່ຕັ້ງ ໃສ່ວັນ​ທີ 30 ​ເດືອນ
​ມິຖຸນາ ຊຶ່ງບັນດາ​ເຈົ້າ​ໜ້າ​ທີ່ຫລາຍ​ຄົນ​ຄາດ​ວ່າ ຈະກາຍກຳ ນົດໄປນັ້ນ.

ນັກ​ການ​ທູດທ່ານນີ້​ກ່າວ​ວ່າ ບັນ​ຫາ​ທີ່ຫຍຸ້ງຍາກ​ທີ່​ສຸດແມ່ນ​ຕ້ອງ​ໄດ້​ຮັບການແກ້​ໄຂ ​ພາຍ
ໃນບໍ່ເທົ່າໃດມື້ຂ້າງໜ້ານີ້ ຮວມທັງການ​ກວດກາສະຖານທີ່ນິວເຄລຍ ຫລາຍໆ​ແຫ່ງຂອງ
ອີຣ່ານ ໂດຍສະຫະ​ປະຊາ​ຊາດ ​ຄວາ​ມໂປ່ງໃສ ການ​ລົງ​ໂທດ ​ແລະ​ການອາດຈະ​ນຳໃຊ້
​ ໂຄງການປະລະ​ມານູຂອງ​ອີຣ່ານ ເພື່ອຈຸດປະສົງທາງ​ດ້ານ​ທະຫານ​.

ນັກ​ການທູດທ່ານນີ້ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ໂດຍຂໍສະຫງວນຊື່ທີ່ນະຄອນ Vienna ວ່າ
ບ່ອນທີ່ການຈະລະຈາ​ລະຫວ່າງບັນດາ​ເຈົ້າ​ໜ້າ​ທີ່​ຈາກອີຣ່ານ​ແລະສະຫະລັດ ອັງກິດ
ຝຣັ່ງ ​ເຢຍຣະມັນ ຈີນ ​ແລະຣັດ​ເຊຍ ກຳລັງ​ເຂົ້າ​ສູ່​ຮອບ​ສຸດ​ທ້າຍ.

ທ່ານ Kerry ​ແລະ ທ່ານ Zarif ຈະ​ເຂົ້າ​ຮ່ວມການສົນ​ທະ​ນາແບບ​ປິ​ດລັບ ແລະ​ ຈະ​ເຂົ້າ​
ຮ່ວມ​ສົມທົບ ໃນ​ໄລຍະສອງສາມມື້ຕໍ່ໜ້າ ໂດຍບັນ​ດາ​ເຈົ້າ​ໜ້າທີ່ປະ​ເທດ​ຕ່າງໆ ທີ່​ປະກອບ
​ດ້ວຍ​ອັນ​ທີ່​ຮ້ອງວ່າ ກຸ່ມ P5+1 ຄືຫ້າສະມາຊິກ​ຖາວອນຂອງ ສະພາ​ຄວາມ​ໝັ້ນຄົງສະຫະ
​ປະຊາ​ຊາດ ​ແລະ​ເຢຍຣະມັນ.

​ໃນ​ວັນ​ພະຫັດຜ່ານມານີ້ ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສສະຫະລັດຄົນ​ນຶ່ງ​ກ່າວ​ວ່າ ບັນດາ​ຜູ້​ເຈລະຈາ
ຄາດ​ວ່າໃກ້ຈະມີການຕົກລົງກັນໄດ້ແລ້ວໃນວັນທີ 30 ມິຖຸນາ ຖ້າຫາກ ວ່າ​ເຂົາ​ເຈົ້າ “ສາ
ມາດໄປ​ສູ່​ຈຸດ​ນັ້ນໄດ້.” ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ບັນດາ​ຜູ້​ເຈລະຈາ​ຍັງ​ມີຄວາມໝາຍໝັ້ນຕໍ່ເສັ້ນ
​ຕາຍ​ໃນວັນ​ອັງຄານ​ແຕ່​ອາດ “ພາດ​ໄປ​ໜ້ອຍ​ນຶ່ງ” ​ເພື່ອ ​ໃຫ້ການ​ຄໍ້າປະກັນ​ໃນການ​ບັນລຸ
​ຂໍ້​ຕົກລົງ​ທີ່​ເໝາະ​ສົມ. ​

US Iran Nuclear
please wait
Embed

No media source currently available

0:00 0:00:43 0:00

XS
SM
MD
LG