ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບໍລິສັດ Hyundai ແລະ Kia ຖືກປັບໃໝ 41 ລ້ານໂດລາ ​ຍ້ອນອ້າງຂໍ້ມູນ ທີ່ບໍ່ຖືກຕ້ອງ


ບໍລິສັດສ້າງລົດໃຫຍ່ທີ່ສຸດຂອງເກົາຫລີໃຕ້ Hyundai Motor, ແລະໃຫຍ່ອັນດັບສອງ Kia Motors ບັນລຸຂໍ້ຕົກລົງປັບໃໝ.
ບໍລິສັດສ້າງລົດໃຫຍ່ທີ່ສຸດຂອງເກົາຫລີໃຕ້ Hyundai Motor, ແລະໃຫຍ່ອັນດັບສອງ Kia Motors ບັນລຸຂໍ້ຕົກລົງປັບໃໝ.

ບໍລິສັດ​ຜະລິດລົດ​ເກົາຫລີ Hyundai ​ແລະ Kia ​ໄດ້​ບັນລຸ​ການ​ຕົກລົງກັບ 33 ລັດ ​ແລະ​ນະຄອນຫຼວງວໍ​ຊິງ​ຕັນ​ ​ໃນ​ວັນ​ພະຫັດ​ວານ​ນີ້ ​ໃນ​ຂໍ້​ຫາ​ທີ່ເພີ້ມ​ໂຕ​ເລກ ປະຢັດ​ນໍ້າມັນ ສຳລັບ​ລົດ​ລຸ້ນປີ 2011 ຫາ​ປີ 2013​.

ບໍລິສັດ​ທັງ​ສອງຈະ​ຈ່າຍ​ຄ່າ​ປັບ​ໃໝ ​ເປັນ​ເງິນ 41 ລ້ານ 2 ​ແສນ​ໂດ​ລາ.

ບໍລິສັດ Hyundai ​ແລະ Kia ​ໄດ້​ຈ່າຍເງິນໄປ​ແລ້ວ 300 ລ້ານ​ໂດ​ລາ​ແກ່​ລັດຖະບານ​ກາງ ​ແລະໃຊ້​ຄ່າ​ເສຍ​ຫາຍ​ແກ່​ບັນດາ​ເຈົ້າ​ຂອງ​ລົດ​ຈຳນວນນຶ່ງ.

​ຫົວໜ້າ​ຍຸຕິທຳ​ຂອງ​ລັດ​ຕ່າງໆ ​ແລະ​ນະຄອນຫລວງວໍ​ຊິງ​ຕັນ ກ່າວ​ວ່າ ພວກ ບໍລິສັດ​ຜະລິດ​ລົດ​ໄດ້​ອ້າງ​ວ່າ ລົດ​ລຸ້ນດັ່ງກ່າວ​ແລ່ນ​ໄດ້ 100 ກິ​ໂລ​ແມັດ​ໂດຍໃຊ້​ນຳ​ມັນ 7.1 ລິດ​ ​ແຕ່​ໂຕ
ເລກ​ແທ້ໆ​ ​ແມ່ນໜ້ອຍ​ກວ່ານັ້ນ.

ບໍລິສັດ Hyundai ​ແລະ Kia ປະຕິ​ເສດວ່າ ຕົນ​ບໍ່​ໄດ້​ລະ​ເມີດກົດໝາຍ ​ແລະ​ໄດ້ຖິ້ມ​ຄວາມ​ຜິດພາດ​ໃນອັນ​ທີ່​ເຂົາ​ເຈົ້າ​ຮ້ອງ​ວ່າ ​ເປັນ​ການ​ລົດ​ສອບທີ່​ບໍ່​ຖືກຕ້ອງ​ຂອງ​ລັດຖະບານ.

ຫົວໜ້າຍຸຕິ​ທຳ ທີ່​ນະຄອນຫລວງວໍ​ຊິງ​ຕັນ ທ່ານ Karl Racine ກ່າວ​ວ່າ “ບັນາ​ດາ​ຜູ້​ບໍລິ​ໂພ​ກໄດ້​ຄົ້ນຄວ້າ​ຢ່າງ​ຖີ່​ຖ້ວນ ​ແລະ​ຊື້​ລົດ​ຢູ່ໃນ​ຂອບ​ເຂດງົບ ປະມານ​ຂອງ​ເຈົ້າ ​ແລະ​ຄວາມ​ປາດ​ຖະໜາ​ຂອງ​ເຂົາ​ເຈົ້າ ທີ່​ຈະ​ປົກ​ປ້ອງສິ່ງ ​ແວດ​ລ້ອມ ຄວນ​ສາມາດ​ເຊື່ອ​ຖື​ຕໍ່​ອັນ​ທີ່​ບໍລິສັດ​ຜະລິດລົດ​ເວົ້າ​ໄປນັ້ນ.​

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG