ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມ HRW ກ່າວວ່າ ກຳລັງປະສົມ ບໍ່ໄດ້ສືບສວນ ການໂຈມຕີ ທາງອາກາດ ຢູ່ ເຢເມນ


ເດັກນ້ອນຄົນໜຶ່ງ ຍົກໄມ້ອອກຈາກຊາກຫັກພັງ ທີ່ຖືກໂຈມຕີທາງອາກາດ.
ເດັກນ້ອນຄົນໜຶ່ງ ຍົກໄມ້ອອກຈາກຊາກຫັກພັງ ທີ່ຖືກໂຈມຕີທາງອາກາດ.

ກຸ່ມປົກ​ປ້ອງ​ສິດທິ​ມະນຸດ​ສາກົນ​ກຸ່ມ​ໜຶ່ງໄດ້​ກ່າວ​ຫາ​ກຳລັງ​ປະ
ສົມ​ພາຍໃຕ້​ການ​ນຳພາ​ຂອງ ຊາ​ອຸ​ດີ ອາ​ຣາ​ເບຍ ວ່າ ​ແນ​ເປົ້າ
​ໝາຍ​ໃສ່ບັນດາ​ພົນລະ​ເຮືອນ ຢູ່​ໃນປະ​ເທດ Yemen ​ໂດຍ
​ກ່າວ​ວ່າ ຊາ​ອຸ​ດີ ​ແລະ ​ບັນດາ​ປະ​ເທດ​ຕາ​ເວັນ​ຕົກ ທີ່​ໃຫ້ການ​
ສະໜັບສະໜູນບໍ່​ສາມາດ​ສະໜອງຄຳ​ຕອບກ່ຽວ​ກັບ​ການ​ສັງ
ຫານພົນລະ​ເຮືອ​ນຢູ່​ໃນ​ປະ​ເທດ​ທີ່​ທຸກ​ຈົນດັ່ງ ກ່າວ​ໄດ້.

ລາຍ​ງານ​ສະບັບ​ໜຶ່ງ ຂອງກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human
Rights Watch ທີ່​ນຳ​ອອ​ກ​ເຜີຍ​ແຜ່​ໃນ​ວັນ​ສຸກ​ວານ​ນີ້ ​ກ່າວ
​ວ່າ ບັນດາ​ເຮືອບິນ​ລົບ ຂອງຊາ​ອຸ​ດີ ​ໄດ້ທຳ​ການ​ໂຈມ​ຕີ ​ຢ່າງ​
ໜ້ອຍ 10 ​ເທື່ອ “ທີ່​ເຫັນ​ວ່າ​ຜິດ​ກົດໝາຍ” ຢູ່​ໃນ Yemen ລະ
ຫວ່າງ​ເດືອນ​ເມສາ ​ແລະ​ສິງຫາ ປີ 2015 ທີ່​ໄດ້ສັງຫານ​ພົນລະ​ເຮືອນ 309 ຄົນ ​ແລະ​ໄດ້
ຮັບ​ບາດ​ເຈັບອີກ 414 ຄົນ.

ລາຍງານ​ກ່າວ​ວ່າ ທັງຊາ​ອຸ​ດີ ອາຣາ​ເບຍ ​ແລະ​ສະຫະລັດ ທີ່​ໃຫ້ການ​ສະໜັບສະໜຸນ​ດ້ານ
ສືບ​ລັບ ​ແລະ​ດ້ານ​ພະລາທິການໃນ​ການ​ໂຈມ​ຕີ ​ບໍ່ໄດ້ທຳ​ການ​ສືບສວນ​ກ່ຽວ​ກັບ​ການ​ເສຍ
​ຊີວິດ​ຂອງ​ພົນລະເຮືອນ​ຢູ່​ໃນ​ເຢ​ເມນ​ເລີຍ.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ ​ທີ່​ມີ​ສຳນັກງານ ​ຢູ່ໃນ​ນະຄອນ​ New York ກຸ່ມ​ນີ້ ກ່າວ​ວ່າ ​ເຈົ້າ​
ໜ້າ​ທີ່ຊາ​ອຸ​ດີ ຍັງ​ບໍ່​ໄດ້​ໃຫ້​ຄຳ​ຕອບຕໍ່​ການຮ້ອງຂໍຊໍ້າ​ແລ້ວ​ຊໍ້າ​ອີກໂດຍ​ກຸ່ມ​ດັ່ງກ່າວ ກ່ຽວກັບ
​ລາຍ​ລະອຽດໃນ​ການ​ໂຈ​ມຕີ​ທາງ​ອາກາດ 10 ​ເທື່ອ​ນັ້ນ.

ຮອງຜູ້ອຳນວຍການ ປະຈຳ​ເຂດພາກ​ຕາ​ເ​ວັນ​ອອກ​ກາງ ຂອງ​ອົງການ Human Rights
Watch ທ່ານ Joe Stork ກ່າວ​ວ່າ ​ກຳລັງ​ປະສົມ ບໍ່ເຕັມ​ພໍ​ໃຈ​ທີ່​ທຳ​ການ “​ແມ່ນ​ແຕ່​ການ
​ສືບສວນ ໜຶ່ງ​ເທື່ອ ກ່ຽວ​ກັບການ​ໂຈມ​ຕີ​ຫລາຍ​ຄັ້ງ ​ທີ່​ຜິດ​ກົດໝາຍ.”

ທ່ານ​ Stork ກ່າວ​ວ່າ “​ໃນ​ຂະນະ​ທີ່ກຳລັງປະສົມ ອາດ​ມີ​ອາວຸດ​ຍຸດ​ໂທ​ປະກອນ​ທີ່ທັນສະ
ໄໝ​ ແລະ​ສະຫະລັດໃຫ້ການ​ສະໜັບສະໜູນໃນຄວາມໝັ້ນໝາຍຕໍ່​ກົດໝາຍ​ສົ​ງຄາມ​ນັ້ນ ​
ແມ່ນ​ເປັນ​ພື້ນຖານ​ທີ່​ດີ​ສຸດ.”

XS
SM
MD
LG