ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຮີຣິເຄນ Hermine ພັດຖະຫຼົ່ມ ລັດຟລໍຣິດາ


ນັກຂ່າວຄົນນຶ່ງ ພວມລາຍງານຂ່າວ ທີ່ຄູກັ້ນນ້ຳທະເລ ຢູ່ Cedar Key ລັດຟລໍລິດາ ທີ່ພວມຖືກຄື້ນຟອງຖະຫຼົ່ມ ໃນຂະນະທີ່ ເຮີຣິເຄນ Hermine ເຄື່ອນເຂົ້າສູ່ລັດດັ່ງກ່າວ.
ນັກຂ່າວຄົນນຶ່ງ ພວມລາຍງານຂ່າວ ທີ່ຄູກັ້ນນ້ຳທະເລ ຢູ່ Cedar Key ລັດຟລໍລິດາ ທີ່ພວມຖືກຄື້ນຟອງຖະຫຼົ່ມ ໃນຂະນະທີ່ ເຮີຣິເຄນ Hermine ເຄື່ອນເຂົ້າສູ່ລັດດັ່ງກ່າວ.

ເຮີ​ຮິ​ເຄນ Hermine ​ພັດ​ຂຶ້ນຝັ່ງ​ໃນ​ຕອນ​ເຊົ້າວັນ​ສຸກ​ມື້ນີ້ ​ໃນບໍລິ​ເວນ​ແຄມ​ຝັ່ງ​ທະ​ເລ​ອ່າວ​ເມັກ​ຊິ​ໂກຂອງ​ລັດ​ຟລໍຣິດາ ທາງ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ສະຫະລັດ.

ເຮີ​ຮິ​ເຄນ Hermine ຫລັງ​ຈາກ​ນັ້ນກໍ​ໄດ້​ອ່ອນ​ກຳລັງ​ລົງ​ກາຍ​ເປັນ​ລົມພາຍຸ​ເຂດຮ້ອນ ມຸ່ງ​ໜ້າ​ໄປ​ສູ່​ລັດ​ຈໍ​ເຈຍ​ທີ່​ຕັ້ງຢູ່​ໃກ້​ຄຽງ.

​ເຮີ​ຮິ​ເຄນ Hermine ຊຶ່ງ​ພັດ​ເຂົ້າຖະຫຼົ່ມລັດ​ຟລໍຣິດາ ໃນ​ຮອບທົດ​ສະ​ວັດ​ກວ່າໆ​ໄດ້​ເຮັດ ​ໃຫ້​ສາຍ​ໄຟ​ຂາດ ​ແລະ​ນ້ຳ​ຖ້ວມ​ຢູ່​ໃນ​ຫລາຍໆ​ເຂດ ທີ່​ມີ​ຝົນຕົກ​ໜັກ​ ຫຼາຍເຖິງ 50 ຊັງ​ຕີ​ແມັດ ​ແລະ​ກໍ​ຄາດ​ວ່າ​ຈະ​ມີ​ຝົນຕົກ​ໜັກ​ຢູ່​ໃນ​ບາງ​ເຂດ​ຂອງ​ລັດ​ດັ່ງກ່າວ.


ຜູ້​ປົກຄອງ​ລັດຟລໍຣິດາ ທ່ານ Rick Scott ກ່າວ​ວ່າ ​ເຮີ​ຣິ​ເຄນ​ປະ​ເພດ​ນຶ່ງ ອາດ​ສາມາດ​ກໍ່ ໃຫ້ເກີດ​ສະພາບ​ການ ​ທີ່​ເປັນ​ອັນຕະລາຍ​ຂົ່ມຂູ່​ຕໍ່​ຊີວິດ​ໄດ້.

​ເຮືອບິນ​ຂອງ​ກອງທັບ​ອາກາດ​ ທີ່​ບິນ​ສັງ​ເກດ​ການ​ໃກ້ໆ​ກັບ​ລົມ​ເຮຣິ​ເຄນ ​ໃນ​ຄ່ຳ​ຄືນຂອງ​ ວັນພະຫັດ​ວານ​ນີ້ ສະ​ແດງ​ໃຫ້​ເຫັນ​ວ່າ ພາຍຸ​ດັ່ງກ່າວ​ ມີ​ຄວາມແຮງ​ປະມານ 130 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງກ່ອນ​ທີ່​ຈະ​ພັດ​ຂຶ້ນຝັ່ງ.

Florida Hurricane
please wait
Embed

No media source currently available

0:00 0:00:50 0:00

​ໃນ​ຄືນ​ວັນ​ພະ​ຫັດ​ວານ​ນີ້ ຝົນ​ເລີ້ມຕົກລົງ​ມາ​ຢ່າງ​ແຮ ງ​ຢູ່​ໃນ​ຫຼາຍໆ​ເຂດ​ຂອງ​ລັດ​ຟລໍຣິດາ ​ແລະ​ຈາກ​ການ​ຄາດ​ຄະ​ເນ​ສະ​ແດງ​ໃຫ້​ເຫັນ​ວ່າ ​ເຂດ​ທະ​ເລ​ທາງ​ກ້ຳ​ຕາເວັນ​ອອກ​ຂອງສະ ຫະລັດ​ທັງ​ໝົດນັບ​ແຕ່​ເຂດ​ພາກ​ກາງ​ລັດ​ຟລໍຣິດາຂຶ້ນ​ໄປ​ຈົນເຖິງ​ເຂດ​ແຄມ​ຝັ່ງ​ທະ​ເລ​ຂອງ​ລັດ​ນິວ​ເຈີ​ຊີ ​ແມ່ນ​ຢູ່​ໃນ​ເສັ້ນທາງ​ຜ່ານ​ຂອງ​ລົມພາຍຸຫົວນີ້.

ທ່ານ Scott ​ໄດ້​ປະກາດ​ພາວະ​ສຸກ​ເສີນ​ຢູ່ 51 ​ເມືອງ​ຂອງ​ລັດ​ຟລໍຣິດາໃນ​ຂະນະ​ທີ່​ປະທາ ນາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ໄດ້​ຮ້ອງ​ຂໍ​ ໃຫ້​ອົງການຄຸ້ມ​ຄອງ​ໄພພິບັດ​ສຸກ​ເສີນ​ຂອງ​ລັດຖະບານ​ກາງ​ລາຍ​ງານ​ໃຫ້​ທ່ານ​ຊາບ​ກ່ຽວ​ກັບລົມພາຍຸ​ຫົວນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG