ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຮີຣິເຄນ Arthur ພັດຂຶ້ນຝັ່ງ ທີ່ລັດ North Carolina (ສະໄລດ໌/ວີດີໂອ)


ລົມພາຍຸເຮີຣິເຄນ Arthur
ລົມພາຍຸເຮີຣິເຄນ Arthur

ລົມພາຍຸເຮີຣິເຄນ Arthur ​ໄດ້​ພັດຂຶ້ນຝັ່ງ​ ທີ່ລັດ North Carolina
ຕາມແຄມທະເລ ພາກ​ຕາ​ເວັນ​ອອກຂອງສະຫະລັດ ​ໃນ​ຕອນ​ແລງ​
ຂອງ​ວັນ​ພະຫັດ​ວານ​ນີ້.

ລົມພາຍຸທີ່ສຳຄັນຫົວ​ທຳ​ອິດ ຂອງລະດູລົມເຮີຣິເຄນ​ປີ 2014 ​ຈາກ
​ມະຫາ​ສະມຸດ Atlantic ແມ່ນມີ​ຄວາມແຮງ​ 155 ກິ​ໂລ​ແມັດ​ຕໍ່​ຊົ່ວ​
ໂມງ ໃນ​ຂະນະ​ທີ່​ພັດ​ເລາະ ຂື້ນ​ໄປ​ຕາມແຄມຝັ່ງຂອງສະຫະລັດ.

ລົມພາຍຸ Arthur ​ໄດ້​ບັງຄັບ​ໃຫ້​ບັນດາ​ຜູ້ໄປພັກ​ຜ່ອນ ຫລາຍ​ພັນ​
ຄົນຢູ່ທີ່​ລັດ North Carolina ຕ້ອງໄດ້ຍົກເລີກ​ແຜນ ການສະ
ຫລອງວັນຊາດຂອງ​ເຂົາ​ເຈົ້າ ​ໃນ​ຂະນະ​ທີ່​ບັນດາເມືອງ​ຕ່າງ​ໆ​ທີ່​
ໄກ​ອອກ​ໄປ​ຕາມແຄມ​ຝັ່ງ​ທະ​ເລກ້ຳ​ຕາ​ເວັນ​ອອກ ໄດ້ປ່ຽນແຜນການ​ຈູດ​ບັ້ງໄຟ​ດອກໃສ່​ວັນໃໝ່.

ປະຊາຊົນ​ໄດ້​ຖືກ​ເຕືອນ​ ໃຫ້ລະວັງ​ຝົນຕົກ​ໜັກ ​ແລະ​ນຳ້ຖ້ວມ ​ແລະ​ອາດ​ມີ​ລົມ​ຫົວກຸດທໍເນ
ໂດນຳດ້ວຍ.

ບັນດາ​ນັກ​ພະຍາກອນ​ອາກາດ ກ່າ​ວ່າ ລົມເຮີຣິເຄນ Arthur ຈະ​ອອ່ນກຳລັງ​ລົງ​ມາ​ເປັນ​
ພາຍຸຝົນ​ທຳ​ມະ​ດາ​ ໃນ​ຕອນ​ແລງ​ຂອງ​ວັນ​ສຸກ​ມື້​ນີ້ ໃນ​ຂະນະທີ່​ມັນ​ພັດມຸ່ງ ໜ້າ​ຂື້ນ​ໄປ​ຕາມ
​ແຄມ​ຝັ່ງກ້ຳຕາເວັນອອກ.

ການ​ເຕືອນ​ກ່ຽວກັບພາຍຸ​ຫົວນີ້ ​ໄດ້ມີໄປໄກ ​ຈົນ​ເຖິງລັດ​ Massachusetts ຢູ່ ທາງພາກ
ເໜືອຂອງສະຫະລັດ.

US HURRICANE ARTHUR VO
please wait

No media source currently available

0:00 0:00:57 0:00

XS
SM
MD
LG