ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຫຼາຍແສນຄົນ ເດີນຂະບວນປະທ້ວງ ການສໍ້ລາດບັງຫຼວງ ທີ່ບຣາຊີລ


ພວກເດີນຂະບວນຫຼາຍແສນຄົນ ພາກັນປະທ້ວງຕໍ່ຕ້ານ ລັດຖະບານຂອງ ປ. Rousseff, ວັນທີ 15 ມີນາ 2015.
ພວກເດີນຂະບວນຫຼາຍແສນຄົນ ພາກັນປະທ້ວງຕໍ່ຕ້ານ ລັດຖະບານຂອງ ປ. Rousseff, ວັນທີ 15 ມີນາ 2015.

ປະຊາຊົນ​ບຣາຊີ​ລຫຼາຍ​ແສນ​ຄົນ​ພາກັນ​ເດີນ​ຂະ​ບວນຢູ່​ໃນ​
ຫົວ​ເມືອງ​ຕ່າງໆ ​ໃນທົ່ວ​ປະ​ເທດ​ໃນ​ວັນ​ອາທິດ​ວານ​ນີ້ ທວງ​
ໃຫ້ໂຄ່ນ​ລົ້ມ​ປະທາ ນາທິບໍດີ Dilma Rousseff ອອກ​ຈາກ​
ຕຳ​ແໜ່​ງ ຍ້ອນ​ການ​ສໍ້​ລາດ ​ບັງ​ຫຼວງ​ຂອງ​ລັດຖະບານ.

ຄວາມ​ໂກດ​ແຄ້ນ​ສ່ວນ​ໃຫຍ່ຂອງປະຊາຊົນ​ ຕໍ່​ທ່ານ​ນາງ
Rousseff​ ແມ່ນ​ສືບ​ເນື່ອງ​ມາ​ຈາກ ຂ່າວ​ທີ່​ຖືກເປີດ​ເຜີຍ​ອອກ
​ມາ​ກ່ຽວກັບການ​ໃຫ້​ເງິນ​ສິນ​ບົນ​ ​ແກ່ບໍລິສັດ​ລັດ​ວິ​ສາ​ຫະກິດ​ນ້ຳ
ມັນ Petrobras ຊຶ່ງ​ພວກ​ ໄອ​ຍະ​ການ​ເອີ້ນ​ວ່າ ​ເປັນ​ແຜນການ
ສໍ້​ລາດ​ບັງ​ຫຼວງ​ຄັ້ງ​ໃຫຍ່​ທີ່​ສຸດ​ທີ່​ພົບ​ເຫັນ​ໃນ​ບຣາຊີ​ລ.

ຢ່າງ​ໜ້ອຍ​ມີ​ການ​ຈ່າຍ​ເງິນ​ໄປ​ແລ້ວ 800 ລ້ານ​ດອນ​ລາ ​ໃນຮູບ​ຂອງສິນ​ບົນ​ແລະ​ເງິນອື່ນໆ ​ໂດຍພວກ​ບໍລິສັດກໍ່ສ້າງ​ແລະ​ວິສະວະກຳ​ໃຫຍ່​ທີ່​ສຸດ​ຂອງ​ປະ​ເທດ ​ເພື່ອ​ແລກປ່ຽນ​ກັບ​ສັນ
ຍາ​ຈ້າງ​ຕ່າງໆ​ ທີ່ໂກງ​ລາຄາ​ຂອງ​ບໍລິສັດ Petrobras ນັ້ນ.

ພວກ​ນັກ​ການ​ເມືອງ​ທີ່​ສຳຄັນ​ຫຼາຍ​ສິບ​ຄົນ ຮວມທັງ​ພວກ​ພັນທະ​ມິດ​ໃກ້ຊິດ​ຂອງ​ປະທານາທິ
ບໍດີ ​ແລະ​ພວກ​ອະດີດ​ຫົວໜ້າ​ບໍລິຫານ​ບໍລິສັດ Petrobras ກຳລັງ​ຢູ່​ພາຍ​ໃຕ້​ການ​ສືບສວນ
​ສອບ​ສວນ. ຍັງ​ບໍ່​ທັນມີ​ຜູ້​ໃດ​ຖືກ​ຕັດສິນ​ວ່າ​ມີ​ຄວາມ​ຜິດ​ເທື່ອ ​ແຕ່​ມີ​ຜູ້ແທນ 22 ຄົນ ພ້ອມ​ທັງ
ສະມາຊິກສະພາ​ສູງ 13 ຄົນ ​ແລະ​ຜູ້​ວ່າການ​ລັດ 2 ຄົນ ​ໄດ້​ຖືກ​ກ່າວ​ຫາ​ວ່າ ​ຮັບເອົາ​ສິນ​ບົນ.
ຄວາມ​ຜິດ​ທີ່​ຖືກ​ກ່າວ​ຫາ​ບາງ​ຢ່າງ ມີ​ຂຶ້ນ​ໃນ​ຂະນະ​ທີ່​ທ່ານ​ນາງ Rousseff ​ ເປັນ​ປະທານ
ສະພາ​ອຳນວຍການ​ຂອງ​ບໍລິສັດ Petrobras. ແຕ່ທ່ານ​ນາງ​ບໍ່​ໄດ້ຖືກ​ສອບ​ສວນ​.

ນອກຈາກ​ຂ່າວ​ນອງ​ນັນເລື້ອງການ​ສໍ້​ລາດ​ບັງ​ຫຼວງ​ທີ່​ບໍລິສັດ Petrobras ນີ້​ແລ້ວ ທ່ານນາງ
Rousseff ກຳລັງ​ປະ​ເຊີນ​ໜ້າ​ກັບ​ບັນຫາ​ເງິນ​ເຟີ້​ທີ່​ສູງຂຶ້ນ​ເລື້ອຍໆ ​ແລະເສດຖະກິດ​ຂອງ
ບຣາຊີ​ລ ກຳລັງ​ຈະຕົກ​ຕ່ຳຖອຍຫຼັງ.

ການ​ໂຮມ​ຊຸມນຸມ​ປະ​ທ້ວງ​ໃນ​ວັນ​ອາທິດ​ວານ​ນີ້ ສ່ວນ​ໃຫຍ່​ແມ່ນ​ດຳ​ເນີນ​ໄປ​ຢ່າງ​ສັນຕິ​ແລະ​ຄຶກຄື້ນ ບໍ່​ມີ​ຄວາມ​ຮຸນ​ແຮງ​ຫຍັງ​ຫຼາຍ​ຄື​ກັນ​ກັບ​ ຄື້ນຟອງ​ແຫ່ງ​ການ​ເດີນ​ຂະ​ບວນປະ​ທ້ວງ
​ຄັ້ງ​ໃຫຍ່​ໃນ​ປີ 2013 ​ເວລາ​ປະຊາ​ຊົນ​ບຣາຊີ​ລ ທຳ​ການ​ປະ​ທ້ວງ ​ຄ່າ​ໃຊ້​ຈ່າຍໃນ​ການ​ເປັນ
ເຈົ້າພາບ​ຈັດການ​ແຂ່ງ​ຂັບ​ເຕະບານ​ໂລກ​ໃນ​ປີ 2014 ນັ້ນ.

Brazil Protests
please wait
Embed

No media source currently available

0:00 0:00:51 0:00

XS
SM
MD
LG