ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫຼາຍຮ້ອຍຄົນ ຖືກເຈົ້າໜ້າທີ່ ປະຕິບັດກົດໝາຍ ຈັບກຸມ ໃນການບຸກກວດຄົ້ນ ໃນ ສຫລ


ພາບນີ້ ເປີດເຜີຍ ໂດຍ ກົມຄົນເຂົ້າເມືອງ ແລະ ພາສິອາກອນ ຫຼື ໄອຊີອີ ສະແດງໃຫ້ເຫັນ ຊາວຕ່າງດ້າວ ຖືກຈັບກຸມ ໃນລະ
ຫວ່າງ ການປະຕິບັດກົດໝາຍ ທີ່ໄດ້ແນເປົ້າໝາຍ ໃສ່ພວກ
ຄົນເຂົ້າເມືອງທີ່ຜິດກົດໝາຍ ພວກຄົນທີ່ກັບຄືນເຂົ້າມາອີກ ແລະພວກອາຊະຍາກອນ ໃນນະຄອນ Los Angeles, ວັນທີ 7 ກຸມພາ 2017.
ພາບນີ້ ເປີດເຜີຍ ໂດຍ ກົມຄົນເຂົ້າເມືອງ ແລະ ພາສິອາກອນ ຫຼື ໄອຊີອີ ສະແດງໃຫ້ເຫັນ ຊາວຕ່າງດ້າວ ຖືກຈັບກຸມ ໃນລະ ຫວ່າງ ການປະຕິບັດກົດໝາຍ ທີ່ໄດ້ແນເປົ້າໝາຍ ໃສ່ພວກ ຄົນເຂົ້າເມືອງທີ່ຜິດກົດໝາຍ ພວກຄົນທີ່ກັບຄືນເຂົ້າມາອີກ ແລະພວກອາຊະຍາກອນ ໃນນະຄອນ Los Angeles, ວັນທີ 7 ກຸມພາ 2017.

ໃນສັປດານີ້ ພວກເຈົ້າໜ້າທີ່ກວດຄົນເຂົ້າເມືອງ ສຫຣ ໄດ້ຈັບກຸມຊາວຕ່າງດ້າວທີ່ຜິດ
ກົດໝາຍ ຢູ່ໃນ ສະຫະລັດ ຫຼາຍຮ້ອຍຄົນ ໃນທົ່ວປະເທດ ເຖິງແມ່ນວ່າ ພວກເຈົ້າ
ໜ້າທີ່ຈະກ່າວວ່າ ການບັງຄັບໃຊ້ບົດບາດດັ່ງກ່າວ ຈະບໍ່ກ່ຽວພັນກັບຄຳສັ່ງ ບໍຣິຫານ
ເມື່ອບໍ່ນານມານີ້ ທີ່ລົງນາມໂດຍປະທານາທິບໍດີ Donald Trump ກໍຕາມ.

ຂໍ້ຄວາມທີ່ຂຽນລົງທາງ Twitter ຂອງປະທານາທິບໍດີ ທຣຳ

ຕາມຄຳເວົ້າຂອງ ທ່ານນາງ Gillian Christensen ໂຄສົກຍິງຂອງ ກະຊວງຮັກສາ
ຄວາມປອດໄພພາຍໃນ ທີ່ໄດ້ບອກໜັງສືພິມ Washington Post ແມ່ນວ່າ ການບຸກ
ກວດຄົ້ນດັ່ງກ່າວ ແມ່ນມີເປົ້າໝາຍແນໃສ່ພວກອາດຊະຍາກອນ ທີ່ຜິດກົດໝາຍ ຊຶ່ງ
ໃຫ້ຂໍ້ສັງເກດວ່າ ນີ້ເປັນບົດບາດທີ່ມີຂຶ້ນ “ເປັນປົກກະຕິ.”

ພວກຜູ້ຄົນທີ່ເຂົ້າຮ່ວມ ໃນການປະທ້ວງ ຕໍ່ນະໂຍບາຍດ້ານຄົນເຂົ້າເມືອງ ຂອງປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ແລະ ການບຸກກວດຄົ້ນໂດຍເຈົ້າໜ້າທີ່ປະຕິບັດກົດໝາຍຄົນເຂົ້າເມືອງ ຫຼື ໄອຊີອີ ຢູ່ໃນນະຄອນ ນິວຢອກເມື່ອບໍ່ນານມານີ້, ວັນທີ 11 ກຸມພາ 2017.
ພວກຜູ້ຄົນທີ່ເຂົ້າຮ່ວມ ໃນການປະທ້ວງ ຕໍ່ນະໂຍບາຍດ້ານຄົນເຂົ້າເມືອງ ຂອງປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ແລະ ການບຸກກວດຄົ້ນໂດຍເຈົ້າໜ້າທີ່ປະຕິບັດກົດໝາຍຄົນເຂົ້າເມືອງ ຫຼື ໄອຊີອີ ຢູ່ໃນນະຄອນ ນິວຢອກເມື່ອບໍ່ນານມານີ້, ວັນທີ 11 ກຸມພາ 2017.

ທ່ານນາງໄດ້ບອກໜັງສືພິມດັ່ງກ່າວວ່າ “ພວກເຮົາເວົ້າເຖິງ ພວກຜູ້ຄົນທີ່ເປັນພິດເປັນ
ໄພຕໍ່ຄວາມປອດໄພຂອງມະຫາຊົນ ຕໍ່ອະທິປະໄຕຂອງລະບົບຄົນເຂົ້າເມືອງ.”

ໂຄສົກຍິງຝ່າຍຄົນເຂົ້າເມືອງແລະພາສິອາກອນ ຫຼື ໄອຊີອີ Jennifer Elzea ໄດ້ບອກ
ອົງການຂ່າວສານຝຣັ່ງວ່າ “ຈຸດສຸມຂອງພາຣະກິດນີ້ ບໍ່ແຕກຕ່າງຫຍັງກັບ ສິ່ງທີ່ເຄີຍ
ປະຕິບັດມາ ທີ່ ໄອຊີອີ ມີເປົ້າໝາຍແນໃສ່ ຈັບກຸມພວກລີ້ຊ່ອນ ຢູ່ເປັນປະຈຳ ແຕ່
ລະມື້ແຕ່ລະວັນມາ.”

ການກວດລ້າງດັ່ງກ່າວມີຂຶ້ນຢູ່ຢ່າງໜ້ອຍໃນ 6 ຣັດ ລວມທັງຫົວເມືອງຕ່າງໆເຊັ່ນ
ນະຄອນ ອັດແລນຕາChicago ນິວຢັອກ Los Angeles ເປັນຕົ້ນ ຊຶ່ງມີຜູ້ຄົນປະມານ
160 ຄົນ ຖືກຈັບໃນນຶ່ງອາທິດຜ່ານມາ.

Immigration Raids
please wait
Embed

No media source currently available

0:00 0:00:34 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG