ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຝຣັ່ງ ຮຽກຮ້ອງໃຫ້ ສະພາຄວາມໝັ້ນຄົງ ສປຊ ປະຊຸມສຸກເສີນ ກ່ຽວກັບເມືອງ Aleppo


ຮູບພາບຂອງກຸ່ມ Rumaf ທີ່ເປັນກຸ່ມນັກເຄື່ອນໄຫວຊາວເຄີດ ສະແດງໃຫ້ເຫັນຄົນຫລົບໜີຈາກເຂດຍຶດຄອງຂອງພວກຕໍ່ຕ້ານ ລັດຖະບານ.
ຮູບພາບຂອງກຸ່ມ Rumaf ທີ່ເປັນກຸ່ມນັກເຄື່ອນໄຫວຊາວເຄີດ ສະແດງໃຫ້ເຫັນຄົນຫລົບໜີຈາກເຂດຍຶດຄອງຂອງພວກຕໍ່ຕ້ານ ລັດຖະບານ.

ຝຣັ່ງ​ໄດ້​ຮຽກຮ້ອງ​ໃຫ້​ເປີດ​ກອງ​ປະຊຸມ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດໃນທັນທີ​ທັນ​ທີ​ກ່ຽວ​ກັບ​ເ​ມືອງ Aleppo.

ຢູ່​ໃນ​ຖະ​ແຫລ​ງການສະບັບ​ນຶ່ງ​ ລັດຖະມົນຕີ​ຕ່າງປະ​ເທດ​ຝຣັ່ງ​ ທ່ານ Jean-Marc Ayrault ກ່າວ​ວ່າ “ຫຼາຍ​ກວ່າ​ທີ່​ເຄີຍ​ມີ​ມາ ​ແມ່ນມີ​ຄວາມ​ຈຳ​ເປັນ​ອັນ​ຮີບ​ດ່ວນທີ່​ຈະ​ຕ້ອງ​ໄດ້​ມີ​ການ​ຢຸດ​ຍິງ ​ແລະການ​ເຂົ້າ​ເຖິງການ​ຊ່ວ​ຍເຫ​ລື​ອມະນຸດ​ສະ​ທຳ​ແບບ​ບໍ່​ມີ​ການ​ຂັດຂວາງ​ໃດໆ” ​ສຳລັບ​ປະຊາຊົນຢູ່ໃນເມືອງທີ່ຖືກ​ປິດ​ລ້ອມ​ດັ່ງ ກ່າວ.

ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່່າ ມີ​ພົນລະ​ເຮືອນ​ຫລາຍ​ເຖິງ 16,000 ຄົນ ​ໄດ້​ພາກັນ​ຫລົບໜີ​ໄປ​ຈາກ​ກ້ຳ​ຕາ​ເວັນ​ອອກ​ຂອງເມືອງ Aleppo ​ແລ້ວ ​ໃນ​ໄລ ຍະ​ສອງ​ສາມມື້ຜ່ານ​ມາ ຫລັງ​ຈາກ​ກຳລັງ​ຂອງ​ລັດຖະບານ​ຊີ​ເຣຍ​ໄດ້​ບຸກຄື​ບໜ້າ ​ເຂົ້າ​ໄປ​ໃນ​ເມືອງ​ດັ່ງກ່າວ.

ນັກລົບຄົນນຶ່ງ ທີ່ສະໜັບສະໜູນ ລັດຖະບານຊີເຣຍ ເຝົ້າຍາມຢູ່ຕືກທີ່ເພພັງ.
ນັກລົບຄົນນຶ່ງ ທີ່ສະໜັບສະໜູນ ລັດຖະບານຊີເຣຍ ເຝົ້າຍາມຢູ່ຕືກທີ່ເພພັງ.

ໃນ​ວັນ​ອັງຄານ​ມື້ນີ້ ກຸ່ມ​ສິ້ງຊອມ​ສິດທິ​ມະນຸດ​ໃນ​ຊີ​ເຣຍ ທີ່​ມີ​ສຳນັກງານ​ຢູ່​ປະ​ເທດ ອັງກິດ ກ່າວ​ວ່າ ມີ​ພົນລະ​ເຮືອນ​ຢ່າງ​ໜ້ອຍ 10 ຄົນ​ໄດ້​ເສຍ​ຊີວິດ​ໃນ​ການ​ໂຈມ​ຕີ ທາງ​ອາກາດ​ທີ່​ຄຸ້ມ Bab al-Nairab ຊຶ່​ງ​ເປັນ​ຄຸ້ມ​ທີ່​ພວກ​ຕໍ່ຕ້ານ​ລັດຖະບານ​ຍັງ ຍຶດຄອງ​ຢູ່​ໃນ​ພາກ​ຕ​າ​ເວັນ​ອອກ​ຂອງ​ເມືອງ Aleppo.

ບັນດາ​ນັກ​ເຄື່ອນ​ໄຫວ ​ແລະ​ສື່ມວນ​ຊົນ​ຂອງ​ທາງ​ການຊີ​ເຣຍກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ກຳລັງ​ລັດຖະບານ​ໄດ້​ຮັບໄຊຊະນະ​ຈຳນວນ​ນຶ່ງຕໍ່​ພວກ​ນັກ​ລົບຝ່າຍຕໍ່ຕ້ານຢູ່​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ເມືອງ Aleppo ອັນ​ເປັນ​ພາກສ່ວນນຶ່ງ​ຂອງ​ຍຸດ​ທະ​ສາດ​ທີ່​ຈະ​ແບ່ງ​ເຂດ​ຍຶດຄອງ​ຂອງພວກ​ຕໍ່ຕ້ານ​ລັດຖະບານ​ໃນ​ເມືອງດັ່ງກ່າວອອກເປັນ​ສອງ​ເຂດ.

ພົນລະເຮືອນຄົນນຶ່ງກຳລັງເກັບເອົາງ່າໄມ້ ທ່າມກາງຄວາມພິນາດ ໃນເມືອງ Aleppo.
ພົນລະເຮືອນຄົນນຶ່ງກຳລັງເກັບເອົາງ່າໄມ້ ທ່າມກາງຄວາມພິນາດ ໃນເມືອງ Aleppo.

ເມືອງ Aleppo ​ໄດ້​ເປັນ​ເປົ້າ​ໝາຍທີ່ສຳຄັນໃນ​ຄວາມ​ພະຍາຍາມຂອງ​ກອງທັບ​ຊີ​ເຣຍ ໂດຍ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ໂຈມ​ຕີ​ທາງ​ອາກາດ​ຂອງຣັດ​ເຊຍ. ສະ ຖານະ​ການ​ຢູ່​ທີ່​ນັ້ນ​ໄດ້​ເຮັດ​ໃຫ້​ນາ​ໆ​ຊາດ​ມີ​ຄວາມ​ເປັນ​ຫ່ວງ ​ໂດຍ​ທີ່​ຄາດ​ຄະ​ເນກັນ​ວ່າ​ ຍັງມີ​ພົນລະ​ເຮືອນ 250,000 ຄົນ​ຕົກ​ຄ້າງ​ຢູຸ່ບ່ອນທີ່​ລັດຖະບານ​ໄດ້​ປິດ​ລ້ອມ ​ແລະ​ມີ​ຄວາມ​ຕ້ອງການ​ອາຫານ ​ແລະ​ການ​ຊ່ວຍ​ເຫລືອດ້ານ​ການແພດ.

ຢູ່ທີ່ວໍ​ຊິງ​ຕັນ ກະຊວງ​ຕ່າງປະ​ເທດ​ສະຫະລັດ ​ໄດ້​ສ​ະ​ແດງ​ຄວາມ “ບໍ່ພໍ​ໃຈ​ຢ່າງ​ໜັກ” ຕໍ່​ການ​ຖີ້ມລະ​ເບີດ​ເທື່ອຫ​ລ້າ​ສຸດ​ໃສ່​ເມືອງ Aleppo ​ໂດຍ​ຖື​ວ່າມົສກູ​ເປັນ​ ຜູ້​ຮັບຜິດຊອບ.

ຮູບພາບຈາກກຸ່ມປ້ອງກັນປະຊາຊົນຊີເຣຍ ຫລື White Helmets ກຳລັງຊອກຫາຄົນຢູ່ຕຶກທີ່ເພພັງ.
ຮູບພາບຈາກກຸ່ມປ້ອງກັນປະຊາຊົນຊີເຣຍ ຫລື White Helmets ກຳລັງຊອກຫາຄົນຢູ່ຕຶກທີ່ເພພັງ.

ໂຄສົກ​ກະຊວງ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kirby ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ “ສິ່ງ​ທີ່​ພວກ​ເຮົາຍັງ​ສືບ​ຕໍ່​ຢືນ​ຢັດ​ກໍ​ຄື ຣັດ​ເຊຍ​ເປັນ​ຜູ້ຮັບຜິດ​ຊອບ​ໃນ​ທີ່ ສຸດຢູ່​ທີ່​ນີ້ ຕໍ່ອັນ​ທີ່ລະ ບອບການ​ປົກຄອງ​ຊີ​ເຣຍກຳລັງ​ປະຕິບັດ ​ແລະ​ອະນຸຍາດ​ໃຫ້​ເຮັດ​ ໃນ​ກໍລະນີ​ເຮັດ​ໃຫ້​ພົນລະ​ເຮືອນບາດ​ເຈັບ​ລົ້ມຕາຍ​ແລະ​ທຳລາຍພື້ນຖານ ​ໂຄງ​ລ່າງດ້ານ​ພົນລະ​ເຮືອນ ຮວມ ທັງ​ໂຮງໝໍ ທັງຢູ່​ໃນ ​ແລະ​ອ້ອມ​ແອ້ມ ​ເມືອງ Aleppo​.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

France Syria Aleppo
please wait
Embed

No media source currently available

0:00 0:01:08 0:00

XS
SM
MD
LG