ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ກອງກຳລັງ ຊີເຣຍ ຍຶດເມືອງທີ່ສຳຄັນ ທາງພາກຕາເວັນອອກຂອງ Aleppo ໄດ້ຄືນ


ພວກນັກຮົບຊາວ ເຄີດ ຢືນເບິ່ງປະຊາຊົນ ຫຼົບໜີອອກຈາກ
ໝູ່ບ້ານທີ່ຖືກພວກກະບົດຄວບຄຸມໃນພາກຕາເວັນອອກຂອງ
ເມືອງ Aleppo ເຂົ້າໄປໃນຂົງເຂດ Sheikh Maqsoud ທີ່ຖືກຄວບຄຸມໂດຍພວກນັກຮົບຊາວ ເຄີດ, 27 ພະຈິກ, 2016.
ພວກນັກຮົບຊາວ ເຄີດ ຢືນເບິ່ງປະຊາຊົນ ຫຼົບໜີອອກຈາກ ໝູ່ບ້ານທີ່ຖືກພວກກະບົດຄວບຄຸມໃນພາກຕາເວັນອອກຂອງ ເມືອງ Aleppo ເຂົ້າໄປໃນຂົງເຂດ Sheikh Maqsoud ທີ່ຖືກຄວບຄຸມໂດຍພວກນັກຮົບຊາວ ເຄີດ, 27 ພະຈິກ, 2016.

ພວກນັກເຄື່ອນໄຫວ ແລະ ສື່ມວນຊົນລັດຖະບານ ຊີເຣຍ ໄດ້ກ່າວໃນວັນຈັນມື້ນີ້ວ່າ ກອງ ກຳລັງລັດຖະບານໄດ້ຕີຊະນະ ພວກນັກຮົບຝ່າຍ ຄ້ານຫຼາຍຄັ້ງໃນພາກຕາເວັນອອກຂອງ ເມືອງ Aleppo, ໃນພາກສ່ວນ ຂອງແຜນຍຸດທະສາດທີ່ຈະແຍກພື້ນທີ່ທີ່ຖືກຄວບຄຸມໂດຍ ພວກກະບົດ ອອກເປັນສອງເມືອງນັ້ນ.

ເມືອງ Aleppo ໄດ້ເປັນຈຸດເພັ່ງເລັງທີ່ສຳຄັນໃນການຕໍ່ສູ້ຂອງທະຫານ ຊີເຣຍ ພ້ອມກັບ ການໜູນຫຼັງໂຈມຕີທາງອາກາດໂດຍ ຣັດເຊຍ. ສະຖາ ນະການຢູ່ທີ່ນັ້ນຍັງໄດ້ກໍ່ໃຫ້ມີ ຄວາມເປັນຫ່ວງຈາກນານາຊາດ, ດ້ວຍວ່າພົນລະເຮືອນປະມານ 250,000 ຄົນທີ່ຕິດຄ້າງ ໃນການລ້ອມໂຈມຕີ ຂອງລັດຖະບານ ແມ່ນຕ້ອງການອາຫານ ແລະ ການຊ່ວຍເຫຼືອດ້ານ ການແພດ.

ອົງການຂ່າວລັດຖະບານ SANA ໄດ້ອ້າງຄຳເຫັນຈາກແຫຼ່ງຂ່າວຂອງ ກອງທັບວ່າ ທະ ຫານໄດ້ຍຶດເມືອງ Sakhour ມາໄດ້ຄືນ ແລະ ໄດ້ທຳລາຍລະເບີດຝັງດິນທີ່ຖືກວາງໄວ້ ໂດຍພວກ “ກໍ່ການຮ້າຍ,” ເຊິ່ງ ເປັນຄຳສັບທີ່ລັດຖະບານໃຊ້ເພື່ອອີງໃສ່ຜູ້ໃດກໍຕາມທີ່ຕໍ່ ຕ້ານປະທານາທິບໍດີ Bashar al-Assad.

ອົງການສິ້ງຊອມສິດທິມະນຸດ ຊີເຣຍ, ເຊິ່ງເຝົ້າຕິດຕາມຄວາມຂັດແຍ່ງ ໃນ ຊີເຣຍ ຍັງໄດ້ ລາຍງານວ່າ ກອງທັບໄດ້ເຂົ້າຄວບຄຸມເມືອງ al-Sakhour ແລະ ຫຼາຍເມືອງອື່ນໆຢ່າງ ເຕັມທີ່ເຊັ່ນກັນ.

ຜູ້ອຳນວຍການຂອງອົງການສິ້ງຊອມ ທ່ານ Rami Abdulrahman ໄດ້ເອີ້ນການຜ່າຍແພ້ ຂອງພວກກະບົດວ່າ ຮ້າຍແຮງທີ່ສຸດນັບຕັ້ງແຕ່ ພວກເຂົາໄດ້ຍຶດເອົາເຄິ່ງໜຶ່ງຂອງເມືອງ Aleppo ນັບຕັ້ງແຕ່ປີ 2012 ເປັນຕົ້ນມາ, ແລະ ໄດ້ກ່າວວ່າ ຕອນນີ້ພວກຝ່າຍຄ້ານໄດ້ສູນ ເສຍເຂດ ແດນ 1 ສ່ວນສາມຂອງເມືອງທີ່ພວກເຂົາຄັ້ງໜຶ່ງເຄີຍຄວບຄຸມມາ ແຕ່ກ່ອນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Syria Aleppo
please wait
Embed

No media source currently available

0:00 0:01:07 0:00

XS
SM
MD
LG