ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະປະຊາຊາດ ຮຽກຮ້ອງໃຫ້ ຢຸດຍິງ ເພື່ອມະນຸດສະທຳ ໃນເຢເມັນ


ຜູ້ຄົນພາກັນຢືນຢູ່ ບ່ອນເຮືອນທີ່ເພພັງ ຈາກການໂຈມຕີ ທາງອາກາດ.
ຜູ້ຄົນພາກັນຢືນຢູ່ ບ່ອນເຮືອນທີ່ເພພັງ ຈາກການໂຈມຕີ ທາງອາກາດ.

ສະຫະ​ປະຊາ​ຊາດ ​ໄດ້​ປະກາດ​ກ່ຽວກັບການຢຸດ​ຍິງເພື່ອ​ມະນຸດ
ສະ​ທຳ​ ທີ່​ຈະ​ເລີ້ມ​ຂຶ້ນໃນ​ເດິກວັນ​ສຸກ​ມື້ນີ້ ເວລາ 23 ​ໂມງ 59 ນາ
​ທີ ຕາມ​ເວລາ​ທ້ອງ​ຖິ່ນ ​ໃນ​ເຢ​ເມັນ ໂດຍໃຫ້ຍຸດຕິການໂຈມ​ຕີ​
ທາງອາກາດ​ ພາຍໃຕ້ການນຳພາຂອງຊາ​ອຸ​ດີ ​ແລະ​ການ​ສູ້​ລົບ
ກັບ​ພວກ​ກະບົດ Houthi ທີ່​ຈະ​ອະນຸຍາດ​ໃຫ້ການ​ຊ່ວຍ​ເຫລືອ
​ເຂົ້າ​ໄປ​ເຖິງ​ຊາວ​ເຢ​ເມັນ ​ຫລາຍ​ລ້ານ​ຄົນຢູ່ໃນ​ທົ່ວປະ​ເທດ.

ທ່ານ Stephans Dujarric ໂຄສົກຂອງອົງການສະຫະປະຊາ
ຊາດ ​ໄດ້​ກ່າວ ວ່າ “ການຢຸດຍິງທີ່​ບໍ່​ມີ​ເງື່ອນ​ໄຂ​ ເພື່ອມະ​ນຸດ​ສະ
​ທຳ ຈະ​ດຳ​ເນີນ​ຢູ່​ຕໍ່​ໄປ​ຈົນ​ເທົ່າເດືອນສັກສິດ Ramadan​ ສິ້ນ
ສຸດລົງ.

ອິງ​ຕາມຖະ​ແຫລງການ​ຂອງສະຫະ​ປະຊາ​ຊາດແລ້ວ “ເລຂາທິການ​ໃຫຍ່ ​ໄດ້​ຮັບການ​ຄໍ້າ ປະກັນ​ຜ່ານ ທູດ​ພິ​ເສດ​ຂອງທ່ານ ຈາກພວກກະບົດ Houthi ສະພາ​ປະຊາຊົນ​ທົ່ວ​ໄປ
​ແລະ​ພັກຝ່າຍ​ຕ່າງໆ ວ່າ ການ​ຢຸດ​ຍິງ​ຈະໄດ້ຮັບການເຄົາລົບ​ຢ່າງ​ເຕັມທີ່ ​ແລະ​ຈະ​ບໍ່​ມີ​ການ
ລະເມີດໃດໆຈາກກຳລັງ​ສູ້ລົບ ທີ່ຢູ່ພາຍໃຕ້​ການ​ຄວບ​ຄຸມ​ຂອງ​ເຂົາ​ເຈົ້າ”

ບຸນ Eid ​ຊຶ່ງເປັນ​ຂີດໝາຍ​ການ​ສີ້​ນສຸດ ຂອງເດືອນອົດ​ອາຫານ​ສຳລັບ​ຊາວ​ມຸສລິມມີກຳ
ນົດຈະຈັດຂຶ້ນປະມານ​ວັນ​ທີ 17 ​ເດືອນ​ກໍ​ລະ​ກົດ ຈະ​ມາ​ເຖິງ​ນີ້.

ສະຫະ​ປະຊາ​ຊາດ ​ໄດ້​ພະຍາຍາມ​ຊໍ້າ​ແລ້ວຊໍ້າ​ອີກ ​ເພື່ອ​ເຈລະ​ຈາ​ຢຸດ​ຍິງ ລະຫວ່າງ ລັດຖະ
ບານ​ພັດ​ຖິ່ນ ຂອງ​ປະທານາທິບໍດີ Abd Radu Mansour Hadi ທີ່ຮັບຮູ້ໂດຍ​ນາໆຊາດ
​ແລະ​ກຸ່ມ​ກະບົດ Houthi ​ທີ່ໄດ້​ເຂົ້າຍຶດເອົາ​ນະ ຄອນຫລວງ​ ໃນ​ປີ​ແລ້ວ​ນີ້.

ການ​ໂຈມ​ຕີທາງອາກາດ​ຂອງ ຊາ​ອຸ​ດີ ຕໍ່ພວກກະບົດ Houthi ໄດ້ເລີ້​ມ​ໃນທ້າ​ຍ​ເດືອນມີ​ນາ
​ເຮັດ​ໃຫ້​ຊາວ​ເຢ​ເມັນຕ້ອງໄດ້ພາກັນຫລົບໜີອອກ​ຈາກ​ຫຼາຍຫົວ​ເມືອງ​ສຳຄັນ ບ່ອນ​ທີ່ໄດ້ມີ
​ການ​ສູ້​ລົບ​ກັນເກີດຂຶ້ນ.

Yemen
please wait
Embed

No media source currently available

0:00 0:00:44 0:00

XS
SM
MD
LG