ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ຊ່ຽວຊານ ດ້ານສິດທິມະນຸດ ປະນາມ ການຈັບກຸມ ຢູ່ ບັງກລາແດັສ


ສະມາຊິກໜ່ວຍສືບສວນຕຳຫລວດ ຄວບຄຸມໂຕທ້າວ Sumon Hossain Patwari ໃນນະຄອນ Dhaka ປະທດ Bangladesh.
ສະມາຊິກໜ່ວຍສືບສວນຕຳຫລວດ ຄວບຄຸມໂຕທ້າວ Sumon Hossain Patwari ໃນນະຄອນ Dhaka ປະທດ Bangladesh.

ບັນດາ​ຜູ້​ຊ່ຽວຊານ​ສິດທິ​ມະນຸດ​ໄດ້​ພາກັນອອກ​ມາ​ກ່າວ​ຕໍ່ຕ້ານ ການກວດ​ລ້າງ​ຈັບ​ກຸມ​ຢູ່​ໃນ​ບັງ​ກລາ​ແດັສ​ເມື່ອ​ໄວໆ​ມານີ້.

ບັນດາ​ເຈົ້າ​ໜ້າ​ທີ່​ບັງກລາ​ແດັສກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ຈັບ​ຫລາຍ​ກວ່າ 11,000 ຄົນ​ໃນ​ທັນທີ ທັນໃດ ​ແລະ​ໄດ້ເອົາ​ມາດ​ຕະການຕອບ​ໂຕ້ຢ່າງ​ເຂັ້ມ​ງວດຕໍ່​ຄື້ນ​ຟອງ​ການ​ສັງຫານ​ໂຫດ ​ໂດຍຜູ້​ຕ້ອງ​ສົງ​ໄສ​ເປັນ​ພວກ​ອິສລາມ​ຫົວ​ຮຸນ​ແຮງ​.

​ແຕ່​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ທີ່​ມີ​ສຳນັກງານຢູ່​ນະ ຄອນ​ນິວ ຢອກ ມີ​ຄວາມ​ບໍ່​ແນ​ໃຈ​ວ່າ ກາ​ນຈັບ​ກຸມ​ຈຳນວນ​ຫລວງຫລາຍ​ ໄດ້​ພົບ​ເຫັນ​ເປັນ​ທີ່​ພຽງພໍ​ສຳລັບ​ການ​ສື​ບສວນ ຫລື​ວ່າ​ນີ້ ຈະ​ເປັນ​ຜົນ​ພາ​ໃຫ້ຫລຸດຜ່ອນ​ການ​ກໍ່ຄວາມ​ຮຸນ​ແຮງ​ຢູ່​ໃນ​ປະ​ເທດ.

ທ່ານ Brad Adams ຜູ້ອຳນວຍການເຂດ​ເອ​ເຊຍ ຂອງ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ​ກ່າວ​ວ່າ “ການ​ຈັບ​ກຸມ​ໝູ່​ຂອງ​ຫລາຍ​ໆພັນ​ຄົນ ພາຍ​ໃນ​ສອງ​ສາມ​ມື້ ​ແມ່ນ​ເປັນສີ່​ທີ່​ເຄີຍ​ເຫັນ​ມາ​ກ່ອນ​ໃ​ນບັງ​ກລາ​ແດັສ ​ແຕ່​ວ່າ​ບໍ່​ໄດ້​ສ້າງ​ຄວາມ​ເຊື່ອ​ໝັ້ນຫຍັງ​ຫຼາຍວ່າ ການ​ສັງຫານ​ໂຫດເຫລົ່າ​ນີ້ຈະ​ຢຸດ​ເຊົາຫລື​ການ​ດຳ​ເນີີນ​ການ​ຕາມ​ຂະ​ບວນການ​ຍຸຕິ​ທຳຈະ​ຕິດ​ຕາ​ມມາ.”

ທ່ານ​ໄດ້​ກ່າວ​ຕໍ່​ໄປ​ອີກ​ວ່າ “ຫລັງ​ຈາກໄດ້​ມີ​ການ​ຊັກ​ຊ້າ​ແລະ​ການ​ຕອບ​ໂຕ້​ທີ່ເພິ​ງພໍ​ໃຈກ່ຽວ​
ກັບການ​ໂຈມ​ຕີ​ທີ່ໂຫດຫ້ຽມ​ແລ້ວ ກຳ​ລັງ​ຮັກສາ​ຄວາມ​ປອດ​ໄພ​ບັງ​ກລາ​ແດັສ ພາກັນມີ​ນິໄສແບບເກົ່າ ​ແລະ​ອ້ອມ​ຈັບ​ບັນດາຜູ້​ຕ້ອງ​ສົງ​ໄສຄົນເກົ່າ ​ແທນ​ທີ່​ຈະ​ເຮັດ​ວຽກ​ໜັກໃນການ​ປະຕິບັດ​ງານ​ການ​ສືບສວນ​ທີ່​ເໝາະ​ສົມ.”

ຖະ​ແຫລງການ ​ທີ່​ນຳ​ອອກ​ເຜີຍ​ແຜ່ ໂດຍ​ກຸ່ມ​ປົກປ້ອງ​ສິດ​ທິມະນຸດ Human Rights Watch ​ໃນ​ວັນ​ສຸກ​ມື້​ນີ້ ອ້າງ​ລາ​ຍງາ​ນສື່​ມວນ​ຊົ​ນວ່າ ຕຳຫລວດ​ພາກັນຮັບ​ສິນ​ບົນປ່ອຍ​ໂຕ​ ພວກ​ຖືກ​ກັກຂັງ​ຫລາຍ​ຄົນ​ແລ້ວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG