ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໃນວັນສິດທິມະນຸດ ສປຊ ຮຽກຮ້ອງ​ ໃຫ້ທຸກຄົນ ລຸກຂຶ້ນ ປົກປ້ອງສິດທິສາກົນ


ຜູ້ຄົນໄປເຕົ້າໂຮມກັນ ທີ່ສວນອິດສະຫຼະພາບ ເພື່ອສະຫຼອງ ວັນສິດທິມະນຸດ ທີ່ນະຄອນພະນົມເປັນ. (10 ທັນວາ 2016)
Cambodia, Dec. 10, 2016.
ຜູ້ຄົນໄປເຕົ້າໂຮມກັນ ທີ່ສວນອິດສະຫຼະພາບ ເພື່ອສະຫຼອງ ວັນສິດທິມະນຸດ ທີ່ນະຄອນພະນົມເປັນ. (10 ທັນວາ 2016) Cambodia, Dec. 10, 2016.

ປະ​ເທດ​ຕ່າງໆ​ໃນ​ທົ່ວ​ໂລກ ພາກັນ​ສະ​ເຫຼີມສະຫຼອງ ວັນ​ສິດທິ​ມະນຸດ​ສາກົນ ​ໃນ​ວັນ​ທີ 10 ທັນວາ​ມື້ນີ້.

​ໃນ​ຂະນະ​ທີ່​ສິດທິ​ພື້ນຖານ​ຂອງ​ມະນຸດ ​ຍັງ​ສືບ​ຕໍ່ມີ​ການ​ລ່ວງ​ລະ​ເມີດ ຢ່າງ​ກວ້າງຂວາງ ​ຢູ່​ໃນ​ທົ່ວ​ໂລກ​ນັ້ນ ອົງການ​ສະຫະ​ປະຊາ​ຊາດ​ກຳລັງ​ຮຽກຮ້ອງໃຫ້​ທຸກໆ​ປະ​ເທດ ລຸກຂຶ້ນປົກ​ປ້ອງ​ສິດທິ​ມະນຸດ​ສາກົນ.

ອົງການ​ສະຫະ​ປະຊາ​ຊາດກ່າວ​ຢູ່​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​ວ່າ “​ເວລາ​ສຳລັບສິ່ງ​ນີ້​ແມ່ນ​ປັດຈຸບັນ. ພວກ​ເຮົາ​ໃນ​ນາມ ​ປະຊາຊົນ​ ສາມາດ​ລຸກຂຶ້ນ ​ເພື່ອ​ປົກ​ປ້ອງ​ສິດທິມະນຸດ ​ແລະ​ພ້ອມ​ກັນ​ແລ້ວ ພວກ​ເຮົາສາມາດລຸກຂຶ້ນ ​ຕໍ່ສູ້​ເພື່ອ​ຄວາມ​ເປັນມະນຸດໃຫ້ຫຼາຍຂຶ້ນ.”

ທ່ານ Ban Ki-moon ​ເລຂາທິການ​ໃຫຍ່ ​ອົງການ​ສະຫະ​ປະຊາ​ຊາດ ​ກ່າວ​ວ່າ “​ການ​ສົ່ງ ​ເສີມ​ສິດ​ທິ​ມະນຸດ​ ແມ່ນ​ນອນ​ຢູ່​ໃນ​ຜົນ​ປະ​ໂຫຍ​ດຂອ​ງທຸກໆ​ຄົນ. ການ​ເຄົາລົບ​ນັບຖືສິດທິ​ມະນຸດ ​ແມ່ນການ​ສ້າງ​ຄວາມກ້າວໜ້າ ​ໃຫ້​ແກ່​ຄວາມ​ຢູ່ດີ​ເປັນ​ສຸກ​ຂອງ​ທຸກໆ​ຄົນ ສ້າງ​ສະ​ຖຽນລະພາບ ​ໃຫ້​ແກ່​ທຸກໆ​ສັງຄົມ ແລະ ​ຄວາມເປັນ​ນ້ຳ​ນຶ່ງ​ໃຈ​ດຽວ ​ໃຫ້​ແກ່​ໂລກ​ທີ່ມີ​ການ​ເຊື່ອມໂຍງ​ກັນຂອງ​ພວກ​ເຮົາ.”

ສ່ວນ​ທ່ານ Zeid Ra’ad Al Hussein ຂ້າ​ຫຼວງ​ໃຫຍ່​ ດ້ານ​ສິດທິ​ມະນຸດ​ຂອງ​ອົງການ​ສະ ຫະ​ປະຊາ​ຊາດ​ກ່າວ​ວ່າ “ມັນ​ເຖິງ​ເວລາ​ແລ້ວ ທີ່​ພວກ​ເຮົາ​ທຸກໆ​ຄົນ ຕ້ອງ​ໄດ້​ລຸກຂຶ້ນ ປົກ​ປ້ອງ​ສິດທິ​ມະນຸດ. ບໍ່​ມີ​ການ​ກະທຳ​ອັນ​ໃດ​ທີ່​ນ້ອຍ​ເກີນ​ໄປ ​ບໍ່ວ່າທ່ານຢູ່​ໃສ, ທ່ານ​ສາມາດ​ສ້າງ​ຄວາມ​ແຕກ​ຕ່າງ​ໄດ້. ຮວມກັນ​ແລ້ວ ພວກ​ເຮົາຄວນ​ລຸກຂຶ້ນ ປົກ​ປ້ອງ​ຄວາມ​ເປັນ​ມະ ນຸດຊາດ​ຕື່ມ.”

ສະຫະລັດ ​ແລະ​ສະຫະພາບ​ຢູ​ໂຮບ ​ໄດ້​ຮຽກຮ້ອງ​ເປັນ​ພິ​ເສດ ​ໃຫ້​ຈີນ ປ່ອຍ​ພວກ​ນັກ​ໂທດ​ການ​ເມືອງ ຮວມທັງ​ຜູ້​ທີ່​ໄດ້ຮັບ​ລາງວັນ​ໂນ​ແບ​ລຂະ​ແໜງ​ສັນຕິ​ພາບ ​ແລະ​ນັກ​ເຄື່ອນ​ໄຫວ​ສິດທິ​ມະນຸດທ່ານ Liu Xiaobo ທີ່​ຖືກ​ຄຸກມາ​ແຕ່ປີ 2008. ສະຫະລັດ​ແລະ​ສະຫະພາບ​ຢູ​ໂຣບ ​ໄດ້​ກ່າວ​ເຖິງ​ ສະພາບ​ການ ​ດ້ານ​ສິດທິມະນຸດ ​ທີ່​ພວມ​ຊຸດ​ໂຊມ​ລົງ ​ຢູ່​ໃນ​ປະ​ເທດ​ຈີນ ບ່ອນ​ທີ່​ພວກ​ທະນາຍຄວາມແລະ​ນັກ​ເຄື່ອນ​ໄຫວ​ຫລາຍ​ຮ້ອຍ​ຄົນ ​ໄດ້​ຖືກ​ຈັບ​ໃນ​ປີ​ກາຍ​ນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG