ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລະດູບານໃໝ່ອາຫຣັບ ໄດ້ຮັບຜົນທີ່ສັບສົນ ໃນດ້ານຄວາມກ້າວໄກ ຂອງສິດທິມະນຸດ (ເບິ່ງວີດິໂອລາວ-ອັງກິດ)


ລະດູບານໃໝ່ອາຫຣັບ ໄດ້ຮັບຜົນທີ່ສັບສົນ ໃນດ້ານຄວາມກ້າວໄກ ຂອງສິດທິມະນຸດ (ເບິ່ງວີດິໂອລາວ-ອັງກິດ)
ລະດູບານໃໝ່ອາຫຣັບ ໄດ້ຮັບຜົນທີ່ສັບສົນ ໃນດ້ານຄວາມກ້າວໄກ ຂອງສິດທິມະນຸດ (ເບິ່ງວີດິໂອລາວ-ອັງກິດ)

ໃນ​ຂະນະທີ່ອັນ​ທີ່​ເອີ້ນ​ກັນ​ວ່າ ລະດູບານ​ໃໝ່​ຊາດ​ອາຫຣັບ ຊຶ່ງ​ກໍາລັງ​ສືບ​ຕໍ່​ດໍາ​ເນີນ​ໄປ​ຢູ່​​ເທົ່າ​ທຸກ​ມື້​ນີ້ ໄດ້​ມີຜົນ​ລັບ​ແບບປະປົນກັນ ໃນ​ການ​ສົ່ງ​ເສີມສິດທິ​ມະນຸດ ​ໃຫ້​ກ້າວ​ໄກ​ໄປ​ໜ້າ ​​​ພວກ​ນັກ​ເຄຶ່ອນ​ໄຫວ ​ໃນ​ທົ່ວ​ໂລກ​ກ່າວ​ວ່າ ​ເຂົາ​ເຈົ້າໄດ້ຮັບຄວາມດົນ​ໃຈ​ໂດຍ​ການ​ເຄື່ອນ​ໄຫວ​ເພື່ອ​ຕໍ່ສູ້​​ໃຫ້​ມີ​ ການປ່ຽນ​ແປງ​ຢູ່​ໃນ​ປະ​ເທດ​ຊາດ​ຂອງ​ພວກ​ເຂົາ​ເຈົ້າ. ຜູ້​ສື່​ຂ່າວ​ອີ​ໂອ​ເອມີ ລາຍ​ງານ​ຈາກ​ວໍ​ຊິງ​ຕັນ​ດີ​ຊີ​ໃນ​ຂະນະ​ທີ່​ໂລກ​ກໍາລັງຕຽມ​ສະ​ເຫລີ​ມສະຫລອງ ວັນ​ສິດທິ​ມະນຸດ ​ໃນ​ວັນ​ທີ່ 10 ​ເດືອນທັນວາ​ນີ້. ທອງ​ປານ ມີ​ເລຶ່ອງນີ້ ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ເບິ່ງວີດິໂອພາສາລາວ:

ຄະນະ​ສະມາຊິກ​ສະພາ​ຜູ້​ແທນ​ທີ່​ຖືກ​ເລືອກ​ຕັ້ງ​ຊຸດ​ໃໝ່ໃນ​ຍຸກຫຼັງ​ຜະ​ເດັດ​ການ​ຕູ​ນີ​ເຊຍ​ແລະ
ພວກ​ໄປລົງ​ຄະ​ແນນ​ສຽງ​ຢູ່​ໃນ​ອີ​ຈິບ ໃນ​ທີ່​ສຸດກໍ​ໄດ້​ປະກອບສ່ວນ ​ໃນ​ການ​ເລືອກ​ຕັ້ງ​ທີ່​ເສ
ລີຍຸຕິ​ທໍາ ຊຶ່ງ​ເປັນ​ຮູບ​ເປັນ​ຮ່າງ​ບາງ​ສ່ວນ​ໃນຂະບວນ​ການ​ເຄຶ່ອນ​ໄຫວ​ລະດູບານ​ໃໝ່​ຊາດ
ອາຫຣັບນັ້ນ.

ການ​ປະ​ທ້ວງ​ບັ້ນ​ຕ່າງໆ ຊຶ່ງ​ໄດ້​ເລິ່ມຕົ້ນ​ປະ​ມານ​ນຶ່ງ​ປີຜ່ານມາ​ນັ້ນ ​ແມ່ນ​ໄດ້ສັ່ນ​ຄອນ​ພວກ
ລັດຖະບານ​ຜະເດັດ​ການ​ທັງຫລາຍ​ທົ່ວ​ຂົງ​ເຂດ​ຕາ​ເວັນ​ອອກ ກາງ ​ແລະ​ອາ​ຟຣິກາ​ເໜືອ.

ການ​ປະ​ທະ​ກັນຢູ່​ຕາມ​ຖະນົນ​ຫົນທາງຍັງ​ດຳເນີນສືບ​ຕໍ່​ມາ ​ແມ່ນ​ແຕ່​ຢູ່​ໃນ​ພວກ​ປະ​ເທດ​
ບ່ອນ​ທີ່​ພວກ​ຜູ້ປົກຄອງ​ປະ​ເທດ​ມາ​ເປັນ​ເວລາ​ດົນ​ນານໄດ້​ ຖືກ​ໂຄ່ນ​ລົ້ມ​ໄປ​ແລ້ວ ​ເ​ຊັ່ນ​ປະ
ເທດ​ອີ​ຈິບ​ເປັນ​ຕົ້ນ​ນັ້ນ ​ໃນ​ຊີ​ເຣຍ ປາກົດ​ເຫັນມີ​ການ​ປ່ຽນ​ແປງ​ໜ້ອຍ​ດຽວ ​ແລະ​ມີ​ແຕ່​
ເຫດການ​ກໍ່​ຄວາມ​ຮຸນ​ແຮງເພີ່ມ ຂຶ້ນ.

ສ່ວນ​ທີ່​ປະ​ເທດ​ອື່ນໆ ​ເຊັ່ນບາ​ເຫຣນ ​ແມ່ນ​ໄດ້​ມີ​ການ​ປະ​ທ້ວງ​ຮຽກຮ້ອງ​ປະ ຊາ​ທິປະ​ໄຕ​
ຢູ່​ຊໍ້າ​ແລ້ວ​ຊໍ້າ​ເລົ່າ ທີ່​ຕິດຕາມ​ມາ​ດ້ວຍ​ຄໍາ​ໝັ້ນ​ສັນ​ຍາ​ຕ່າງໆ​ນາໆ ຂອງ​ລັດຖະບານ ​ແຕ່​ກໍ
ປະຕິບັດ​ແຕ່​ພຽງ​ໜ້ອຍ​ດຽວ. ​ເມື່ອ​ໝໍ່ໆ​ມາ​ນີ້​ກະສັດ ຂອງ​ບາ​ຫ໌​ເຣນທີ່ປົກຄອງປະເທດ
ຢູ່ໃນເວລານີ້ ກ່າວ​ວ່າ ຕົນ​ຈະ​ສຶກສາ​ເບິ່ງ​ການສະເໜີ​ສະບັບ​ໃໝ່​ໂດຍ​ຄະນະ​ກໍາມະການ​
ລັດຖະບານ​ຊຸດ​ນຶ່ງ​ເພື່ອ​ໃຫ້​ມີ​ເສລີພາບ​ໃນ​ການ​ປາກ​ເວົ້າ ​ແລະ​ເສລີພາບ​ໃນ​ການໂຮມ​ຊຸມ
ກັນໃຫ້​ກວ້າງ ຂວາງອອກ​ໄປ​ອີກ.

ແຕ່​ທ່ານ Said Bourmedouha ​ນັກ​ຄົ້ນຄວ້າ​ຂອງ​ອົງການ​ນີລະ​ໂທດ​ກໍາ​ສາກົນ​ທີ່​ປະ
ເທດບາຫ໌​ເຣນ ຍັງ​ລັງ​ເລ​ໃຈ​ບໍ່​ຢາກ​ສະ​ເຫລີ​ມສະຫລອງ​ໄຊຊະນະດ້ານ​ສິດທິ​ມະ​ນຸດ​ໃດໆ
ໃນ​ປະ​ເທດ​ຊາດ​ຂອງ​ລາວ​ເອງ​ເທື່ອ.

“ມີ​ຫລາຍໆ​ກໍລະນີ ຫລື​ຕົວຢ່າງ​ທີ່​ຂ້າພະ​ເຈົ້າໝາຍ​ເຖິງ​ນັ້ນ ຄືພວກ​ອົງການ
ສາກົນ​ ຫລຶອົງການ​ທ້ອງ​ຖິ່ນ​ຕ່າງໆ ​ໄດ້​ສະ​ເໜີ​ແນະ​ແນວ​ນັ້ນ​ແນວ​ນີ້ ​ແຕ່​ກໍ​ບໍ່
ເຄີຍ​ທີ່​ຈະ​ຈັດ​ຕັ້ງ​ປະຕິບັດ​ກັນ ​ແລະ​ນັ້ນ​ຈຶ່ງ​ເປັນ​ເຫດ​ໃຫ້​ປະຊາຊົນ​ຍັງ​ສົງ​ໃສ
ກ່ຽວ​ກັບ​ຮູບ​ການ​ທັງ​ໝົດ​ວ່າ​ລັດຖະບານ​ຊຸດ​ນີ້​ແມ່ນ​ຈະ​ຈັດ​ຕັ້ງ​ປະຕິບັດ​ຕາມ​ຄໍາ
ຊີ້​ແນະ​ເຫລົ່າ​ນັ້ນ​ຫລື​ບໍ່”

ທີ່ກຸງວໍ​ຊິງ​ຕັນ​ດີ​ຊີ ຊຶ່ງຕັ້ງຫ່າງອອກໄປ​ຫລາຍ​ກວ່າ 10 ພັນ​ຫລັກ​ກິ​ໂລແມດນັ້ນ ນາງ
Jessica Mazour ໄດ້ປະກອບສ່ວນເຂົ້າຮ່ວມ​ໃນ​ການ​ປະ​ທ້ວງ​ເທື່ອ​ທໍາ​ອິດຂອງ​ນາງ.
ຄື​ນາງ​ພະຍາຍາມ​ຈະຮວບຮວມ​ເອົາ​ພວກ​ປະ​ທ້ວງ​ທີ່​ເອີ້ນ​ວ່າ Occupy ທັງຫລາຍ​ທົ່ວ
ສະຫະລັດ​ອະ​ເມຣິກາໄປເຕົ້າ​ໂຮມ​ກັນ​ຢູ່​ລັດໄອ​ໂອວາ​ຂອງ​ນາງ ບ່ອນ​ທີ່​ໃນ​ເດືອນ​ມັງ
ກອນຈະເລີ່ມ​ມີ​ການ​ເລືອກ​ເອົາ​ຜູ້​ສະໝັກ​ເລືອກ​ຕັ້ງປະທານາທິບໍດີ​ສໍາລັບ​ປີ 2012.

ນາງ ມາ​ຊົວ ກ່າວ​ວ່າ ພວກ​ປະ​ທ້ວງ​ໃນພາກ​ຕາ​ເວັນ​ອອກ​ກາງ ​ໄດ້​ດົນ ໃຈນາງ​ບໍ່​ໃຫ້ທໍ້
ຖອຍ​ໃນ​ການສະ​ແຫວ​ງຫາ​ກາ​ນປ່ຽນ​ແປງ​ໃນ​ລັດຖະບານ​ຂອງ​ນາງ​ເອງນັ້ນ.

“ທຸກໆ​ຄັ້ງ​ພວກ​ລັດຖະບານ​ມີ​ແຕ່​ພະຍາຍາມຫາທາງປິດ​ປາກ​ພວກ​ເຮົາ ສະ​ນັ້ນ
ພວກ​ເຮົາ​ກໍ​ຈະ​ພາກັນ​ໂຮ​ຮ້ອງ​ໃຫ້​ຟົດ​ສະ​ນັ່ນ​ຂຶ້ນຕື່ມ ​ແລະ​ຖ້າ​ຫາກ​ພວກ​ເຮັດດັ່ງ​
ນັ້ນ​ໄດ້ ມັນ​ອາດເຮັດ​ໃຫ້​ພວກ​ເຂົາ​ເຈົ້າຮູ້ສຶກ​ຕົວ​ໃນ​ທີ່​ສຸດ ວ່າ​ນີ້​ມັນ​ສໍາຄັນ​ຕໍ່​ປະ
ຊາຊົນ”

ຂະການ​ເຄຶ່ອນ​ໄຫວ Occupy ຫລື​ເຂົ້າຍຶດຄອງນີ້ ບໍ່​ມີ​ເວທີ​ປະຕິບັດ​ການ​ທີ່​ຄັກແນ່ ​ແຕ່
ພວກ​ປະ​ທ້ວງ​ຫລາຍ​ຄົນ​ຢູ່​ໃນ​ສະຫະລັດ​ ກ່າວ​ວ່າ ພວກ​ເຂົາ​ເຈົ້າຕ້ອງການ​ໂອກາດໃຫ້​ມີ​
ການ​ວ່າ​ຈ້າງ​ເພີ່ມ​ຂຶ້ນ​ ມີ​ການ​ກະຈາຍ​ລາຍ​ໄດ້​ເທົ່າ ທຽມ​ກັນ​ຫລາຍ​ຂຶ້ນ ພ້ອມ​ທັງ​ລົດ​ຜ່ອນ
ອິດ​ທິພົນ​ຂອງ​ພວກ​ຮັ່ງມີ​ຢູ່​ໃນ​ວົງ​ການ ການ​ເມືອງ​ນັ້ນ​ລົງ ຊຶ່ງເປັນຄວາມ​ຮຽກຮ້ອງ​ຕ້ອງ
ການ​ທໍານອງ​ດຽວ​ກັນ​ກວ່າ ຢູ່​ໃນ​ຂົງ​ເຂດພາກ​ຕາ​ເວັນ​ອອກ​ກາງ.

ທ່ານ Zaid Jelani ​ໄດ້​ຕິດຕາມ​ເບິ່ງ​ຢ່າງ​ໃກ້​ຊິດ​ເບິ່ງການ​ລຸກ​ຮືຂຶ້ນ​ຢູ່​ໃນ​ທົ່ວ​ໂລກ ​ໃນ​ຖານະ
ເປັນ​ນັກ​ເຄຶ່ອນ​ໄຫວ​ທາງ​ອິນ​ເທີ​ເນ​ທປະ​ຈໍາອົງການຄິດ ​ເພື່ອ​ຄວາມ​ກ້າວໜ້າ ຫລື Think
Progress ທີ່ມີ​ສໍານັກງານຕັ້ງ​ຢູ່​ວໍ​ຊິງ​ຕັນ​ດີ​ຊີ​ນັ້ນ ກ່າວ​ວ່າ

“ສິ່ງ​ທີ່​ວ່າ​ດີ​ທີ່​ສຸດ​ທີ່​ພວກ​ເຮົາ​ເວົ້າ​ໄດ້​ກ່ຽວ​ກັບ​ປີ 2011 ນັ້ນ​ກໍ​ແມ່ນ​ວ່າທີ່ຈິງແລ້ວ​
ມັນ​ເປັນ​ການ​ລຸກ​ຮື​ຂຶ້ນ​ເພື່ອ​ປະຊາທິປະ​ໄຕ​ຂອງ​ໂລກ ມັນ​ເປັນ​ເລຶ່ອງຂອງພວກ​
ຄົນ​ທົ່ວ​ຫົນ​ແຫ່ງ​ໃນ​ທົ່ວ​ໂລກ​ພາກັນ​ກ່າວ​ວ່າ ພວກ​ຜູ້​ນໍາຂອງ​ພວກ​ເຂົາ​ເຈົ້າບໍ່​ໄດ້​
ປະຕິບັດງານ​ເພື່ອ​ເຂົ​າ​ເຈົ້າ ສັງຄົມ​ກໍ​ບໍ່​ເຮັດ​ຫຍັງ​ເພື່ອ ພວກ​ເຂົາ​ເຈົ້າ ຊຶ່ງ​ຊີວິດ​
ຂອງ​ພວກ​ເຂົາ​ເຈົ້າ​ແມ່ນ​ພວມພັງ​ທະ​ລາຍ​ລົງ​ໄປ ​ເນຶ່ອງຈາກ​ສະພາບ​ການ​ເສດ
ຖະກິດ​ທີ່​ຂີ້ຮ້າຍ​ຫລາຍ. ພວກ​ຄົນ​ພາກັນເວົ້າວ່າ ວິທີ​ທາງ​ທີ່​ຈະ​ເຮັດ​ໃຫ້​ຄວາມ
ຮຽກຮ້ອງ​ນີ້​ສໍາ​ເລັດ​ລົງ​ໄດ້​ກໍ​ດ້ວຍ​ການ​ອອກ​ໄປ ​ໂຮມ​ກັນ​ຢູ່​ຕາມ​ຖະນົນ​ຫົນທາງ
ທີ່​ຈິງ​ແລ້ວ​ໂດຍ​ການ​ຫຼັ່ງໄຫຼໄປ ໃຫ້ການສະໜັບສະໜຸນຂອງປະຊາທິປະໄຕຂັ້ນ
ຮາກຫຍ້າ ຈາກການເອົາ ມາຕະການຂອງປະຊາຊົນ ຈາກການຄັດຄ້ານຂອງພົນ
ລະເຮືອນແລະການ ເມືອງ ​ແລະ​ດ້ວຍ​ການ​ຊົມ​ໃຊ້​ແບບ​ນັ້ນ ​ແລະ​ດໍາ​ເນີນ​ການເກີນ
ໄປ​ກວ່າ​ການປ່ອນ​ບັດ​ເລືອກ​ຕັ້ງ​ເພື່ອ​ທີ່ໃຫ້​ຄວາມ​ຕອ້ງການ​ເຫລົ່ານັ້ນຖືກ​ແກ້​ໄຂ”

ພວກ​ປະ​ທ້ວງ​ກ່າວ​ວ່າ ​ເຖິງ​ແມ່ນວ່າ​ການປຸກ​ເຕັ້ນເພື່ອໂຮມຊຸມນຸມປະທ້ວງ ຢູ່ຂ້າງນອກ ຖືກ
ພວກ​ເຈົ້າໜ້າ​ທີ່​ມ້າງ​ລົງ ​ແລະ​ພວກ​ປະ​ທ້ວງ​ປະ​ເຊີນ​ກັບ​ການ​ກວາດ​ລ້າງ ​ເພື່ອ​ຄວາມ​ປອດ​ໄພ
ຊໍ້າ​ແລ້ວ​ຊໍ້າອີກ ສື່​ສັງຄົມ​ທີ່ເປັນແຮງ ຂັບດັນຫລໍ່​ລ້ຽງ ໃນການຕໍ່ສູ້ເພື່ອໃຫ້ໄດ້ມາຊຶ່ງສິດທິມະ
ນຸດເພີ່ມຂຶ້ນ ຂອງ ພວກເຂົາເຈົ້າໃນເວລານີ້ ແມ່ນຍັງ​ໄກ​ຢູ່ ​ແລະ​ມັນອາດແກ່ຍາວໄປກາຍປີ
ໜ້າກໍໄດ້.

ເບິ່ງວີດີໂອລາຍງານຂ່າວເປັນພາສາອັງກິດ

XS
SM
MD
LG