ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະພັນ ສິດທິມະນຸດ ຮຽກຮ້ອງໃຫ້ ອາຊຽນ ປະຕິຮູບທີ່ດິນ


ຊາວນາຄົນນຶ່ງກຳລັງເກັບຫອຍ ແລະລົກຫຍ້າອອກຈາກໄຮ່ນາ ໃກັກັບເມືອງອຸດອນທານີ ປະເທດໄທ.
ຊາວນາຄົນນຶ່ງກຳລັງເກັບຫອຍ ແລະລົກຫຍ້າອອກຈາກໄຮ່ນາ ໃກັກັບເມືອງອຸດອນທານີ ປະເທດໄທ.

ອົງການ​ຄວບ​ຄຸມກຸ່ມປົກປ້ອງ​ສິດ​ທິມະນຸດສາກົນ​ ກ່າວ​ວ່າ ຂົງ​ເຂດ​ເອ​ເຊຍ​ອາຄະ​ເນກຳລັງ ປະເຊີນໜ້າເພີ້​ມຂຶ້ນ ຈາກ​ການ​ຂົ່ມຂູ່ ກ່ຽວ​ກັບ​ບັນຫາຂັດ​ແຍ້​ງ​ໃນ​ເລື້ອງ​ທີ່ດິນ ລະຫວ່າງ​ບັນ ດາ​ຜູ້​ລົງ​ທຶນ​ ແລະ​ປະຊາ​ຊົນ​ທ້ອງ​ຖິ່ນ ນອກຈາກ​ວ່າ ​ຈະ​ມີ​ການປະຕິຮູບ ໃນ​ດ້ານ​ກົດໝາ​ຍ ​ແລະ​ສະ​ຖາ​ບັນ.

ຄຳ​ເຕືອນ​ຈາກສະຫະ​ພັນ​ສາກົນ​ດ້ານ​ສິດທິ​ມະນຸດ ຫຼື FIDH ທີ່​ມີ​ສະມາຊິກ 180 ອົງການ ມີຂຶ້ນທ່າມກາງ​ການ​ຂະຫຍາຍໂຕຂອງ​ເສດຖະກິດ​ທີ່​ສຳຄັນ ​ແລະການເຕີບ​ໂຕ​ຢູ່​ທົ່ວ​ອາ​ເຊຍ​ທີ່ສະ​ໜັບສະ​ໜູນ​ໂດຍ​ການລົງ​ທຶນຂອງຕ່າງປະ​ເທດ​ ​ແລະ​ທ້ອງ​ຖິ່ນ.

ຊາວນາກຳປູເຈັຍຄົນນຶ່ງກຳລັງກ່ຽວເຂົ້າ ຢູ່ນອກນະຄອນຫລວງພະນົມເປັນ.
ຊາວນາກຳປູເຈັຍຄົນນຶ່ງກຳລັງກ່ຽວເຂົ້າ ຢູ່ນອກນະຄອນຫລວງພະນົມເປັນ.

ສະມາຄົມ​ບັນດາ​ປະ​ເທດ​ຊາດ ​ໃນ​ເຊ​ດ​ເອ​ເຊຍ​ອາຄະ​ເນ ຫລື​ອາຊຽນ ທີ່ມີສະມາຊິກ 10 ປະເທດ ກຳລັງ​ຊອກຫາຊ່ອງທາງເພື່ອໃຫ້ມີການ​ເຕີບໂຕໂດຍ​ຜ່ານການ​ຮ່ວມ​ມື​ດ້ານ​ເສດ ຖະກິດຂອງອາຊຽນ ຫຼື AEC ​ແລະ​ການ​ລົງ​ທຶນ​ຂອງຕ່າງປະ​ເທດ​ພຽງຢ່າງ​ດຽວ​ໄດ້​ມີຍອດ​ເຖິງ 136​.3 ຕື້ໂດ​ລາ​ໃນ​ປີ 2014​.

​ແຕ່​ວ່າການ​ເປີດກວ້າງໃຫ້​ແກ່​ບັນດາ​ນັກ​ລົງທຶນທີ່ຊອກ​ຫາ​ທີ່​ດິນເພື່ອ​ພັດທະນາ​ບັນດາ​ໂຮງ ງາ​ນ ​ແລະ​ການ​ປູກ​ຝັງ​ ໄດ້​ເຮັດ​ໃຫ້ເກີດ​ການ​ຂັດ​ແຍ້​ງ​ແກ່​ປະຊາ​ຄົມ​ທ້ອງ​ຖິ່ນ ​ໂດຍ​ສະ​ເພາະ​ບ່​ອນທີ່​ກົດໝາຍ​ຄຸ້ມຄອງ​ການ​ລົງ​ທະບຽນ​ ​ແລະ​ການ​ເປັນ​ເຈົ້າ​ຂອງ​ດິນ​ທີ່​ບໍ່​ແຂງ​ແຮງ.

ປະທານາທິບໍດີ Barack Obama ກ່າວເປີດກອງປະຊຸມອາຊຽນທີ່ Sunnylands ໃນ Rancho Mirage ລັດ California ວັນທີ 15 ກຸມພາ, 2016.
ປະທານາທິບໍດີ Barack Obama ກ່າວເປີດກອງປະຊຸມອາຊຽນທີ່ Sunnylands ໃນ Rancho Mirage ລັດ California ວັນທີ 15 ກຸມພາ, 2016.

ການ​ໂຕ້​ແຍ້​ງກ່ຽວກັບທີ່​ດິນ​ເຫລົ່າ​ນີ້ ບັງຄັບ​ໃຫ້​ມີ​ການ​ຍົກຍ້າຍຜູ້ຄົນອອກຈາກທີ່ດິນ ​ແລະຄວາມ​ຮຸນແຮງ​ໄດ້​ເ​ພີ້​ມຂຶ້ນ​ໃນ​ຂະນະ​ທີ່ການເລັ່ງລັດໃຫ້ເສດຖະກິດເຕີບໂຕຂອງ​ຂົງ​ເຂດ​ເພີ້ມທະວີຂຶ້ນ.

​ເລຂາທິການຂອງອົງກາ​ນ FIDH ທ່ານ​ນາງ Debbie Stolhard ທຳນາຍວ່າ ຈະມີການ​ຂັດ​ແຍ້​ງເພີ້ມຂຶ້ນ ລະຫວ່າງ​ບັນດາ​ປະ​ຊາ​ຄົມ​ທ້ອງ​ຖິ່ນ ລັດຖະບານ ​ແລະ​ຜູ້​ລົງທຶນ ນອກ ຈາກວ່າການປະຕິຮູບໄດ້ຮັບການຈັດຕັ້ງປະຕິບັດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG