ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຢາວັກຊີນ ກັນອີໂບລາ ຈະເລີ້ມທົດລອງ ກັບມະນຸດ ອາທິດໜ້ານີ້ (ສະໄລດ໌/ວີດີໂອ)


Ebola Vaccine Trials To Begin Next Week
please wait

No media source currently available

0:00 0:02:27 0:00

ສະຖາບັນອະນາໄມແຫ່ງຊາດຫຼື National Institute of Health
ຂອງສະຫະລັດ ກ່າວວ່າ ຈະມີການທົດລອງຢາວັກຊີນ ກັນເຊື້ອອີ
ໂບລາ ກັບມະນຸດ ເລີ້ມໃນອາທິດໜ້ານີ້.

ສະຖາບັນອະນາໄມແຫ່ງຊາດຂອງສະຫະລັດ ຫຼື NIH ທີ່ນຳອອກ
ເຜີຍແຜ່ ໃນວັນພະຫັດວານນີ້ ກ່າວວ່າ ການທົດລອງ ໃນຂັ້ນຕົ້ນ
ແມ່ນຈະຊັ່ງຊາຕີລາຄາ ເບິ່ງເລື່ອງຄວາມປອດໄພຂອງຢາວັກຊີນ ແລະຄວາມສາມາດໃນການກະຕຸ້ນໃຫ້ລະບົບພູມຕ້ານທານຕອບ
ຮັບ ຢູ່ໃນໝູ່ພວກຜູ້ໃຫຍ່ ທີ່ມີສຸຂະພາບແຂງແຮງດີ.

ຢາວັກຊີນດັ່ງກ່າວ ແມ່ນພັດທະນາຮ່ວມກັນ ລະຫວ່າງສະຖາບັນອະນາໄມແຫ່ງຊາດຂອງ ສະຫະລັດ ແລະບໍລິສັດຜະລິດຢາ GlaxoSmithKline ຂອງອັງກິດ.

ດຣ. Anthony Faci ຜູ້ອຳນວຍການສະຖາບັນພູມແພ້ແລະພະຍາດຕິດຕໍ່ຂອງ NIH ກ່າວ
ວ່າ ຢາວັກຊີນນີ້ ແມ່ນໄດ້ໃຫ້ຜົນຂ້ອນຂ້າງດີ ໃນການປົກປ້ອງພວກລີງ ຈາກການຕິດເຊື້ອອີໂບ ລາ.

ການທົດລອງດັ່ງກ່າວນີ້ຈະມີຂຶ້ນທີ່ສູນກາງ NIH ຢູ່ Bethesda ໃນລັດ Maryland ພ້ອມໆ ດຽວກັນກັບຢູອັງກິດ ແລະຢູ່ປະເທດແກມເບຍແລະມາລີ ໃນເຂດອາຟຣິກາ ຕາເວັນຕົກ.

ການພັດທະນາ ແລະການທົດລອງ ອັນທີ່ອາດຈະເປັນຢາວັກຊີນກັນເຊື້ອອີໂບລານີ້ ໄດ້ມີ ການເລັ່ງລັດໃຫ້ໄວຂຶ້ນ ກໍຍ້ອນການລະບາດຂອງອີໂບລາໃນເຂດອາຟຣິກາຕາເວັນຕົກ.

ອົງການອະນາໄມໂລກ ກ່າວວ່າ ມີຫລາຍກວ່າ 1400 ຄົນແລ້ວ ທີ່ສົງໄສແລະໄດ້ຮັບການ ຢືນຢັນຕິດເຊື້ອອີໂບລາ ມີລາຍງານວ່າໄດ້ເສຍຊີວິດຢູ່ໃນກີນີ ໄລບີ ເຣຍ ໄນຈີເຣຍ ແລະ ຊີເອຣາເລອອນ ນັບແຕ່ເລີ້ມມີການລະບາດ ເມື່ອເດືອນມີ ນາປີ 2014.

ບໍລິສັດ GlaxoSmithKline ກ່າວວ່າ ຕົນຈະຜະລິດຢາວັກຊີນທົດລອງຫຼາຍເຖິງ 10,000 ໂດຊ໌ສຳລັບໃຊ້ ຖ້າຢາວັກຊີນດັ່ງກ່າວພິສູດວ່າ ມີປະສິດທິຜົນແທ້.

EBOLA CNPK
please wait
Embed

No media source currently available

0:00 0:01:37 0:00

XS
SM
MD
LG