ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປາ​ກິ​ສຖານ ​ກີດ​ກັ້ນ ບໍ່​ໃຫ້ ສື່​ມວນ​ຊົນ ​​ຕິຕຽນ ລະບົບ​​ຍຸຕິ​ທໍາ


ແຜນທີ່ປາກິສຖານ
ແຜນທີ່ປາກິສຖານ
ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ຮຽກຮ້ອງ​
ໃຫ້​ ບັນດາຜູ້​ພິພາກສາປາ​ກິ​ສຖານ ຢຸດໃຊ້​ອໍານາດ​ເຂົາ​ເຈົ້າ ​
ເພື່ອ​ກີດ​ກັ້ນບໍ່​ໃຫ້ສື່​ມວນ​ຊົນ ​ລາຍ​ງານ​ຕິຕຽນລະບົບຍຸຕິ​ທໍາ
ຂອງ​ປະ​ເທດ.

ກຸ່ມ​ປົກ​ປ້ອງສິດທິ​ມະນຸດ Human Rights Watch ກ່າວວ່າ ຫວ່າງ​ສອງ​ສາມ​ເດືອນ​ຜ່ານ​ມາ​ນີ້ ບັນດາສານ​ສູງ​ ​ໃນ​ກຸງ​ Islamabad ​ແລະ ນະຄອນ Lahore​ ​ໄດ້​ອອກ​ຄໍາ​ສັ່ງ​ໂດຍ​ກົງ​ຕໍ່ອົງການ​ຄຸ້ມ​ຄອງ​ສື່ມວນ​ຊົນ​ອີ​ເລັກ​ໂທຣນິກ ຂອງ​ປາ​ກິ​ສຖານ ຫຼື PEMRA ​ໃຫ້​ຄໍ້າ
ປະກັນວ່າ ລາຍ​ງານ​ຕໍ່​ຕ້ານ​ລະ​ບົບ​ຍຸ​ຕິ​ທໍາ ຈະ​ບໍ່​ມີ​ການອອກ​ອາ​ກາດ​ທາງ​ໂທລະ ພາບ.

​ຫົວໜ້າ​ຫ້ອງການ ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ​ເຂດ​ເອ​ເຊຍ ທ່ານ Brad Adams ກ່າວ​ວ່າ “ການ​ຄວບ​ຄຸມການສະແດງ​ຄວາມ​ເຫັນຢ່າງ​ເສຣີ” ຕ້ອງ​ຢຸດເຊົາ
ໂດຍ​ທັນ​ທີ ​ແລະ​ບັນດາ​ຜູ້​ພິພາກສາບໍ່​ໄດ້​ຮັບ “ສິດ​ພິ​ເສດ ​ຍົກ​ເວັ້ນຈາກ​ການ​ຕິຕຽນ.” ສານ​
ສູງ​ຂອງ​ນະຄອນ Lahore ​ໄດ້​ອອກ​ຄໍາ​ສັ່ງອົງການ PEMRA ​ໃຫ້ຈັດຕັ້ງ​ປະຕິບັດ​ຄໍາ​ສັ່ງ ທີ່​ຈະ​ໝົດ​ກໍາໜົດ​ໃນ​ວັນ​ພະຫັດ​ນີ້ ບໍ່​ໃຫ້ອອກ​ອາກາດ ​ລາຍງານ​ທີ່​ຕິຕຽນ​ຕໍ່​ລະບົບຍຸຕິ​ທໍາ.

ການ​ເຄື່ອນ​ໄຫວ​ດັ່ງກ່າວ​ມີ​ຂຶ້ນຫຼັງຈາກ ສານ​ສູ​ງຂອງ ​ກຸງ Islamabad ​ໄດ້ອອກ​ຄໍາ​ສັ່ງໃນ​ເດືອນ​ຕຸ​ລາ ​ຫ້າມ​ບໍ່ໃຫ້ອອກ​ອາກາດເລື້ອງດັ່ງກ່າວ.

ອົງການ PEMRA ຖະ​ແຫລ​ງໃນ​ວັນ​ທີ 13 ​ເດືອນ​ພະຈິກນີ້​ວ່າ ຕົນມີ ຄວາມໝາຍ​ໝັ້ນ ເພື່ອຄໍ້າປະກັນ​ອິດສະຫຼະພາບ​ໃນ​ການສະ​ແດງ​ອອກ​ຊຶ່ງ​ຄວາມຄິດ​ຄວາມ​ເຫັນ ​ແຕ່​ວ່າ ບໍ່​ມີ​ບ່ອນ​ໃດ​ທີ່ “​ມີ​ການປ່ອຍ​ໃຫ້ອິດ ສະຫຼະພາບ​ແບບ​ບໍ່​ມີ​ການ​ຄວບ​ຄຸມ” ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ສະ​ຖາ​ບັນ​ຕ່າງໆຂອງ​ລັດ.
XS
SM
MD
LG