ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

HRW​ ມີ “ຫຼັກຖານ​ທີ່​ເຊື່ອ​ຖື​ໄດ້” ວ່າ​ ຊາ​ອຸ​ດີ ​ອາຣາ​ເບຍ ​​ໃຊ້​ລະ​ເບີດ​ລູກ​ຫວ່າ​ນ ໃນເຢເມັນ


ລະເບີດລູກຫວ່ານ ສາມາດກະຈາຍ ລູກລະເບີດຂະໜາດນ້ອຍ ຫຼາຍຮ້ອຍລູກອອກໄປ ໃນບໍລິເວນກວ້າງຂວາງ. ລະເບີດລູກນ້ອຍໆ ທີ່ບໍ່ແຕກໝົດ ໃນເວລາຕົກລົງສູ່ພື້ນດິນ ສົ່ງຜົນໃຫ້ເປັນໄພ ຄ້າຍຄືກັນກັບ ລະເບີດຝັງດິນ. ພາບຖ່າຍເປີດເຜີຍໂດຍ (CMC)
ລະເບີດລູກຫວ່ານ ສາມາດກະຈາຍ ລູກລະເບີດຂະໜາດນ້ອຍ ຫຼາຍຮ້ອຍລູກອອກໄປ ໃນບໍລິເວນກວ້າງຂວາງ. ລະເບີດລູກນ້ອຍໆ ທີ່ບໍ່ແຕກໝົດ ໃນເວລາຕົກລົງສູ່ພື້ນດິນ ສົ່ງຜົນໃຫ້ເປັນໄພ ຄ້າຍຄືກັນກັບ ລະເບີດຝັງດິນ. ພາບຖ່າຍເປີດເຜີຍໂດຍ (CMC)

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ ກຸ່ມ​ນຶ່ງ ກ່າວ​ວ່າ ຕົນ​ມີ “ຫຼັກຖານ​
ທີ່​ເຊື່ອ​ຖື​ໄດ້”
ວ່າ​ກຳລັງປະສົມທີ່​ນຳພາ​ໂດຍ​ ຊາ​ອຸ​ດີ​
ອາຣາ​ເບຍ ​ໄດ້​ນຳ​ໃຊ້​ລະ​ເບີດ​ລູກ​ຫວ່າ​ນ ທີ່​ຖືກ​ຫ້າມ ຊຶ່ງ​
ສະໜອງ​ໂດຍ​ສະຫະລັດ ​ໃນ​ການ​ໂຈມຕີ​ທາງ​ອາກາດ ຕໍ່
ກອງ​ກຳລັງພວກກະບົດ Houthi ຢູ່​ໃນ​ເຢ​ເມັນນັ້ນ.

ກຸ່ມປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ຫຼື
HRW ກ່າວ​ໃນ​ວັນ​ອາທິດ​ມື້​ນີ້ວ່າ ລະ​ເບີດ​ລູກຫ​ວ່ານດັ່ງກ່າວ
ເປັນ “ໄພອັນຕະລາຍໄລຍະ​ຢາ​ວນານ” ຕໍ່​ພົນລະ​ເຮືອນ
​ແລະ ​ໄດ້ຖືກຫ້າມນຳ​ໃຊ້ ​ຢູ່​ໃນ​ສົນທິສັນຍາ ປີ 2008 ທີ່​ໄດ້​ຮັບ
ຮອງ​ເອົາ​ໂດຍ 116 ປະ​ເທດ. ​ແຕ່​ຫາກ​ວ່າ ຊາ​ອຸ​ດີ ອາຣາ​ເບ​ຍ
​ເຢ​ເມັນ ​ແລະ ສະຫະລັດ ​ແມ່ນບໍ່​ໄດ້​ຮັບຮອງ​ເອົາ​ສົນທິສັນຍາ​ດັ່ງກ່າວ.

ກຸ່ມປົກປ້ອງສິດທິມະນຸດ HRW ກ່າວ​ວ່າ ​ຮູບ​ພາບ ວີ​ດີ​ໂອ ​ແລະຫຼັກ ຖານອື່ນໆ ​ທີ່ໄດ້​ຖືກ​
ເປີດ​ເຜີຍໃຫ້ເຫັນ ນັບ​ຕັ້ງ​ແຕ່​ກາງ​ເດືອນ​ເມສາ​ມາ ສະແດງ​ໃຫ້​ເຫັນ​ວ່າ ລະເບີດລູກຫວ່າ​ນ
​ໄດ້​ຖືກ​ນຳ​ມາ​ໃຊ້ ​ໃນ “ຫຼາຍໆ​ອາທິດ​ບໍ່​ດົນ​ມາ​ນີ້” ​ ໃນ​ການ​ໂຈມ​ຕີ​ ທາງ​ອາກາດຫຼາຍໆ​ບັ້ນ
​ຂອງກຳລັງປະສົມ​ ຢູ່​ເຂດ​ປົກຄອງ Saada ​ເໜືອ ຂອງ​ເຢ​ເມັນ ຊຶ່ງ​ເປັນ​ທີ່​ໝັ້ນ ຂອງ​ພວກ
ກະບົດ Houthi ຕິດ​ກັບ​ຊາຍ​ແດນ​ຂອງ​ຊາ​ອຸ​ດີ ອາຣາ​ເບຍ.

ກຸ່ມ​ປົກ​ປ້ອງ​ສິດທິກຸ່ມນີ້​ ຍັງກ່າວອີກວ່າ ຕົນໄດ້​ສືບສວນຫາຄວາມຈິງ ໂດຍ​ຜ່ານ​ການ
“ວິ​ເຄາະ​ພາບ​ຖ່າຍ​ຈາກ​ດາວ​ທຽມ” ທີ່​ປາກົດວ່າ ລະ​ເບີດລູກຫວ່າ​ນຈຳນວນ​ນຶ່ງ ​
ໄດ້​ຕົກລົງໃສ່ “ທົ່ງ​ພູ​ພຽງ​ທີ່​ໄດ້​ຖືກ​ບຸກ​ເບີກ​ສຳ​ຫລັບການ​ປູກຝັງ ຫ່າງ​ຈາກ ອາຄານ​
ຫຼາຍສິບຫຼັງ 600 ​ແມັດ ​ໃນ 4 ຫາ 6 ໝູ່​ບ້ານ​ທີ່ລວມກັນ​ເປັນ​ກຸ່ມນັ້ນ.”

XS
SM
MD
LG