ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

HRW ກ່າວວ່າ ກຳລັງອີຣັກ ແລະທະຫານບ້ານ ປຸ້ນສະດົມ ແລະຈູດບ້ານເຮືອນ ປະຊາຊົນ


ພວກນັກລົບ ທະຫານບ້ານ Shi'ite ກຳລັງສະຫລອງ ຢູ່ໃກ້ກັບ ບ່ອນລົດຫູ້ມເກາະທີ່ເພພັງ.
ພວກນັກລົບ ທະຫານບ້ານ Shi'ite ກຳລັງສະຫລອງ ຢູ່ໃກ້ກັບ ບ່ອນລົດຫູ້ມເກາະທີ່ເພພັງ.

ກຸ່ມປົກປ້ອງ​ສິດທິ​ມະນຸ​ດ Human Rights Watch ຫຼື HRW
ກ່າວ​ຢູ່​ໃນ​ລາຍ​ງານ​ສະບັບໃໝ່ ​ໃນ​ວັນ​ພຸດ​ມື້​ນີ້ວ່າ ທະຫານ​ອີຣັກ
​ແລະ​ທະຫານ​ບ້ານທີ່ໄດ້​ຂັບ​ໄລ່ ພວກນັກລົບລັດ​ອິສລາມ ອອກ
​ຈາກເມືອງ Amerli ໃນພາກເໜືອຂອງປະເທດ ເມື່ອ​ເດືອນ​ກັນ
ຍາແລ້ວ​ນີ້ ​ໄດ້​ທຳ​ການ​ປຸ້ນ​ສະດົມ ​ພ້ອມທັງ​ຈູດ​ເຜົາ​ບ້ານ​ເຮືອນ​
ແລະ​ທຸລະ​ກິດ​ຕ່າງໆ.

​ອີງ​ຕາມ​ການ​ສຳພາດບັນດາ​ຜູ້​ເຄາະ​ຮ້າຍ ​ແລະ​ຜູ້​ເຫັນ​ເຫດການ
ພ້ອມ​ດ້ວຍ​ຮູບ​ພາບ​ຈາກ​ດາວ​ທຽມ ລາຍ​ງານ​ກ່າວ​ວ່າ ພວກ​ທະ
ຫານ​ບ້ານ​ໄດ້ຂົນ​ເອົາ​ສິ່ງ​ຂອງ​ຕ່າງໆ ​ເຊັນ​ວ່າ ​ໂທລະພາບ ​ເຄຶ່ອ
ນຸ່ງ​ຫົ່ມ ​ແລະ​ສາຍ​ໄຟ​ ກ່ອນ​ຈູດເຜົາ​ຕຶກອາ ຄານຕ່າງໆ. ການ​
ປຸ້ນ​ສະດົມແລະ​ທຳລາຍ​ແມ່ນກວມເອົາ 47 ໝູ່​ບ້ານທີ່ຢູ່ອ້ອມແອ້ມ​ເມືອງ Amerli.

ກຸ່ມປົກປ້ອງ​ສິດທິ​ມະນຸດ HRW ກ່າວ​ວ່າ ພະນັກງານ​ຂອງ​ຕົນ​ບໍ່​ໄດ້ບັນທຶກການ​ສັງຫານ
ໃດໆ ​ແຕ່ມີຜູ້​ຊາຍ 11 ຄົນ​ໄດ້​ຖືກ​ລັກພາ​ໂຕ​ໃນລະຫວ່າງ​ການ​ປະຕິບັດ​ງານດັ່ງກ່າວ.

ທ່ານ Jose Stork ຮອງຜູ້ອຳນວຍການຮັບຜິດຊອບກ່ຽວກັບພາກຕາເວັນອອກກາງ ແລະ
ອາຟຣິກາເໜືອ ຂອງກຸ່ມປົກປ້ອງສິດທິມະນຸດ HRW ກ່າວໂດຍການ ໃຊ້ຊື່ຫຍໍ້ຂອງກຸ່ມ
ລັດອິສລາມວ່າ “ອີຣັກ ບໍ່​ສາມາດ​ເອົາຊະນະ ໃນ​ການຕໍ່​ສູ້​ຕ້ານ ການ​ກໍ່ໂທດກຳຂອງກຸ່ມ
ISIS ດ້ວຍ​ການ​ໂຈມ​ຕີພົນລະ​ເຮືອນ ຊຶ່ງເປັນການລະ ເມີດຕໍ່ກົດການເຮັດສົງຄາມ​ ແລະ
ເປັນການທ້າທາຍຕໍ່ສົມບັດຜູ້ດີຂອງມະນຸດ.​

XS
SM
MD
LG