ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

HRW ລາຍງານ ການຂົ່ມຂືນ ຢ່າງເປັນລະບົບ ຂອງນັກລົບ ລັດອິິສລາມ ຕໍ່ຜູ້ຍິງ Yazidi


ບັນດາສະມາຊິກຊົນກຸ່ມນ້ອຍ Yazidi ທີ່ຫາກໍຖືກປ່ອຍໂຕ.
ບັນດາສະມາຊິກຊົນກຸ່ມນ້ອຍ Yazidi ທີ່ຫາກໍຖືກປ່ອຍໂຕ.

ກຸ່ມປົກປ້ອງ​ສິດທິ​ມະນຸດ Human Rights Watch ຫຼື HRW
ກ່າວ​ໃນ​ວັນພຸດ​ມື້​ນີ້ວ່າ ​ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ກຳລັງ
ທຳການ​ຂົ່ມຂືນສຳເລົາ​ແລະ​ໃຊ້​ຄວາມ​ຮຸນ​ແຮ​ງທາງ​ເພດ​ຢ່າງ
ເປັນລະບົບຕໍ່ພວກຊົນ​ກຸ່ມນ້ອຍ Yazidi ຂອງ​ອີຣັກຢູ່ໃນ​ລາຍ
​ງານ​ຫລ້າສຸດ​ທີ່​ໃຫ້ລາຍ​ລະອຽດກ່ຽວກັບການ​ກ່າວ​ຫາໃນການ
ກໍ່ອາຊະຍາກຳ​ສົງ​ຄາມຂອງ​ພວກ​ນັກ​ລົບລັດອິສລາມ​ໃນຮອບ
10 ເດືອນຜ່ານມາ ຫລັງງ​ຈາກ​ເຂົາ​ເຈົ້າ​ໄດ້​ບຸກເຂົ້າຍຶດເອົາ​ຂົງ
ເຂດອັນ​ກວ້າງ​ໃຫຍ່​ຂອງ​ປະ​ເທດດັ່ງກ່າວ.

ການບຸກໂຈມ​ຕີຂອງ​ກຸ່ມລັດ​ອິສລາມ ແມ່ນຮວມທັງ​ການປິດ
ລ້ອມເຂດ​ພູ Sinjar ທີ່ບັງຄັບ​ໃຫ້​ຊາວ Yazidis ຫຼາຍ​ພັນ​ຄົນ
ຕ້ອງພາກັນ​ຫລົບ​ໜີ ​ໃນ​ຂະນະ​ທີ່​ພວກ​ ຫົວ​ຮຸນ​ແຮງ ລັກພາໂຕຫລາຍ​ພັນ​ຄົນ ​ແລະ​ສັງ
ຫານອີກ​ຈຳນວນນຶ່ງ. ກົນລະຍຸດ​ຂອງພວກ​ເຂົາແມ່ນ​ຮວມທັງແບ່ງ​ແຍກ​ພວກ​ຜູ້ຍິງ ​ແລະ
​ເດັກນ້ອຍອອກ​ຈາກ​ຄອບ ຄົວ​ເຂົາ​ເຈົ້າ ​ແລະ​ຍົກຍ້າຍເຂົາເຈົ້າໄປ​ຢູ່​ເຂດ​ອື່ນໆຂອງອີຣັກ
ແລະເຂົ້າ​ໄປ​ສູ່ຊີ​ເຣຍ ​ເພື່ອ​ຂາຍ ຫລືໃຫ້​ແຕ່ງງານ​ກັບ​ພວກ​ຫົວ​ຮຸນ​ແຮງ.

ກຸ່ມປົກປ້ອງ​ສິດທິ​ມະນຸດ Human Rights Watch ​ໄດ້​ສຳພາດ​ຜູ້​ຍິງແລະເດັກ ນ້ອຍແມ່
ຍິງ 20 ຄົນ ຈາກ​ຊາວ Yazidis ​ປະມານ 1,000 ຄົນ ທີ່​ບັນດາເຈົ້າ​ ໜ້າ​ທີ່ Kurd ກ່າວ​ວ່າ
​ໄດ້​ພາກັນເອົາ​ໂຕຫລົບໜີມາໄດ້ນັ້ນ. ​ເຂົາ​ເຈົ້າ​ອະທິບາຍ​ວ່າ “ມີ​ການຈັດຕັ້ງເປັນລະບົບໃນ
ການ​ຂົ່ມຂືນ​ສຳ​ເລົາ ແລະການລວນລາມທາງ​ເພດ” ດ້ວຍ​ການ​ຂົ່ມຂູ່​ທີ່​ຈະ​ທຸບ​ຕີ​ບັນດາ​ຜູ້
​ທີ່ຂັດຂືນ. ພວກ​ທີ່​ບໍ່​ໄດ້​ຖືກ​ຂົ່ມ​ຂືນບາງ ຄົນ ​ໄດ້​ກ່າວ​ຕໍ່ກຸ່ມປົກປ້ອງສິດທິ​ມະນຸດ​ວ່າ ​ໄດ້​
ເຫັນ​ການ​ລ່ວງລະເມີດຕໍ່ຄົນ​ອຶ່ນໆ ​ແລະ​ຄິດ​ວ່າ​ເຂົາ​ເຈົ້າ​ອາດຈະ​ເປັນຄົນຕໍ່​ໄປ ທີ່​ໄດ້​ນຳ​ມາ
ສູ່ “ຄວາມ​ຢ້ານ​ກົວ​ ​ແລະ​ຄວາມກັງວົນຢູ່​ຕະຫລອດເວລາ.”

​ກຸ່ມປົກປ້ອງ​ສິດທິ​ມະນຸດ Human Rights Watch ກ່າວ​ວ່າ ບັນດາ​ຜູ້ຍິງແລະ ​ພວກຜູ້
ສາວ ​ໄດ້ກ່າວເຖິງການ​ພະຍາຍາມ​ທີ່ຈະແຂວນຄໍຕົນເອງຫລືຕັດ​ຂໍ້​ມື​ດ້ວຍ ​ມີດແຖ ​ໃນ​ຄວາມພະຍາຍາມ​ທີ່ຈະຂ້າ​ໂຕ​ຕາຍ ​ເພື່ອ​ຫລົບໜີ​ ຈາກການລ່ວງລະ ເມີດດັ່ງກ່າວ.

ກຸ່ມປົກປ້ອງ​ສິດທິ​ມະນຸດດັ່ງກ່າວ ​ໄດ້​ຮຽກຮ້ອງ​ໃຫ້ພວກ​ນັກ​ລົບ​ລັດອິສລາມປ່ອຍໂຕ​ບັນ
ດາ​ພົນລະ​ເຮືອນ ທີ່​ເຂົາ​ເຈົ້າ​ຍັງ​ຖືກ​ກັກ​ຂັງ ​ແລະ​ໃຫ້​ຍຸດຕິການບັງຄັບ​ແຕ່ງ ງານ ການຂົ່ມ
ຂືນ ​ແລະການລວນລາມ​ທາງ​ເພດ. ນອກ​ນັ້ນ​ ຍັງ​ໄດ້​ຮຽກຮ້ອງ​ໃຫ້​ສະໜອງການ​ປິ່ນປົວ
ທີ່ດີຂຶ້ນ ​ສຳຫລັບ​ບັນດາ​ຜູ້ຍິງ ​ແລະ​ຍິງ​ສາວຜູ້​ທີ່​ໄດ້​ຫລົບໜີ ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ໃຫ້ການ​
ຊຸກ​ຍູ້​ທາງ​ດ້ານ​ຈິດ​ໃຈ ແລະ​ການດຳເນີນຄວາມ​ພ​ະຍາ​ຍາມ​ໃຫ້ການ​ສຶກສາ​ແກ່ຜູ້​ຄົນ ກ່ຽວ​
ກັບ​ວ່າ ການ​ໃຫ້​ຄຳ​ແນະນຳ​ນັ້ນ ສາມາດ​ຊ່ວຍ​ໄດ້ແນວໃດ. ​

XS
SM
MD
LG