ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

HRW ຕຳໜິຕິຕຽນ ຢ່າງ​ໜັກ ຕໍ່ກົດໝາຍ ຕ້ານ​ການ​ກໍ່​ການ​ຮ້າຍໃໝ່ ຂອງອີຈິບ


ໃນຮູບພາບທີ່ຖ່າຍ ເມື່ອວັນທີ 30 ມິຖຸນາ 2015 ທີ່ສະໜອງໂດຍ ສຳນັກງານນາຍົກ ອີຈິບ ຂອງທ່ານ Abdel-Fattah el-Sissi (ກາງ) ກ່າວຖະແຫລງ ຢູ່ທີ່ພິທີສົ່ງສະການ ສຳຫລັບ ທ່ານ Hisham Barakat ທີ່ມີ ບັນດາສະມາຊິກຄອບຄົວ ຢືນອອມຢູ່ນັ້ນ.
ໃນຮູບພາບທີ່ຖ່າຍ ເມື່ອວັນທີ 30 ມິຖຸນາ 2015 ທີ່ສະໜອງໂດຍ ສຳນັກງານນາຍົກ ອີຈິບ ຂອງທ່ານ Abdel-Fattah el-Sissi (ກາງ) ກ່າວຖະແຫລງ ຢູ່ທີ່ພິທີສົ່ງສະການ ສຳຫລັບ ທ່ານ Hisham Barakat ທີ່ມີ ບັນດາສະມາຊິກຄອບຄົວ ຢືນອອມຢູ່ນັ້ນ.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ​ໄດ້​ຕຳໜິ
ຕິຕຽນ ຢ່າງ​ໜັກ ​ໃນ​ວັນ​ພຸດ​ມື້​ນີ້ ຕໍ່​ກົດໝາຍ ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ
​ໃໝ່ຂອງອີຈິບ ​ໂດຍ​ກ່າວ​ວ່າ ມາດຕາ​ການ​ນີ້ ​ແມ່ນ​ມີ​ຄວາມ​ໝາຍ​
ທີ່​ກວ້າງຂວາງເກີນ​ໄປ ຂອງ​ອັນທີ່ປະກອບເປັນ​ການ​ກໍ່​ການ​ຮ້າຍນັ້ນ
​ແລະ ​ເຮັດ​ໃຫ້​ຊາວ​ອີ​ຈິບ ຈະ​ຖືກລົງ​ໂທດ​ຢ່າງ​ແຮງ ຕໍ່​ສິ່ງ​ຕ່າງໆ​ ທີ່​
ອາດເປັນ​ການ​ກະ ທຳທີ່ “ບໍ່ເຄົາລົບ​ກົດໝາຍ.”

ປະທານາທິບໍດີ ອີ​ຈິບ ທ່ານ Abdel Fattah el-Sissi ​ໄດ້ລົງ​ນາມ
​ໃນ​ກົດໝາຍດັ່ງກ່າວ ​ໃນ​ວັນ​ອາທິດ​ຜ່ານ​ມາ ພຽງ​ສອງ​ເດືອນ ຫຼັງ
ຈາກ​ທີ່​ທ່ານ​ໄດ້​ປະຕິຍານ​ວ່າ ຈະ​ເສີມ​ສ້າງ​ນະ​ໂຍບາຍ ຕໍ່ຕ້ານ​
ການ​ກໍ່​ການ​ຮ້າຍ ​ໃຫ້​ໜັກ​ແໜ້ນ​ຂຶ້ນ ພາຍຫຼັງທີ່​ມີ​ການ​ໂຈມ​ຕີ​ວາງ
​ລະ​ເບີດ ​ໃນ​ນະຄອນຫຼວງ ​ໄຄ​ໂຣ ທີ່​ໄດ້​ສັງຫານອະທິ​ໄອ​ຍະ​ການຂອງ​ປະ​ເທດ.

ລວມຢູ່​ໃນບົດ​ບັນຍັດຕ່າງໆ ຂອງການ​ກະທຳ ​ທີ່​ອາດ​ຖືກ​ລົງ​ໂທດ ​ຂັ້ນປະຫານຊີວິດ ກໍມີ
ການຈັດຕັ້ງ ຫຼື ນຳພາ​ກຸ່ມ​ກໍ່​ການ​ຮ້າຍ ​ແລະ ອາດຖືກ​ຈຳ​ຄຸກຕະຫລອດ​ຊີວິດ ສຳ​ຫລັບ
ການ​ຈັດ​ຫາ​ເງິນ​ທຶນ​ໃຫ້​ແກ່ການ​ກໍ່ການ​ຮ້າຍ ​ແລະ ອາດ​ຖືກ​ຂັງ​ຄຸກ​ ສຳ​ຫລັບ​ການ​ຍຸ​ແຍ່ ຫຼື
ການ​ກະກຽມ​ການ​ຍຸ​ແຍ່ໃຫ້ມີການໂຈມ​ຕີຕ່າງໆ​ນັ້ນ.

ຮອງ​ຜູ້ອຳ​ນວຍ​ການ ກຸ່ມປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ປະຈຳພາກຕາ​
ເວັນ​ອອກ​ກາງ ​ແລະ ອາ​ຟຣິກາ​ເໜືອ ທ່ານ Nadim Houry ກ່າວ​ວ່າ “ດ້ວຍ ບົດ​ບັນຍັດ​
ໃໝ່​ ທີ່​ກວດ​ລຽບ​ໝົດ ດັ່ງກ່າວ​ນີ້ ປະທານາທິບໍດີ ອີ​ຈິບ ​ໄດ້​ເອົາ​ບາດກ້າວ​ອັນ​ໃຫຍ່
ເພື່ອໃຫ້ ການເຊີດຊູ ແກ່ການປະກາດພາວະສຸກເສີນ ຢ່າງ​ຖາ​ວອນ. ລັດຖະບານ ​
ໄດ້​ໃຫ້​ອຳນາດ ແກ່ຕົນຫຼາຍຂຶ້ນ ​ເພື່ອ​ສືບ​ຕໍ່​ກຳຈັດ​ຮັດແຄບ ຜູ້​ຕຳ​ໜິຕິ​ຕຽນ ​ແລະ
ຝ່າຍ​ຄ້ານ​ຕ່າງໆ ຂອງ​ຕົນ ພາຍ​ໃຕ້ກົດໝາຍ​ທີ່​ບໍ່​ຈະ​ແຈ້ງ ​ແລະ ສົງຄາມ​ຕໍ່ຕ້ານ​
ການ​ກໍ່​ການ​ຮ້າຍ ທີ່​ຂະຫຍາຍ​ອອກ​ໄປເລື້ອຍໆ.”

ອີ​ຈິບ ​ໄດ້​ປະເຊີນ​ກັບ ການ​ໂຈມ​ຕີ​ເປັນ​ບາງ​ຄັ້ງບາງ​ຄາວ ຢູ່​ໃນ​ນະຄອນ​ຫຼວງ​ໄຄ​ໂຣ ​ແຕ່​ຍັງ
ເກີດ​ຄວາມ​ຮຸນ​ແຮງ ​ຫຼາຍຂຶ້ນ ຢູ່​ໃນ​ແຫຼມ Sinai ບ່ອນທີ່​ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ​ມັກ
ໂຈມ​ຕີ​ເປົ້າໝາຍ​ ບັນດາເຈົ້າໜ້າ​ທີ່​ຕຳຫຼວດ ​ແລະ ​ທະຫານ. ການ​ໂຈມ​ຕີ​ເຫຼົ່ານັ້ນ ​ໄດ້​ມີ ຄວາມຖີ່ເພີ້ມຂຶ້ນ ຫຼັງຈາກ​ທີ່ທ່ານ Sissi ນຳພາ ​ການ​ຂັບ​ໄລ່ ​ປະທາ​ນາ​ທິບໍດີ ພັກສາສະໜາ ອິສລາມ ທ່ານ Mohamed Morsi ລົງຈາກອຳນາດ ​ໃນ​ປີ 2013.

XS
SM
MD
LG