ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກກະບົດ ຮູຕີ ໄດ້ປ່ອຍ ໂຕປະກັນ 5 ຄົນ ລວມທັງຄົນ ອາເມຣິກາ 2 ຄົນໃນ ເຢເມນ


ຄວັນກຸ້ມຂຶ້ນເທິງຟ້າຫຼັງຈາກການໂຈມຕີທາງອາກາດນຳພາໂດຍ ຊາອູດີອາເຣເບຍ ທີ່ຖິ້ມລະເບີດໃສ່ວິທະຍາຄານທະຫານ ໃນເມືອງ ຊະນາອາ, ເຢເມນ, 20 ກັນຍາ 2015.
ຄວັນກຸ້ມຂຶ້ນເທິງຟ້າຫຼັງຈາກການໂຈມຕີທາງອາກາດນຳພາໂດຍ ຊາອູດີອາເຣເບຍ ທີ່ຖິ້ມລະເບີດໃສ່ວິທະຍາຄານທະຫານ ໃນເມືອງ ຊະນາອາ, ເຢເມນ, 20 ກັນຍາ 2015.

ພວກ​ກະບົດ Houthi ​ໄດ້​ປ່ອຍໂຕ​ປະກັນ​ຕ່າງປະ​ເທດ​ທີ່​ໄດ້​ຖືກ​ລັກ​ພາ​ໂຕໃນ​ຕົ້ນ​ຂອງ​ເດືອນ​ນີ້ຢ່າງ​ໜ້ອຍ 5 ຄົນ​, ລວມທັງ​ຊາວ ອາ​ເມ​ຣິກາ 2 ຄົນນຳ.

ທັງ​ໝົດ​ແມ່ນ​ໄດ້​ຖືກ​ປ່ອຍ​ໂຕ​ໃນ​ວັນ​ອາທິດ​ວານ​ນີ້ ພາຍ​ຫຼັງ​ການ​ເຈລະຈາ​ລະຫວ່າງ​ພວກ​ກະບົດ ​ແລະ ລັດຖະບານ​ຂອງປະ​ເທດ ​ໂອ​ມານ. ຂໍ້​ມູນ​ກ່ຽວ​ກັບ​ການ​ເຈ​ລະ​ຈາ ຫຼື ​ເປັນ​ຫຍັງ​ໂຕ​ປະກັນ​ຈຶ່ງ​ໄດ້​ຖືກ​ລັກພາ​ໂຕ​ໃນ​ຕອນ​ທຳ​ອິດ​ແມ່ນບໍ່​ຈະ​ແຈ້ງ​.

​ບໍ່​ມີ​ໂຕ​ປະກັນ​ຄົນ​ໄດ້​ຖືກ​ລະບຸ​ຕົນໃຫ້​ຮູ້. ​ແຕ່​ວ່າ​ບໍລິ​ສັດ​ພັດທະນາ​

ຂ້າ​ມມະຫາ​ສະໝຸດ ຕັ້ງ​ຢູ່​ໃນເມືອງ New Orleans ​ເຊິ່ງ​ໄດ້​ຊ່ວຍໃນ​ການ​ລຳລຽງ​ສິ່ງ​ຂອງ​ຊ່ວຍ​ເຫຼືອ​ດ້ານມະນຸດສະ​ທຳ ກ່າວ​ວ່າ ໜຶ່ງ​ໃນ​ບັນດາ​ພະນັກງານ​ຂອງ​ພວກ​ເຂົາ, ທ້າວ Scott Darden ​ແມ່ນ​ໜຶ່ງ​ໃນ​ຈຳ​ນວນ​ໂຕ​ປະກັນ​ນັ້ນ.

​ໂຄສົກ​ທຳນຽບຂາວ ທ່ານ Ned Price ​ໄດ້​ກ່າວ​ວ່າ ສະ​ຫະລັດ ​ແມ່ນ​ຮູ້ສຶກ​ເຖິງ​ບຸນຄຸ​ນຢ່າງ​ເລິກ​ເຊິ່ງຕໍ່​ທຸກໆ​ຄົນ​ທີ່​ໄດ້​ເຮັດ​ໜ້າ​ທີ່​ເພື່ອ​ປ່ອຍ​ໂຕ​ຜູ້​ຖືກຈັບເປັນໂຕປະກັນ.

ທ່ານ Price ​ໄດ້​ກ່າວ​ວ່າ “ຜົນ​ລັບ​ນີ້​ໄດ້​ຢືນ​ຢັນ​ວ່າພວກ​ເຮົາ​ໄດ້​ເຮັດ ​ແລະ ຈະ​ສືບ​ຕໍ່​ເປັນ, ຕິດຕາມ​ການ​ປ່ອຍ​ໂຕຄົນ ອາ​ເມຣິກັນ ທີ່​ຖືກ​ຄຸ​ມຂັງ​ໃນ​ຕ່າງ​ປະ​ເທດ​ຢ່າ​ງບໍ່​ມີ​ຄວາມຍຸດຕິ​ທຳ, ລວມທັງ​ຜູ້​ທີ່​ຍັງ​ເຫຼືອ​ຢູ່​ໃນ​ພາກ​ພື້ນ​ນັ້ນ.”

ຊາວ​ຕາ​ເວັນ​ຕົກ​ຄົນ​ອື່ນໆ​ທີ່​ໄດ້​ຖືກ​ຈັບ​ຢູ່ໃນ ​ເຢ​ເມນ ແມ່ນ​ໄດ້​ຖືກ​ປ່ອຍໂຕເມື່ອ​ສອງ​ສາມ​ເດືອນ​ນີ້, ບາງ​ຄົນ​ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ໄກ່​ເກ່ຍຂອງ ​ໂອ​ມານ.

ຊົນເຜົ່າ​ຂອງ ​ເຢ​ເມນ ​ໄດ້​ລັກ​ພາ​ໂຕ ​ໂຕ​ປະກັນ​ຊາວ​ຕາ​ເວັນ​ຕົກເປັນ​ປະຈຳ ​ເພື່ອ​ພະຍາຍາມ​ຈະ​ເອົາ​ຊະນະ​ການ​ສຳ​ປະທານ​ທີ່​ດິນຈາກ​ລັດຖະບານ. ​ເກືອບ​ທຸ​ກໆ​ຄົນ​ທີ່​ໄດ້​ຖືກ​ປ່ອຍ​ໂຕ​ໂດຍ​ບໍ່​ໄດ້​ຮັບ​ບາດ​ເຈັບ​ໃດໆ. ​ແຕ່​ວ່ານັກ​ຂ່າວ ສະຫະລັດ ທ້າວ Luke Somers ​ແລະ ຄູ ສອນຄົນ​ໜຶ່ງ​ຈາກ ອາ​ຟຣິກາ​ໃຕ້, Pierre Korkie ​ໄດ້​ຖືກ​ຂ້າ​ຕາຍ​ໃນ​ການ​ລະຫວ່າງ​ການ​ພະຍາຍາມ​ທີ່ຈະ​ຊ່ວຍ​ເຫຼືອ​ພວກ​ເຂົາ​ຈາກ​ພວກ al-Qaida ທີ່​ລົ້ມ​ແຫຼວ​ໂດຍ ທະຫານ ສະຫະລັດ ປີ​ກາຍ​ນີ້.

ພວກ​ກະບົດ​ Houthi ທີ່​ໄດ້​ຮັບ​ການ​ໜູນ​ຫຼັງ​ໂດຍ ອີ​ຣ່ານ ​ໄດ້​ຍຶ​ດ​ເອົາ​ເມືອງ​ຫຼວງ Sana’a ຂອງ ​ເຢ​ເມນ​ ປີ​ກາຍນີ້, ບັງຄັບໃຫ້​ລັດຖະບານ​ທີ່​ຮັບ​ຮູ້​ໂດຍ​ສາກົນຕ້ອງຫຼົບໜີເຂົ້າ​ໄປ​ປະ​ເທດ ຊາອູ​ດີ​ອາ​ເຣ​ເ​ບຍ.

XS
SM
MD
LG