ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ວິທະຍຸພາສາ ຫວຽດນາມ ໃນນະຄອນ ຮິວສຕັນ ສ້າງຄວາມຜູກພັນກັບ ປະຊາຄົມ


Houston’s Vietnamese Language Radio Binds Community
please wait

No media source currently available

0:00 0:02:58 0:00

“ທ່ານນຳເອົາຄຳຖາມມາ ແລ້ວ ຂ້າພະເຈົ້າຈະບອກທ່ານວ່າ ເວລາໃດຈະຟັງໄດ້ຕອນ ຈັກໂມງ ແລະ ມື້ໃດຈະຟັງໄດ້” ນັ້ນແມ່ນຄຳເວົ້າຂອງໂຄສົກສະຖານີ ວິທະຍຸ ໄຊງ່ອນ ທີ່ ນະຄອນຮິວສຕັນ ນາງ Vu Thanh Thuy ທີ່ບອກພວກຜູ້ຟັງລາຍການ ຂອງລາວ. ຊາວ ຫວຽດນາມ ຫຼາຍໆຄົນ ຢູ່ໃນສະຫະລັດ ແມ່ນຄຸ້ນເຄີຍກັບນ້ຳສຽງຂອງນາງ ດີ.

ໃນລາຍການກາງເວັນ ສຳລັບສັບປະດານີ້ ນາງ ໄດ້ໂອ້ລົມທາງອາກາດ ກັບໂຄສົກຮ່ວມ ລາຍການ ໃນນະຄອນ ດາລັສ ໃນຂະນະທີ່ພວກຜູ້ຟັງລາຍການ ໂທລະສັບເຂົ້າມາ ເພື່ອ ປຶກສາຫາລື ໃນເລື່ອງທຸກສິ່ງທຸກຢ່າງ ຈາກຊີວິດຄອບຄົວ ແລະ ເຫດການໆ ເມືອງຕ່າງໆ ໃນບ້ານເກີດຂອງພວກເຂົາເຈົ້າ. ນາງ Vu Thanh Thuy ກ່າວວ່າ “ຕອນເຊົ້ານີ້ສະຖາ ນີຂອງພວກເຮົາໄດ້ທຳການສຳພາດກັບຄຸນພໍ່ທ່ານໜຶ່ງໃນ ຫວຽດນາມ ຜູ້ທີ່ໄດ້ນຳພາ ພວກປະທ້ວງກຸ່ມໜຶ່ງ ຈຳນວນ 18,000 ຄົນຢູ່ໃນພາກກາງຂອງ ຫວຽດນາມ ເພື່ອປະ ທ້ວງຕໍ່ຕ້ານມົນລະຜິດ” ຊຶ່ງເປັນການສະແດງໃຫ້ເຫັນ ການເຂົ້າເຖິງ ລາຍການ ຂອງນາງ.

ທ່ານນາງ Vu Thahn Thuy ຈາກສະຖານີວິທະຍຸ ໄຊງ່ອນ-ຮິວສຕັນ. (G. Flakus/VOA)
ທ່ານນາງ Vu Thahn Thuy ຈາກສະຖານີວິທະຍຸ ໄຊງ່ອນ-ຮິວສຕັນ. (G. Flakus/VOA)

ນາງ ກ່າວວ່າ ພວກຜູ້ຟັງ ຫຼາຍໆຄົນ ມີຄວາມສົນໃຈເປັນຢ່າງຍິ່ງ ໃນເລື່ອງທີ່ເກີດຂຶ້ນຢູ່ ໃນ ຫວຽດນາມ ແລະ ໂດຍສະເພາະເລື້ອງຄວາມເປັນຫ່ວງເປັນໃຍ ກ່ຽວກັບການອ້າງເອົາ ເຂດນ້ຳແດນດິນ ຂອງຫວຽດນາມໂດຍພວກຈີນ.

ດຽວນີ້ ນະຄອນ ຮິວສຕັ້ນ ມີປະຊາຄົມຊາວ ຫວຽດນາມ ທີ່ໃຫຍ່ທີ່ສຸດໃນ ສະຫະລັດ ນອກ ຈາກ ລັດຄາລີຟໍເນຍ. ບາງສະຖານີ ວິທະຍຸ ຂອງຫວຽດນາມ ຢູ່ໃນເຂດອື່ນໆຂອງ ສະຫະ ລັດຍັງໄດ້ເອົາລາຍການຂອງນາງໄປອອກອາກາດ ແລະ ຍັງມີພວກຜູ້ຟັງຢູ່ໃນ ຫວຽດ ນາມ ຜູ້ທີ່ສາມາດຮັບຟັງມັນໄດ້ທາງອິນເຕີແນັດເຊັ່ນກັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG