ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະທານສະພາຕໍ່າ ສຫລ ກ່າວວ່າ ສະພາຕໍ່າ ຈະລົງຄະແນນສຽງ ກ່ຽວກັບ ຮ່າງກົດໝາຍ ຄວບຄຸມປືນ


ປະທານສະພາຕໍ່າສະຫະລັດ ທ່ານ Paul Ryan.
ປະທານສະພາຕໍ່າສະຫະລັດ ທ່ານ Paul Ryan.

ສະພາ​ຕໍ່າ​ສະຫະລັດ ທີ່​ຄວບ​ຄຸມ​ໂດຍພັກຣີພັບ​ບລິ​ກັນ​ ຈະ​ລົງ​ຄະ​ແນນ​ສຽງ​ໃນ​ ອາທິດ​ໜ້າ ກ່ຽວ​ກັບ​ຮ່າງ​ກົດໝາຍ​ທີ່​ແນ່ໃສ່​ ​ເພື່ອປ້ອງ​ກັ​ນບໍ່​ໃຫ້​ອາວຸດ​ປືນ ຕົກໄປ​ຢູ່​ໃນ​ມື​ຂອງ​ຜູ້​ຕ້ອງ
​ສົງ​ໄສ​ເປັນ​ຜູ້​ກໍ່​ການ​ຮ້າຍ.

ນຶ່ງ​ອາທິດ​ຫລັງ​ຈາກ​ສະມາຊິກ​ພັກ​ເດ​ໂມແຄຣັດ ​ໄດ້​ພາກັນ​ນັ່ງ​ປະ​ທ້ວງ​ເປັນ​ເວລາ​ກວ່າ 26 ຊົ່ວ​ໂມງ​ເພື່ອຮຽກຮ້ອງ​ໃຫ້​ມີ​ການ​ລົງ​ຄະ​ແນນ​ສຽງກ່ຽວ​ກັບມາດ​ຕະການ ​ຄວບ​ຄຸມປືນ ປະທານ​ສະພາ​ຕໍ່​າ ທ່ານ Paul Ryan ​ໄດ້​ແຈ້ງ​ໃຫ້​ບັນດາ​ເພື່ອນ​ສະມາຊິກ​ພັກ​ຣີພັບ​ບລິ​ກັນຊາບ ກ່ຽວ​ກັບ​ການ​ລົງ​ຄະ​ແນນ​ສຽງນີ້ ຢູ່​ກອງ​ປະຊຸມ​ທາງ​ໂທລະສັບ​ໃນ​ວັນ​ພະຫັດ​ວານ​ນີ້.

ທ່ານ Ryan ກ່າວ​ວ່າ​ ສະພາ​ຕໍ່າ​ຈະ​ລົງ​ຄະ​ແນນ​ສຽງກ່ຽວ​ກັບ​ຮ່າງ​ກົດໝາຍ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ ຊຶ່ງ​ຈະ​ຮວມທັງ​ມາດ​ຕະການ​ປ້ອງ​ກັນບໍ່​ໃຫ້​ມີ​ການ​ລ້າງ ສະໝອງ​ແລະ​ເກັບ​ເກນ​ໂດຍ​ກຸ່ມ​ຫົວ​ຮຸນ​ແຮງຈັດ ພ້ອມ​ດ້ວຍ​ຂໍ້​ກຳນົດ​ເພື່ອ​ຢຸດ​ຢັ້ງ​ຜູ້​ຕ້ອງ​ສົງ​ໄສ​ກໍ່​ການ​ຮ້າຍ​ບໍ່​ໃຫ້​ຊື້​ປືນ​ໄດ້.

ທ່ານ Ryan ຮ້ອງວ່າ “​ເປັນ​ພຽງ​ສາມັນ​ສຳນຶກ” ​ເພື່ອ​ປ້ອງ​ກັນບໍ່​ໃຫ້​ອາ​ວຸດ​ປືນ​ຕົກ​ໄປ​ຢູ່​ໃນ​ກຳມື​ຂອງ​ພວກ​ກໍ່​ການ​ຮ້າຍ ​ແຕ່ທ່ານ​ກໍ​ໄດ້​ກ່າວ​ວ່າ​ມັນ​ຕ້ອງ​ໄດ້​ປະ​ຕິ​ບັດ ​ໃນ​ຂະນະ​ທີ່​ປ້ອງ​ກັນ​ສິດທິ​ໃນ​ການ​ເປັນ​ເຈົ້າຂອງ​ປືນ.

ບັນດາ​ສະມາຊິກ​ພັກ​ເດ​ໂມ​ແຄຣັດ ພາກັນປະ​ທ້ວງ​ເປັນ​ເວລາ​ນານ​ນຶ່ງ​ມື້ ຢູ່​ຫ້ອງ​ປະຊຸ​ມສະ ພາ​ໃນ​ອາ​ທິດ​ແລ້ວ​ນີ້​ໂດຍຮຽກຮ້ອງ​ໃຫ້​ມີ​ການ​ລົງ​ຄະ​ແນນ​ສຽງກັນ​ກ່ຽວ ກັບ​ຮ່າງ​ກົດໝາຍ​ດັ່ງກ່າວ ຫລັງ​ຈາກ​ໄດ້​ເກີດ​ການ​ຍິງ ຢ່າງ​ບໍ່​ເລືອກໜ້າ​ທີ່​ໄດ້​ສັງ ຫານ 49 ຄົນ​ຢູ່​ບາ​ກະ​ເທີຍ​ໃນ​ເມືອງ Orlando ລັດ Florida. ມື​ປືນ ທ້າວ Omar Mateen ຜູ້​ທີ່​ໄດ້​ຖືກ​ສັງຫານ​ໂດຍ​ພວກ​ເຈົ້າ​ໜ້າ​ທີ່ ລະຫວ່າງ​ການ​ບຸກ ຖະຫລົ່ມ ​ແມ່ນ​ຄົນອາ​ເມຣິກັນ​ທີ່​ໄດ້​ໃຫ້​ຄຳ​ໝັ້ນສັນຍາ​ທີ່​ຈະ​ຈົງ​ຮັກ​ພັກດີ​ຜູ້ນຳ​ຂອງ​ກຸ່ມ​ລັດ​ອິສລາມ​ຫົວຮຸນ​ແຮງ ອີງ​ຕາມ​ຄຳ​ເວົ້າ​ຢູ່​ໃນ​ໂທລະ​ສັບ​ຂອງ​ລາວ ​ທີ່​ລົມ​ກັບ​ພວກ​ເຈົ້າ​ໜ້າ​ທີ່​ລະຫວ່າງ​ການ​ຍິງ​ກັນ.

​ໃນອາທິດ​ໜ້າ​ນີ້ ສະພາ​ຕໍ່າຍັງ​ຈະພິຈາລະນາຮ່າງ​ກົດໝາຍ​ຂອງ​ທັງ​ສອງ​ພັກ ທີ່ ສະ​ເໜີ ໂດຍ ​ສະມາຊິກ​ພັກຣີພັບ​ບລິ​ກັນ ຈາກ​ລັດ Pennsylvania ທ່ານ Tim Murphy ທີ່​ຊອກ​ຫາ​ຊ່ອງ​ທາງ​ແກ້​ໄຂການ​ກໍ່ຄວາມ​ຮຸນ​ແຮງ​ດ້ວຍ​ປືນ​ໂດຍ​ປັບປຸງ ​ໃໝ່​ກ່ຽວ​ກັບລະບົບ​ສຸຂະພາບ​ຈິດ.

ບັນດາ​ສະມາຊິກ​ພັກ​ຣີພັບ​ບລິ​ກັນ ​ເຊື່ອ​ວ່າ ການກໍ່​ການ​ຮ້າຍ​ແລະໂລກ​ຈິດ ບໍ່ແມ່ນການ ເຂົ້າ​ໄປ​ຫາ​ປືນ​ໄດ້​ນັ້ນ ແມ່ນສາ​ເຫດສຳຄັນ​ຂອງການຍິງສັງຫານ​ໝູ່​ຫລາຍ​ທີ່​ສຸດ.

ອ່ານຂ່າວນີ້ິເພີ້ມເປັນພາສາອັງກິດ

XS
SM
MD
LG