ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະພາ​ຕ່ຳ ສຫລ ຈະລົງຄະແນນສຽງ ກ່ຽວກັບ ການລົງໂທດຕໍ່ ເກົາຫຼີເໜືອ


Ed Royce ປະທານກຳມະການກິດຈະການຕ່າງປະເທດ ຂອງສະພາຕ່ຳສະຫະລັດ.
Ed Royce ປະທານກຳມະການກິດຈະການຕ່າງປະເທດ ຂອງສະພາຕ່ຳສະຫະລັດ.

ສະພາ​ຕ່ຳ​ສະຫະລັດ ຄາດໝາຍ​ວ່າ​ ຈະ​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ອັງຄານ​ມື້​ນີ້ ຕໍ່​ການເອົາ​ມາດ​ຕະການລົງ​ໂທ​ດ ທີ່​ສາມາດ​ສະກັດ​ກັ້ນບໍ່​ໃຫ້​ເກົາຫຼີ​ເໜືອ​ເຂົ້າເຖິງເງິນຕາ​ທີ່​ເປັນ​ຫຼັກ​ຊັບ​ສຳຄັນ ​ໃນ​ຄວາມ​ຈຳ​ເປັນ​ຂອງໂຄງການ​ສ້າງ​ອາວຸດ​ນິວ​ເຄລຍ ນັ້ນ.

ທ່ານ Ed Royce ປະ​ທານຄະນະ​ກຳມະການ​ກິດຈະການ​ຕ່າງປະ​ເທດ​ຂອງສະພາ​ຕ່ຳ​ ​ສະ ຫະລັດ ທີ່ສັງກັດ​ພັກ Republican ​ເປັນ​ຜູ້​ນຳ​ສະ​ເໜີ​ຮ່າງກົດໝາຍການ​ລົງ​ໂທດ​ດັ່ງກ່າວ​ນີ້ ຊຶ່ງ​ເບິ່ງ​ຄື​ວ່າ ​ເປັນ​ການ​ຕອບໂຕ້​ຕໍ່​ການ​ປະກາດ​ຂອງ​ເກົາຫຼີ​ເໜືອ​ ໃນ​ສັບ​ປະດາ​ແລ້ວ​ນີ້ ທີ່ວ່າ​ຕົນ​ໄດ້​ທຳ​ການ​ທົດ​ລອງ​ນິວ​ເຄລຍ​ເປັນ​ຄັ້ງ​ທີ 4 ຊຶ່ງ​ໃນຄັ້ງ​ນີ້​ແມ່ນ​ການ​ທົດອາວຸດ​ນິວ​ເຄລຍທີ່ ​ມີ​ຄວາມ​ສາມາດໃນ​ການ​ທຳລາຍ​ສູງ​ນັ້ນ. ການ​ກ່າວ​ອ້າງ​ທີ່​ວ່າ​ນີ້ ​ໄດ້ພາ​ໃຫ້​ມີ​ຜູ້​ຄົນ​ສົງ​ໄສ​ຢ່າງ ​ແຜ່​ຫຼາຍ.

ທ່ານ Royce ​ໄດ້​ກ່າວ​ວ່າ ການ​ຂົ່ມຂູ່​ຈາກ​ຄວາມກ້າວ​ລ້ຳ​ໜ້າ​ຂອງ​ໂຄງກການ​ນິວ​ເຄລຍ​ເກົາ ຫຼີ​ເໜືອນັ້ນ ​ແມ່ນຮັບເອົາ​ບໍ່​ໄດ້ ​ແລະ​ວ່າ ​ລັດຖະສະພາ​ຄວນຈະເປັນ​ຜູ້ນຳ​ພາ​ເອງ.

ທ່ານ Royce ​ໄດ້​ກ່າວ​ວ່າ “ສຳຄັນ​ໄປ​ກວ່າ​ນີ້ ສິ່ງ​ທີ່ຮ່າງ​ກົດໝາຍ​ສະບັບ​ນີ້​ເຮັດ ກໍ​ແມ່ນ​ທຳ ການ​ກົດ​ດັນ​ໂດດດ່ຽວທາງ​ການ​ເງິນ​ແລະ​ການ​ເສດ​ຖະກິດ ຕໍ່ຜູ້ນຳ​ເກົາຫຼີ​ເໜືອ ທ່ານ Kim Jong Un ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ທ່ານ ​ບໍ່​ໃຫ້ເຂົ້າ​ເຖິງຊັບ​ສິນ ຊຶ່ງ​ພວກ​ເຂົາ​ເຈົ້າ​ໄດ້ຝາກ​ໄວ້​ກັບ​ທະນາຄານ​ຕ່າງປະ​ເທດ ​ແລະ​ເງິນ​ທີ່​ໄປ​ຄ້ຳ​ຈຸນການ​ປົກຄອງ​ຂອງ​ພວກ​ເຂົາ​ເຈົ້າ​ນັ້ນ.”

ທ່ານ Yun Won-tae ຈາກກົມທໍລະນີວິທະຍາຂອງເກົາຫຼີ ຢືນຢູ່ທາງໜ້າຂອງຈໍ ທີ່ສະແດງໃຫ້ເຖິງຄື້ນສັ່ນສະເທືອນ ໃນນະຄອນໂຊລ໌ ຫຼັງຈາກທີ່ເກົາຫຼີເໜືອ ໄດ້ກ່າວວ່າ ຕົນໄດ້ທົດລອງ ລະເບີດໄຟ hydrogen, ວັນທີ 6 ທັນວາ, 2015.
ທ່ານ Yun Won-tae ຈາກກົມທໍລະນີວິທະຍາຂອງເກົາຫຼີ ຢືນຢູ່ທາງໜ້າຂອງຈໍ ທີ່ສະແດງໃຫ້ເຖິງຄື້ນສັ່ນສະເທືອນ ໃນນະຄອນໂຊລ໌ ຫຼັງຈາກທີ່ເກົາຫຼີເໜືອ ໄດ້ກ່າວວ່າ ຕົນໄດ້ທົດລອງ ລະເບີດໄຟ hydrogen, ວັນທີ 6 ທັນວາ, 2015.

ຮ່າງ​ກົດໝາຍ​ການລົງ​ໂທດ​ຕໍ່​ເກົາຫຼີນີ້ ຈະ​ອະນຸມັດ​ໃຫ້ຍຶດ​ເອົາຊັບ​ສິນ​ໃດ​ໆ​ກໍຕາມ ​ທີ່​ພົວພັນ​ ​ກັບການ​ແຜ່ຜາຍ​ອາວຸດຂອງ​ເກົາຫຼີ​ເໜືອ ການກະທຳ​ທີ່​ຜິດ​ກົດໝ​າຍຕ່າງໆ ​ແລະ​ການລະ​ເມີດ​ສິດທິ​ມະນຸ​ດ. ​ມັນ​ຈະ​ປະຕິ​ເສດບັນດາ​ຜູ້ນຳ​ເກົາ​ຫຼີ​ເໜືອ ບໍ່​ໃຫ້​ເຂົ້າ​ເຖິງລະບົບ​ການ​ເງິນ​ຂອງ​ສະຫະລັດ ​ແລະ​ມັນ​ຍັງ​ຈະ​ກົດ​ດັນ​ໃຫ້​ປະທານາທິບໍດີ ລົງ​ໂທດ​ຕໍ່​ສ່ວນ​ບຸກຄົນ ຜູ້​ຊຶ່ງ​ໃຫ້ການ​ສົ່ງ​ເສີມ​ຕໍ່ການ​ໂຈມ​ຕີ​ທາງ​ອິນ​ເຕີ​ແນັດ ຕໍ່​ສະຫະລັດ​ນັ້ນນຳ​.

ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ຊຶ່ງ​ໄດ້​ນັດປະຊຸມ​ສຸກ​ເສີນ ຫຼາຍ​ຊົ່ວ​ໂມງ
ຫຼັງ​ຈາກ​ການ​ທົດ​ລອງ​ນິວ​ເຄລຍ​ໃນວັນ​ທີ 6 ມັງກອນ ກໍ​ກຳລັງພິຈາລະນາ ການ​ລົງ​ໂທດ
​ຄັ້ງໃໝ່ ຕໍ່​ເກົາຫຼີ​ເໜືອ ​ໃນ​ອັນ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ​ ເປັນ “ການລະ​ເມີດຢ່າງ​ຈະ​ແຈ້ງ” ຕໍ່ຂໍ້​ຕົກລົງ​ສະບັບ​ກ່ອນ​ຂອງອົງການ​ສະຫະ​ປະຊາ​ຊາດ.

XS
SM
MD
LG