ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຮ່າງກົດໝາຍ ປະຕິຮູບ ອົງການກະຈາຍສຽງສາກົນ ຂອງ ສຫລ ຜ່ານກຳມະການ ສະພາຕ່ຳ


ພວກຫົວຮຸນແຮງລັດອິສລາມ ນຳໃຊ້ ການໂຄສະນາຊວນເຊື່ອ ເຊັ່ນ ວີດີໂອ ທີ່ສະແດງໃຫ້ເຫັນ ການສັງຫານ ຊາວເອທິໂອເປຍ ນັບຖືສາສະໜາ ຄຣິສຕຽນ ທີ່ໄດ້ເຮັດໃຫ້ພວກເຂົາເຈົ້າ ເບິ່ງຄືກັບວ່າ ກ້າຫານ ແລະ ມີອຳນາດ.
ພວກຫົວຮຸນແຮງລັດອິສລາມ ນຳໃຊ້ ການໂຄສະນາຊວນເຊື່ອ ເຊັ່ນ ວີດີໂອ ທີ່ສະແດງໃຫ້ເຫັນ ການສັງຫານ ຊາວເອທິໂອເປຍ ນັບຖືສາສະໜາ ຄຣິສຕຽນ ທີ່ໄດ້ເຮັດໃຫ້ພວກເຂົາເຈົ້າ ເບິ່ງຄືກັບວ່າ ກ້າຫານ ແລະ ມີອຳນາດ.

ໃນ​ວັນ​ພະຫັດ​ວານ​ນີ້ ຄະນະກຳມະການກິດຈະການຕ່າງປະເທດ
ຂອງສະພາຕ່ຳສະຫະລັດ ໄດ້​ສ້າງຄວາມຄືບໜ້າຕໍ່ຮ່າງ​ກົດໝາຍ​
ສະບັບ​ໜຶ່ງ ທີ່​ບັນດາສະມາຊິກ​ ຂອງ​ກຳມະການ ກ່າວ​ວ່າ ຈະ​ປະ
ຕິ​ຮູບ ອົງການກະຈາຍສຽງພົນ​ລະ​ເຮືອນນາໆຊາດ ທີ່​ໄດ້ຮັບການ
ສະໜັບສະໜຸນ​ໂດຍລັດຖະບານ ​ໃຫ້​ດີ​ຂຶ້ນ​ເພື່ອ​ຕອບ​ໂຕ້​ຕໍ່​ການ​
ໂຄສະນາຊວນ​ເຊື່ອ​ ທີ່​ສະລັບຊັບຊ້ອນ ຈາກ​ປະ​ເທດຕ່າງໆເຊັ່ນ
ຣັດ​ເຊຍ ​ແລະ ກຸ່ມກໍ່​ການ​ຮ້າຍ​ ​ເຊັ່ນ ລັດ​ອິສລາມ.

ທ່ານ Ed Royce ປະທານ​ຄະນະ​ກຳມະການ​ດັ່ງກ່າວ ​ເປີດກອງ
ປະຊຸມເພື່ອອະພິປາຍ ດັດແກ້ ຫຼືຂຽນຄືນຮ່າງກົດໝາຍນີ້ ໂດຍ
​ກ່າວ​ວ່າ​ ກົດໝາຍປະຕິ​ຮູບການຕິດຕໍ່​ສື່ສານນາໆຊາດ ຂອງ
ສະຫະລັດ ສະບັບ​ປີ 2015 ຫຼື H.R. 2323 ​ແມ່ນ​ມີ​ຄວາມ​ຕ້ອງການ ​ທີ່​ຈະຮັບມືກັບ ການໃຊ້ “ຂໍ້​ມູນ​ໃຫ້​ເປັນ​ອາວຸດ” ເພື່ອ​ກະຈາຍ​ທິດ​ສະ​ດີການ​ວາງແຜນລັບ ​ແລະ ບ່ອນ​ທຳລາຍ ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ.

ທ່ານ Eliot Engel ສະມາຊິກຄົນສຳຄັນຂອງ​ພັກເດໂມ​ແຄຣັດ ໃນຄະນະກຳມະການ
ຈາກ​ລັດ​ນິວຢອກ ກ່າວ​ວ່າ ຮ່າງ​ກົດໝາຍ​ດັ່ງກ່າວ “ຈະ​ພາໃຫ້ມີການ​ປັບປຸງ​ໃໝ່ ທີ່​ມີ
ຄວາມ​ຈຳເປັນນັ້ນ”
​ດ້ວຍ​ການລວບ​ລວມ​ເອົາ​ອົງການ​ກະຈາຍ​ສຽງຕ່າງໆ ​ເຂົ້າກັນ ​ແລະ
ປັບປຸງ​ໃໝ່​ໂຄງ​ຮ່າງ​ການ​ບໍລິຫານ​ງານ​ ​ແລະ ກຳນົດຢ່າງ​ຈະ​ແຈ້ງກ່ຽວກັບບົດບາດ ຂອງ
ເຂົາເຈົ້າ.

​ໃນ​ປັດຈຸບັນ​ນີ້ ສະພາຜູ້ວ່າການກະຈາຍສຽງຂອງສະຫະລັດຫລື BBG ຊຶ່ງເປັນອົງການ
ອິດສະຫຼະ ຂອງລັດຖະບານກາງ ເປັນຜູ້ດູແລທົ່ວໄປ ຕາໜ່າງການກະຈາຍສຽງ ພົນລະເຮືອນ ຂອງລັດຖະບານສະຫະລັດ ທີ່ຮວມ ທັງສຽງອາເມຣິກາ ຫຼື VOA ວິທະຍຸຢູໂຣບເສລີ ວິທະຍຸ ອິດສະຫຼະພາບ ຕາໜ່າງອອກອາກາດພາກຕາເວັນອອກກາງ (ໂທລະພາບ alhurra ແລະ ວິທະຍຸ Sawar) ວິທະຍຸເອເຊຍເສລີ ແລະ ຫ້ອງການກະຈາຍສຽງ ຄິວບາ ທີ່ຮວມທັງ
ໂທລະພາບ ແລະ ວິທະຍຸ Marti.

ຜູ້ອຳນວຍການຂອງຕາໜ່າງເຫຼົ່ານັ້ນ ໃນເວລານີ້ແມ່ນລາຍງານໂຕຕໍ່ BBG ບ່ອນທີ່
ສະມາຊິກ ທີ່ເຮັດວຽກບໍ່ເຕັມເວລາ 9 ທ່ານ ພົບປະກັນ ໃນທຸກໆສອງເດືອນ. ເພື່ອປັບປຸງ
ໃນການເຮັດການຕັດສິນໃຈນັ້ນ ຮ່າງ ກົດໝາຍສະບັບນີ້ ຮຽກຮ້ອງໃຫ້ສ້າງຕັ້ງຄະນະນຳພາ ຂອງພະແນກການ ຢ່າງເຕັມເວລາຂຶ້ນ. ສ່ວນ BBG ຈະມີໜ້າທີ່ບົດບາດເປັນທີ່ປຶກສາ.

ຂັ້ນຕໍ່ໄປ ຮ່າງກົດໝາຍນີ້ ຈະຖືກສົ່ງໄປພິຈາລະນາໂດຍສະພາຕ່ຳ ຄົບຄະນະ ຖ້າຫາກມີ
ການຮັບຮອງເອົາ ຫລັງຈາກນັ້ນກໍຈະຖືກສົ່ງໄປຍັງ ສະພາສູງ.

BBG ກ່າວວ່າ ລາຍການຂອງຕົນ ທີ່ອອກອາກາດທັງໝົດ 61 ພາສາ ນັ້ນ ມີການຊັ່ງຊາວ່າ ມີຜູ້ຮັບຟັງ ແລະ ຊົມ 215 ລ້ານຄົນຢູ່ໃນ 100 ກວ່າປະເທດ.

XS
SM
MD
LG