ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະພາຕໍ່າ ສະຫະລັດ ເອົາບາດກ້າວທຳອິດ ເພື່ອຍົກເລີກ ປະກັນໄພສຸຂະພາບລາຄາຖືກ


ພວກປະທ້ວງ ທີ່ນະຄອນ Indianapolis ໃນລັດ Indiana ປະນາມປະກັນໄພສຸຂະພາບລາຄາຖືກຫຼື Obamacare.
ພວກປະທ້ວງ ທີ່ນະຄອນ Indianapolis ໃນລັດ Indiana ປະນາມປະກັນໄພສຸຂະພາບລາຄາຖືກຫຼື Obamacare.

ລັດຖະສະພາ​ສະຫະລັດ ​ໃຫ້ການ​ອະນຸມັດ​ຕໍ່​ບາດ​ກ້າວ​ທຳ​ອິດ​ໄປ​ສູ່່​ການຍົກ​ເລີກ​ປະກັນ​ໄພ​ສຸຂະພາບ​ຂອງປະທານາທິບໍດີ Barack Obama​.

ສະມາຊິກສະພາ​ຕໍ່າຂອງ​ພັກຣີພັບ​ບລິ​ກັນໄດ້​ລົງ​ຄະ​ແນນ​ສຽງ​ກ່ຽວ​ກັບ​ມາດ​ຕະການ​ງົບປະ ມານໂດຍແນະນຳ​ໃຫ້​ຄະນະ​ກຳມະການຕ່າງໆ ຮ່າງຮ່າງ​ກົດໝາຍ​ເພື່ອ​ທັບ​ມ້າງ ​ກົດໝາຍ ດັ່ງກ່າວ ພາຍ​ໃນ​ວັນ​ທີ 27 ເດືອນ​ມັງກອນນີ້.

ສະພາ​ສູງ​ໄດ້ໃຫ້ການ​ອະນຸມັດ​ຕໍ່​ມາດ​ຕະການ​ດຽວ​ກັນກ່ຽວ​ກັບ​ປະກັນ​ໄພ​ສຸຂະພາບ​ລາຄາ​ຖືກຊຶ່ງ​ເປັນ​ທີ່ຮູ້​ຈັກກັນ​ຢ່າງ​ກວ້າງຂວາງ​ໃນ​ຊື່ Obamacare ​ໃນ​ວັນ​ພະຫັດ​ກ່ອນ. ​ການລົງ ຄະ​ແນນ​ສຽງທັງ​ສອງ ແມ່ນ​ເປັນໄປຕາມພັກ​ຂອງ​ໃຜລາວ ໂດຍ​ທີ່​ພັກ​ເດໂມ​ແຄຣັດ ບໍ່ໃຫ້ ການສະໜັບສະໜູນ​ຕໍ່​ຂໍ້​ລິ​ເລີ້ມດັ່ງກ່າວ.

ພວກເຈົ້າໜ້າທີ່ ຊ່ວຍອະທິບາຍແກ່ບັນດາຜູ້ໂທລະສັບເຂົ້າມາຖາມ ກ່ຽວກັບປະກັນໄພສຸຂະພາບ.
ພວກເຈົ້າໜ້າທີ່ ຊ່ວຍອະທິບາຍແກ່ບັນດາຜູ້ໂທລະສັບເຂົ້າມາຖາມ ກ່ຽວກັບປະກັນໄພສຸຂະພາບ.

ມາດ​ຕະການ​ງົບປະມານ​ຍັງ​ປ້ອງ​ກັນບໍ່​ໃຫ້​ພັກ​ເດໂມ​ແຄຣັດຈາກ​ການ​ໃຊ້​ການ​ກ່າວ​ຄຳ​ປາ​ໄສ​ເພື່ອ​ຖ່ວງ​ເວລາ​ ຢູ່​ສະພາ​ສູງ​ເພື່ອ​ຍົກ​ເລີກ ​ແລະ​ທົດ​ແທນ Obamacare. ບາດ​ກ້າວ​ດັ່ງກ່າວ​ນີ້ ​ມີ​ຄວາມຈຳ​ເປັນສຳລັບ​ພັກຣີພັບບລິ​ກັນ ​ເພາະວ່າ ​ມັນ​ຈະ​ຕ້ອງການ 60 ​ສຽງ ຈຶ່ງຈະ​ຍຸຕິ​ການ​ກ່າວ​ຖະ​ແຫຼງ​ ເພື່ອ​ຖ່ວງເວລາ​ໃຫ້​ຊັກ​ຊ້າ ​ໃນ​ຂະນະ​ທີ່ີພັກຣີພັບ​ບລິ​ກັນ​ມີ​ ສຽງ​ສ່ວນ​ຫລາຍ ຢູ່​ໃນ​ສະພາ​ສູງ ພຽງ​ແຕ່ 52 ຕໍ່ 48.

ມາດ​ຕະການ​ດັ່ງກ່າວ​ບໍ່​ຕ້ອງການ​ລາຍ​ເຊັນ​ປະ​ທາ​ນາ​ທິບໍດີ Obama ​ເພາະວ່າມັນ​ເປັນ​ພາກສ່ວນ​ນຶ່ງ​ຂອງຂັ້ນຕອນ​ງົບປະມານພາຍໃນຂອງສະ​ພາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG