ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຫດລະເບີດແຕກ ຢູ່ໄທ ບັງ​ເອີນ ​ມີ​ຂຶ້ນກົງ​ກັບ ວັນຄົບຮອບ 3 ປີ ​ຂອງການປົກຄອງທະຫານ

ນາຍົກລັດຖະມົນຕີ ໄທ ທ່ານ Prayuth Chan-ocha ເຂົ້າຮ່ວມກອງປະຊຸມຖະແຫລງຂ່າວ ໃນຂະນະທີ່ ເປັນຂີດໝາຍ ວັນຄົບຮອບ 3 ປີ ​ໃນການກໍ່ລັດຖະປະຫານ
ເພື່ອ​ເຂົ້າຍຶດອຳນາດ ໂດຍບັນດາຜູ້ນຳທະຫານ, ໃນບາງກອກ ປະເທດໄທ, ວັນທີ 23 ພຶດສະພາ 2017.
ນາຍົກລັດຖະມົນຕີ ໄທ ທ່ານ Prayuth Chan-ocha ເຂົ້າຮ່ວມກອງປະຊຸມຖະແຫລງຂ່າວ ໃນຂະນະທີ່ ເປັນຂີດໝາຍ ວັນຄົບຮອບ 3 ປີ ​ໃນການກໍ່ລັດຖະປະຫານ ເພື່ອ​ເຂົ້າຍຶດອຳນາດ ໂດຍບັນດາຜູ້ນຳທະຫານ, ໃນບາງກອກ ປະເທດໄທ, ວັນທີ 23 ພຶດສະພາ 2017.

ເຫດລະເບີດແຕກ ຢູ່ທີ່ໂຮງໝໍ ຂອງ​ສູນ​ຝຶກທະຫານ ໃນ​ເຂດ​ໃຈກາງບາງກອກ ເມື່ອ
ສັບປະດານີ້ ບັງ​ເອີນ​ມີ​ຂຶ້ນພ້ອມ​ໆກັນ​ກັບວັນຄົບຮອບ 3 ປີ ​ໃນການກໍ່ລັດຖະປະຫານ
ເພື່ອ​ເຂົ້າຍຶດອຳນາດ ໂດຍພວກຜູ້ນຳທະຫານ ເມື່ອເດືອນພຶດສະພາ ປີ 2014.

ອະດີດນາຍົກລັດຖະມົນຕີ ທ່ານນາງ ຍິ່ງລັກ ຊິນນະວັດ, ກາງ, ຍ່າງຜ່ານພວກສະໜັບສະໜູນ ໃນຂະນະທີ່ ອອກມາຈາກສານສູງສຸດ ໃນບາງກອກ ປະເທດໄທ, ວັນອັງຄານ ທີ 19 ພຶດສະພາ 2015.
ອະດີດນາຍົກລັດຖະມົນຕີ ທ່ານນາງ ຍິ່ງລັກ ຊິນນະວັດ, ກາງ, ຍ່າງຜ່ານພວກສະໜັບສະໜູນ ໃນຂະນະທີ່ ອອກມາຈາກສານສູງສຸດ ໃນບາງກອກ ປະເທດໄທ, ວັນອັງຄານ ທີ 19 ພຶດສະພາ 2015.

ການກໍ່ລັດຖະປະຫານ ໃນປີ 2014 ໄດ້​ເຮັດ​ໃຫ້ການເດີນຂະບວນປະທ້ວງ ຢູ່ຕາມ
ຖະໜົນຫົນທາງ ເພື່ອຕໍ່ຕ້ານລັດຖະບານພົນລະເຮືອນ ທີ່ນຳພາໂດຍທ່ານນາງ
ຍິ່ງລັກ ຊິນນະວັດ ສິ້ນສຸດ​ລົງ ​ໂດຍ​ທີ່ລັດຖະບານທະຫານ ໄດ້ສັນຍາວ່າ ຈະຈັດໃຫ້
ມີການເລືອກຕັ້ງ ໄວກວ່າກຳນົດ.

ພວກນັກສືບສວນຂອງຕຳຫຼວດ ພວກທຳງານຊອກຫາຫລັກຖານ ຢູ່ທີ່ໂຮງໝໍ ພະມົງກຸດເກົ້້າ ທີ່ທະຫານເປັນເຈົ້າຂອງ ເປີດໃຫ້ບໍລິການພວກພົນລະເຮືອນນຳດ້ວຍ ຢູ່ໃນບາງກອກ ຫຼັງຈາກເຫດລະເບີດແຕກ ທີ່ໄດ້ເຮັດໃຫ້ຫຼາຍກວ່າ 20 ຄົນ ບາດເຈັບ, ວັນທີ 22 ພຶດສະພາ 2017.

ເຫດລະເບີດ​ໃນ​ມື້ວັນຈັນທີ່ຜ່ານມານີ້ ໄດ້ເກີດຂຶ້ນຢູ່ໃນຫ້ອງຕ້ອນຮັບຂອງໂຮງໝໍ
ທີ່ເຮັດໃຫ້ 25 ຄົນ ໄດ້ຮັບບາດເຈັບ ຊຶ່ງບາງສ່ວນ ​ແມ່ນ​ມີ​ອາການສາຫັດ ຈາກ
ສະເກັດລະເບີດ ແລະ ເສດແກ້ວແຕກ.

ເຫດລະເບີດດັ່ງກ່າວ ແມ່ນເປັນຄັ້ງທີ 3 ນັບຕັ້ງແຕ່ຕົ້ນເດືອນເມສາ ເປັນຕົ້ນມາ
ແລະ ມາເຖິງປັດຈຸບັນນີ້ ກໍຍັງບໍ່ມີຜູ້ໃດອອກມາອ້າງເອົາຄວາມຮັບຜິດຊອບ​ເທື່ອ ​
ໃນການໂຈມຕີນີ້.

ທ່ານ ປະນິທານ ວັດທະນະຍາກອນ ທີ່ປຶກສາດ້ານຄວາມໝັ້ນຄົງ ຂອງຮອງນາຍົກ
ລັດຖະມົນຕີ ປຣະວິດ ວົງສຸວັນ ໄດ້ກ່າວວ່າ ການສືບສວນສອບສວນຂອງຕຳຫຼວດ
ແມ່ນກຳລັງຄືບໜ້າໄປຢູ່ ດ້ວຍການນຳເອົາພາບບັນທຶກຂອງກ້ອງວົງຈອນປິດ ແລະ
ລາຍງານຂອງອົງການສືບລັບຕ່າງໆ ມາກວດກາເບິ່ງ.

ນັກຊ່ຽວຊານດ້ານນິຕິເວດ ນຳເອົາຫຼັກຖານຕ່າງໆ ໃນຂະນະທີ່ ພວກເຂົາເຈົ້າ ອອກມາຈາກສະຖານທີ່ເກີດລະເບີດແຕກ ຢູ່ໂຮງໝໍ ພະມົງກຸດເກົ້າ ໃນບາງກອກ ປະເທດໄທ, ວັນທີ 22 ພຶດສະພາ 2017.
ນັກຊ່ຽວຊານດ້ານນິຕິເວດ ນຳເອົາຫຼັກຖານຕ່າງໆ ໃນຂະນະທີ່ ພວກເຂົາເຈົ້າ ອອກມາຈາກສະຖານທີ່ເກີດລະເບີດແຕກ ຢູ່ໂຮງໝໍ ພະມົງກຸດເກົ້າ ໃນບາງກອກ ປະເທດໄທ, ວັນທີ 22 ພຶດສະພາ 2017.

ທ່ານ​ປະ​ນິທານ ກ່າວ​ຕໍ່​ວີ​ໂອ​ເອວ່າ “​ເຫດ​ຮ້າຍ​ດັ່ງກ່າວ​ນີ້ ອາດ​ກໍ່​ຂຶ້ນ​ໂດ​ຍບາງ​ກຸ່ມ
ທີ່​ຂ້ອນ​ຂ້າງ​ມີ​ປະສົບ​ພະ​ການ ຊຶ່ງ​ໃນ​ເວລາ​ນີ້ ພວກ​ເຈົ້າໜ້າ​ທີ່​ກຳລັງ​ເລີ້ມຊອກ​
ຫາກຸ່ມຮັບຜິດຊອບທີ່​ໜ້າ​ສົງໄສ​ ໃນ​ຈຳນວນ​ໜ້ອຍ​ລົງ ທີ່​ສາມາດ​ເຮັດ​ລະ​ເບີດ
ແບບ​ນີ້ ​ແລະ​ແນ​ເປົ້າການ​ໂຈມ​ຕີ​ໃສ່ ​ໂຮງໝໍ​ແບບ​ນີ້ ມັນ​ໄດ້​ຫລຸດ​ຈຳນວນ​ລົງ​
ເຫລືອ​ຢູ່​ພຽງບໍ່​ເທົ່າ​ໃດ​ກຸ່ມ ຢູ່​ໃນ​ປະ​ເທດ​ໄທ ທີ່​ສາມາດ​ເຮັດ​ແບບ​ນີ້​ໄດ້.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG