ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ປ. ໂອບາມາ ໄວ້ອາໄລ ໃຫ້ແກ່ວິລະຊົນ ທີ່ໄດ້ສະຫຼະຊີວິດ ເພື່ອປະເທດຊາດ


ໃນຄຳປາໄສປະຈຳສັບປະດາໃນວັນເສົາມື້ນີ້ ປະທານາທິບໍດີ
ສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້ໃຫ້ກຽດລະນຶກເຖິງວັນ
ໄວ້ອາໄລແກ່ທະຫານຜ່ານເສິກ ໂດຍສະແດງຄວາມຄຳນັບຕໍ່
ພວກຜູ້ຊາຍແລະແມ່ຍິງ ຢູ່ໃນເຄື່ອງແບບ ທີ່ໄດ້ສະຫລະຊີວິດ
ເຂົາເຈົ້າໃນການຮັບໃຊ້ປະເທດຊາດ.

ປະທານາທິບໍດີໂອບາມາ ຈະໃຊ້ວັນໄວ້ອາໄລ ໃຫ້ທະຫານຜ່ານເສິກຄັ້ງທຳອິດ ນັບແຕ່ສົງ ຄາມໃນອັຟການິສຖານສິ້ນສຸດລົງ ຢູ່ທີ່ສຸສານແຫ່ງຊາດອາຣ໌ລິງຕັນ ເພື່ອລະນຶກເຖິງຊາວ ອາເມຣິກັນຜູ້ຮັກຊາດ ຫລາຍກວ່າ 2,200 ຄົນ ທີ່ໄດ້ສະຫຼະຊີວິດຂອງພວກເຂົາເຈົ້າຢູ່ໃນ ບັນຫາຂັດແຍ້ງດັ່ງກ່າວ ຕະຫລອດທັງພວກທະຫານໆທັງຫລາຍ ທີ່ໄດ້ສະຫລະຊີວິດຂອງ ພວກເຂົາເຈົ້ານັ້ນ.

ປະທານາທິບໍດີໂອບາມາ ຮຽກຮ້ອງໃຫ້ຊາວອາເມຣິກັນທຸກໆຄົນ ໃຊ້ໂອກາດເວລາໃນວັນ ຈັນຈະມານີ້ໃຫ້ກຽດໄວ້ອາໄລໃນຄວາມຊົງຈຳແລະການເສຍສະຫຼະຂອງວິລະຊົນເຫຼົ່ານັ້ນ
ແລະສືບຕໍ່ມີຄວາມໝາຍໝັ້ນໃນຫຼັກການສິດເສລີພາບແລະປະເທດຊາດທີ່ພວກເຂົາເຈົ້າ
ໄດ້ຕໍ່ສູ້ໃຫ້ນັ້ນ.

WEEKLY ADDRESS: Honoring Our Fallen Heroes this Memorial Day

WASHINGTON, DC — In this week's address, the President commemorated Memorial Day by paying tribute to the men and women in uniform who have given their lives in service to our country.The President will spend the first Memorial Day since the end of the war in Afghanistan at Arlington Cemetery, remembering the more than 2,200 American patriots who gave their lives in that conflict, as well as all of our fallen soldiers.The President asked that all Americans spend Monday honoring the memory and sacrifice of those heroes, and remain committed to the cause of freedom and the country for which they fought.

XS
SM
MD
LG