ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໂຮງໄຟຟ້າ ຫົງສາ ສຳເລັດ ການກໍ່ສ້າງ ແລະ ຜະລິດ ໄຟຟ້າ ໄດ້ຢ່າງເຕັມທີ່


ພິທີເປີດ ໂຮງໄຟຟ້າ ຜະລິດດ້ວຍຖ່ານຫິນ ຫົງສາລິກໄນຕ໌
ພິທີເປີດ ໂຮງໄຟຟ້າ ຜະລິດດ້ວຍຖ່ານຫິນ ຫົງສາລິກໄນຕ໌

ການກໍ່ສ່າງໂຮງໄຟຟ່າຫົງສາສຳເລັດສົມບູນແລ້ວ ແລະ ຜະລິດ ພະລັງງານໄຟຟ້າໄດ້ 1,878 ເມກາວັດໂດຍໃນນີ້ກໍໄດ້ສົ່ງໄປຂາຍ ໃຫ້ ໄທ 1,473 ເມກາວັດເປັນໄລຍະເວລາ 25 ປີຕິດຕໍ່ກັນ.

ລິງໂດຍກົງ

ບໍລິສັດໄຟຟ້າຫົງສາຈຳກັດໄດ້ຈັດພິທີເປີດນຳໃຊ້ໂຮງໄຟຟ້າຫົງສາ ຊຶ່ງເປັນໂຮງໄຟຟ້າພະລັງ ງານຄວາມຮ້ອນແຫ່ງທຳອິດຂອງ ສປປ ລາວ ຢູ່ທີ່ເມືອງຫົງສາ ແຂວງໄຊຍະບູລີ ເມື່ອວັນທີ 9 ທັນວາ 2015 ນີ້ ໂດຍມີກຳລັງຕິດຕັ້ງລວມ 1,878 ເມກະວັດເຊິ່ງໃນນີ້ກໍແບ່ງເປັນ 1,473 ເມກາວັດທີ່ຈະຕ້ອງສົ່ງໄປຂາຍໃຫ້ການໄຟຟ້າຝ່າຍຜະລິດແຫ່ງປະເທດ ໄທ (EGAT) ເປັນເວ ລາ 25 ປີນັບຈາກປີ 2016 ຫາ 2041 ສ່ວນທີ່ເຫຼືອຈະຂາຍໃຫ້ກັບ ລັດວິສາຫະກິດໄຟຟ້າ ລາວ.

ໂຮງໄຟຟ້າຫົງສາເປັນການຮ່ວມທຶນຂອງ 3 ພາກສ່ວນກໍຄືລັດວິສາຫະກິດໄຟຟ້າລາວ, ກຸ່ມບໍລິ ສັດບ້ານປູ ແລະ ກູ່ມບໍລິສັດລາດບູລີ Holding ຈາກປະເທດໄທ ດ້ວຍສັດສ່ວນການຮ່ວມທຶນ 20 ເປີເຊັນ 40 ເປີເຊັນ ແລະ 40 ເປີເຊັນຕາມລຳດັບ ໂດຍໄດ້ນຳໃຊ້ເງິນລົງທຶນໄປໃນມູນຄ່າ ລວມ​ 3,710 ລ້ານໂດລາ ແລະ ຖືເປັນສ່ວນໜຶ່ງໃນບັນທຶກຄວາມເຂົ້າໃຈວ່າດ້ວຍການພັດທະ ນາພະລັງງານໄຟຟ້າ ລະຫວ່າງ ລາວ-ໄທ ເຊິ່ງລັດຖະບານ ໄທ ໄດ້ຕົກລົງຮັບຊື້ພະລັງງານໄຟ ຟ້າຈາກ ລາວ 7,000 ເມກະວັດເປັນເວລາ 25 ປີ ທັງກໍຍັງຖືເປັນສ່ວນໜຶ່ງໃນແຜນການພັດທະນາ ລາວ ເປັນຜູ້ສົ່ງອອກພະລັງງານໄຟຟ້າ ຫຼື ເປັນໝໍ້ໄຟ (Battery) ຂອງອາຊຽນອີກດ້ວຍ.

ໃນປະຈຸບັນນີ້ມີເຂື່ອນທີ່ຜະລິດກະແສໄຟຟ້າໃນ ລາວ ແລ້ວ 24 ໂຄງການກັບໂຮງໄຟຟ້າ 1 ແຫ່ງສ່ວນທີ່ກຳລັງຢູ່ໃນລະຫວ່າງດຳເນີນການກໍ່ສ້າງນັ້ນມີຢູ່ 38 ໂຄງການກັບອີກ 300 ກວ່າ ໂຄງການຢູ່ໃນຂັ້ນຂອງການສຶກສາສຳຫຼວດ ອອກແບບ ຫຼື ຫາເງິນທຶນທີ່ຈະນຳໃຊ້ໃນການກໍ່ ສ້າງໂດຍການສຶກສາ ທີ່ຜ່ານມາພົບວ່າການສ້າງເຂື່ອນໃນ ລາວ ຈະເຮັດໃຫ້ຜະລິດພະລັງງານ ໄຟຟ້າໄດ້ເຖິງ 30,000 ເມກະວັດ.

ທັງນີ້ໂດຍກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ວາງແຜນການທີ່ຈະເພີ່ມລະດັບຄວາມອາດສາ ມາດໃນການຜະລິດພະລັງງານໄຟຟຟ້າໃຫ້ເພີ່ມຂຶ້ນຈາກ 5,078 ເມກະວັດໃນປະຈຸບັນເປັນ 12,500 ເມກະວັດໃນປີ 2020 ເຊິ່ງການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ນັ້ນກໍຈະ ຕ້ອງດຳເນີນການກໍ່ສ້າງເຂື່ອນໃຫ້ໄດ້ເຖິງ 38 ໂຄງການດັ່ງກ່າວ.

ຍິ່ງໄປກວ່ານັ້ນທາງການ ໄທ ຍັງໄດ້ຕົກລົງທີ່ຈະນຳໃຊ້ແນວສາຍສົ່ງກະແສໄຟຟ້າໃນ ໄທ ເພື່ອ ເຊື່ອມຕໍ່ ແລະ ສົ່ງກະແສໄຟຟ້າຈາກ ລາວ ຜ່ານ ໄທ ໄປຍັງ ມາເລເຊຍ ແລະ ສິງກະໂປ ໃຫ້ໄດ້ ຢ່າງເປັນຮູບປະທຳພາຍໃຕ້ແຜນການ ASEAN Power Grid ອີກດ້ວຍຊຶ່ງຈະສົ່ງຜົນດີຕໍ່ ແຜນການທີ່ລັດຖະບານ ລາວ ຈະດຳເນີນການໃນທຸກວິທີທາງເພື່ອເປັນໝໍ້ໄຟຂອງອາຊຽນ ດ້ວຍການສົ່ງເສີມການລົງທຶນຈາກຕ່າງປະເທດໃຫ້ເຂົ້າມາລົງທຶນສ້າງເຂື່ອນໄຟຟ້າໃນ ລາວ ຢ່າງຕໍ່ເນື່ອງນັ້ນເອງ.

ກ່ອນໜ້ານີ້ທາງການຂອງທັງ 4 ປະເທດກໍໄດ້ມີການແຕ່ງຕັ້ງຄະນະປະຕິບັດງານຂຶ້ນມາຮັບຜິດ ຊອບໃນການຈັດທຳຂໍ້ຕົກລົງ ລະຫວ່າງກັນສຳເລັດສົມບູນແລ້ວ ໂດຍປະກອບມີເນື້ອໃນສຳ ຄັນ 4 ດ້ານດ້ວຍກັນກໍຄືດ້ານເທັກນິກ, ດ້ານພາສີອາກອນ, ດ້ານລະບຽບກົດໝາຍ ແລະ ດ້ານ ການບໍລິຫານທີ່ຈະຖືເປັນຫຼັກການປະຕິບັດຮ່ວມກັນຕໍ່ໄປ ທັງຍັງຈະເປັນຕົ້ນແບບໃຫ້ກັບການ ປະຕິບັດແຜນການຮ່ວມມືດ້ານພະລັງງານຂອງ ອາຊຽນ ຫຼື ASEAN Power Grid ອີກດ້ວຍ.

ນອກຈາກນັ້ນ ລັດຖະບານ ລາວ ຍັງໄດ້ວາງແຜນການພັດທະນາພະລັງງານໄຟຟ້າໃນຊ່ວງປີ 2016-2020 ທີ່ແນໃສ່ການຂະຫຍາຍໂຄງຂ່າຍສາຍສົ່ງກະແສໄຟຟ້າ ເພື່ອຕອບສະໜອງ ການຊົມໃຊ້ຂອງປະຊາຊົນໃຫ້ເພີ່ມຂຶ້ນຈາກ 80 ເປີເຊັນ ໃນປີ 2015 ເປັນ 90 ເປີເຊັນຂອງປະ ຊາກອນ ລາວ ທັງໝົດໃນປີ 2020 ໃຫ້ໄດ້ຢ່າງໜ້ອຍເປັນຮູບປະທຳອີກດ້ວຍ ດັ່ງທີ່ທ່ານ ຄຳມະ ນີ ອິນທິລາຍ ລັດຖະມົນຕີຊ່ວຍວ່າການກະຊວງພະລັງງານ ແລະ ບໍ່ແຮ່ ຢືນຢັນວ່າ.

“ຈຳນວນຄອບຄົງປະຊາຊົນ ລາວ ໄດ້ຊົມໃຊ້ໄຟຟ້າໃນປີ 2020 ຕ້ອງບັນລຸໄດ້ 90 ເປີເຊັນ ດັ່ງນັ້ນ ມັນຈຳເປັນທີ່ສຸດທີ່ພວກເຮົາຈະຕ້ອງໄດ້ມີການຂະຫຍາຍຕາໜ່່າງໄຟຟ້ານີ້ ອອກສູ່ ຊົນນະບົດທີ່ຢູ່ຫ່າງໄກຊອກຫຼີກ ເພື່ອໃຫ້ເຂົາເຈົ້າໄດ້ມີການຊົມໃຊ້, ໄດ້ຮູ້ຂ່າວ, ໄດ້ຮູ້ເຖິງ ການສຶກສາ, ໄດ້ຮູ້ເຖິງວຽກງານຮັກສາສຸຂະພາບ.”

ພ້ອມກັນນີ້ ທ່ານ ຄຳມະນີ ກໍຍັງໄດ້ສະແດງຄວາມໝັ້ນໃຈວ່າຈະສາມາດບັນລຸເປົ້າໝາຍດັ່ງ ກ່າວໄດ້ຢ່າງແນ່ນອນ ເພາະວ່າການຂະຫຍາຍໂຄງຂ່າຍສາຍສົ່ງກະແສໄຟຟ້າໃນປະຈຸບັນ ສາມາດຕອບສະໜອງການຊົມໃຊ້ຂອງປະຊາກອນ ລາວ ໄດ້ແລ້ວເຖິງ 88.15 ເປີເຊັນເຊິ່ງຄິດ ເປັນ 994,765 ຄອບຄົວ ສ່ວນການຊົມໃຊ້ໄຟຟ້າໃນຂັ້ນບານ ແລະ ຂັ້ນເມືອງນັ້ນກໍສາມາດ ປະຕິບັດໄດ້ແລ້ວ 84.58 ເປີເຊັນ ແລະ 100 ເປີເຊັນ ຕາມລຳດັບ.

XS
SM
MD
LG