ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ງາຊ້າງ ມູນຄ່າ 3 ລ້ານ 5 ແສນໂດລາ ຖືກຍຶດທີ່ ຮົງກົງ


ງາຊ້າງ ທີ່ນໍາເຂົ້າຜິດກົດໜາຍ ຖືກຄົ້ນພົບຢູ່ໃນເຮືອທີ່ເຂົ້າມາ ຮົງກົງ ບັນຈຸ ງາຊ້າງ ມີຄຸ່ນຄ່າເຖິງ 3 ລ້ານ 5 ແສນ ໂດລາ.
ງາຊ້າງ ທີ່ນໍາເຂົ້າຜິດກົດໜາຍ ຖືກຄົ້ນພົບຢູ່ໃນເຮືອທີ່ເຂົ້າມາ ຮົງກົງ ບັນຈຸ ງາຊ້າງ ມີຄຸ່ນຄ່າເຖິງ 3 ລ້ານ 5 ແສນ ໂດລາ.
ບັນດາ​ເຈົ້າ​ໜ້າ​ທີ່ ຮົງ​ກົງ ກ່າວວ່າ ​ເຂົາ​ເຈົ້າ ​ໄດ້​ຍຶດ​ເອົາງາ​ຊ້າງ
ທີ່​ຖືກ​ລັກລອບເຂົ້າ​ມາ ເກືອບ ສີ່ໂຕນ ຈາກ ອາ​ຟຣິກກາ.


​ໂຄ​ສົກ​ລັດຖະບານ​ກ່າວ​ວ່າ ງາ​ຊ້າງ ຕົກ​ເປັນ​ມູນ​ຄ່າ 3 ລ້ານ 5 ​ແສນ​ໂດ​ລາ ​ແລະ​ເຄື່ອງ​ເອ້​ປະກອບ​ຕ່າງໆ​ໄດ້​ພົບ​ເຫັນ ຊຸກ​ຊ້ອນ​ຢູ່​ນໍາ​ເຄື່ອງ​ທີ່​ສົ່ງ​ມາ​ຈາກ Tanzania ​ແລະ Kenya ​ໃນ​ຕົ້ນ​ອາທິດ​ແລ້ວ​ນີ້.

ບັນ​ດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ຍຶດ​ ​ສະ​ແດງ​ໃຫ້​ເຫັນເຖິງການ​ຈັບກຸ​ມ ຄັ້ງ​ໃຫຍ່​ທີ່​ສຸດ ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ ຮົງ​ກກົງ.

​ເຈົ້າ​ໜ້າ​ທີ່​ພາສີ​ຄົນ​ນຶ່ງກ່າວ​ວ່າ ສິນ​ຄ້າ​ຈໍານວນ​ນຶ່ງ ​ໄດ້​ຖືກ​ສົ່ງໄປ​ຍັງ​ຈີນ​ແຜ່ນ​ດີນ​ໃຫຍ່ ​ແລະ​ສ່ວນທີ່​ຍັງ​ເຫ​ລື​ອນັ້ນ ຈະ​ສົ່ງ​ໄປ​ຍັງ ຍີ່ປຸ່ນ ​ແລະ ​ໄຕ້​ຫວັນ.

​ມວນ​ຊົນ ສະຫະລັດ ​ແຫ​ລ່ງນຶ່ງກ່າວ​ວ່າ ຫຼາຍ​ຄົນ​ໄດ້​ຖືກ​ຈັບ ທີ່​ຈີນ ​ແລ​ະອີກ​ນຶ່ງ​ຄົນ ທີ່ ຮົງ​ກົງ. ບໍ່​ມີ​ລາຍ​ລະ​ອຽດ​ເພີ້​ມ​ເຕີມ​ອີກ.

ຮົງ​ກົງ ​ເຄີຍ​ເປັນຜູ້​ສົ່ງສິນຄ້າ​ອອກທີ່​ສໍາ​ຄັນ ​ແລະ​ຜະລິດ​ສິນຄ້າ​ງ່າ​ຊ້າງ ຈົນ​ຮອດ ການ​ຄ້າ​ງ່າ​ຊ້າງ ​ໄດ້ເປັນ​ທີ່​ຜິດ​ກົດໝາຍ​ໃນ​ປີ 1990.​

ການ​ຄອບ​ຄອງ​ຜະລິ​ດຕະພັນສັດ ອັນ​ທີ່ເປັນ​ທີ່​ຫວງ​ຫ້າມ ຢູ່​ໃນ​ຮົງ​ກົງ ຈະ​ຖືກ​ລົງ​ໂທດໃຊ້​ເວລາ​ຢູ່​ໃນ​ຄຸກ ​ແລະ​ຖືກ​ປັບ​ໃໝ​ຢ່າງ​ໜັກ.
XS
SM
MD
LG