ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນັກສຶກສາຮົງກົງ ນັດຢຸດຮຽນ ເພື່ອປະທ້ວງ ນະໂຍບາຍຂອງປັກກິ່ງ (ສະໄລດ໌/ວີດີໂອ)


ນັກ​ສຶກສາຫຼາຍພັນ​ຄົນ ຢູ່​ໃນ​ຮົງ​ກົງ ​ໄດ້​ເລີ້ມການ​ຂວ້ຳບາດ​ບໍ່​ເຂົ້າ
ຫ້ອງຮຽນ ​ເປັນ​ເວລານຶ່ງ​ອາທິດ ​ເພື່ອ​ປະ​ທ້ວງການຕັດສິນຂອງ​
ປັກ​ກິ່ງ​ ​ທີ່​ບໍ່​ອະນຸຍາດໃຫ້​ມີ​ການ​ເລືອກ​ຕັ້ງ​ແບບ​ປະຊາທິປະ​ໄຕ​
ໂດຍ​ເຕັມ ຢູ່​ໃນ​ ອານານິຄົມ​ເກົ່າຂອງ​ອັງກິດ​ແຫ່ງນັ້ນ.

ນັກ​ສຶກສາວິທະຍາ​ໄລ ​ແລະ ມະຫາວິທະຍາ​ໄລ ຈາກທົ່ວ​ດິນ​ແດນ
ດັ່ງກ່າວ ​ໄດ້ພາກັນຫ​ລັ່ງ​ໄຫລ​ເຂົ້າ​ໄປ​ໃນ ​ບໍລິ​ເວນ​ເດີ່ນມະຫາວິທະ
ຍາ​ໄລ​ຮົງ​ກົງ ​ໃນ​ຕອນ​ບ່າຍວັນ​ຈັນ​ມື້​ນີ້ ​ເພື່ອລິ​ເລີ້ມການຂວ້ຳບາດ
ດ້ວຍ​ການໂຮມ​ຊຸມນຸມ​ຂະ​ໜາດ​ໃຫຍ່.

ບັນດາ​ຜູ້​ຈັດ​ແຈງການ​ນັດ​ງົດ​ຮຽນ ມີ​ຄວາມ​ໂກດ​ແຄ້ນ​ນຳ​ການ
​ຕັດສິນ​ ຂອງ​ປັກ​ກິ່ງ ໃນ​ເດືອນ​ສິງຫາ​ຜ່ານ​ມາ ທີ່​ບໍ່​ໃຫ້ມີ​ການສະ​ເໜີ​ຊື່ຜູ້​ສະໝັກ​ເລືອກ​ຕັ້ງ​
ເປັນ​ຜູ້​ບໍລິຫານ​ຮົງ​ກົງ​ຢ່າງ​ເປີດ​ເຜີ​ຍ ​ແຕ່​ລະບຸ​ວ່າພວກ​ສະໝັກ ເລືອກ​ຕັ້ງ ຕ້ອງ​ຜ່ານ​ການ
ກວດ​ສອບ​ໂດຍ​ຄະນະ​ກຳມະ​ການ​ທີ່​ນິຍົມ​ປັກ​ກິ່ງ​.

ທ້າວ Hong Yuen ນັກ​ສຶກສາ​ມະຫາວິທະຍາ​ໄລຮົງ​ກົງ​ ​ເວົ້າວ່າ “ຂ້ອຍເຊື່ອວ່າ​
ໃນ​ວັນ​ທີ 31 ​ເດືອນ​ສິງຫາ ​ເວລາ​ສະພາ​ແຫ່ງ​ຊາດປະຊາຊົນ​ຈີນ ທຳ​ການຕັດສິນ
ດັ່ງກ່າວ ມັນ​ໄດ້​ທຳລາຍ​ຄວາມ​ຝັນ​ ຂອງ​ຊາວ​ຮົງ​ກົງຈຳນວນ​ນຶ່ງ ​ຜູ້​ທີ່​ໄດ້​ຕໍ່ສູ້​ຢ່າງ
​ໜັກ​ເພື່ອປະຊາທິປະ​ໄຕ ​ເປັນ​ເວລາ 30 ປີ ທີ່​ຜ່ານ​ມານັ້ນ.”

ນັກວິ​ເຄາະ​ທັງຫຼາຍ ກ່າວ​ວ່າ ​ເຂົາ​ເຈົ້າຄາດ​ວ່າ ການ​ຂວ້ຳບາດ​ໃນ​ຄັ້ງນີ້ ​ແມ່ນ​ຈະ​ມີ​ຜົນ​ໜ້ອຍ​ຫລາຍ ຫຼື ບໍ່​ມີ​ຜົນ​ກະທົບ​ແຕ່​ຢ່າງ​ໃດເລີຍ ຕໍ່​ການ​ຕັດສິນ​ຂອງ​ປັກ​ກິ່ງ.

HONG KONG POLITICS SOTVO
please wait

No media source currently available

0:00 0:01:17 0:00

XS
SM
MD
LG