ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຸ່ມນັກສຶກສາ ຮົງກົງ ທີ່ທຳການປະທ້ວງ ກຳລັງພິຈາລະນາ ຈະຖອນໂຕອອກ


ຜູ້ນຳ ກຸ່ມສະຫະພັນນັກສຶກສາຮົງກົງ ຫຼື Hong Kong Federation of Students ທ້າວ Alex Chow (ກາງ) ແລະ ຄະນະສະມາຊິກ ທ້າວ Nathan Law (ຊ້າຍ) ແລະ ທ້າວ Eason Chung.
ຜູ້ນຳ ກຸ່ມສະຫະພັນນັກສຶກສາຮົງກົງ ຫຼື Hong Kong Federation of Students ທ້າວ Alex Chow (ກາງ) ແລະ ຄະນະສະມາຊິກ ທ້າວ Nathan Law (ຊ້າຍ) ແລະ ທ້າວ Eason Chung.

ກຸ່ມຫຼັກກຸ່ມ​ໜຶ່ງ​ ທີ່​ຈັດ​ແຈງ​ການ​ປະ​ທ້ວງໃນ​ຮົງ​ກົງ ພວມ​ພິຈາ​ລະ​ນາ
​ຮຽກຮ້ອງ​ໃຫ້ ​ພວກ​ສະໜັບສະໜຸນ ​ຍົກຍ້າຍອອກ​ຈາກ​ຖະໜົນ​
ສາຍ​ຕ່າງໆ ຊຶ່ງ​ເປັນ​ຮ່ອງຮອຍຫຼ້າສຸດ ຂອງ​ການ​ເຄື່ອນ​ໄຫວ​
ປະ​ທ້ວງລະຍະ 2 ​ເດືອນ​ຜ່ານ​ມານັ້ນ ກຳລັງ​ຈະໝົດ​ລົມ​ຫາຍ​ໃຈ.

​ໂຄສົກ​ຍິງສຳ​ຫລັບ ສະຫະພັນ​ນັກ​ສຶກສາ​ຮົງ​ກົງ ທ່ານນາງ
Yvonne Leung ບອກກັບ​ລາຍການສະຖານີ​ວິທະຍຸ ​ໃນ​ວັນ
​ພະ​ຫັດ​ມື້​ນີ້ ວ່າ ກຸ່ມ​ດັ່ງກ່າວນັ້ນ ຈະ​ຕັດສິນ​ໃຈ ພາຍ​ໃນ​ອາທິດ​ໜຶ່ງ
ວ່າຈະ​ສືບ​ຕໍ່​ດຳ​ເນີນ​ການ​ປະ​ທ້ວງຫຼືບໍ່.

ອົງການ​ດັ່ງ​ການ​ນັ້ນ ​ເປັນ​ໜຶ່ງ​ໃນຫຼາຍໆອົງການ ທີ່​ມີ​ບົດບາດ​
ບາງ​ສ່ວນ​ອັນສຳຄັນ ໃນການເຊີນ​ຊວນ​ເອົາ​ຜູ້​ຄົນ ອອກ​ມາ​ປະ​ທ້ວງ​ ສຳ​ຫລັບ​ປະຊາທິປະ​ໄຕ ຊຶ່ງໃນລະດັບສູງ​ສຸດ​ຂອງ​ອົງການນັ້ນ ​ສາມາດ ດຶງ​ດູດ​ເອົາຫຼາຍໝື່ນ​ຄົນອອກ​ມາ​ໄດ້.

​ກຸ່ມສ່ວນ​ໜ້ອຍ​ໆ ​ແມ່ນ​ຍັງ​ຄົງຫຼົງ​ເຫຼືອຢູ່​ໃນ​ສອງ​ຈຸດ​ເທົ່າ​ນັ້ນ ກຸ່ມ​ໜຶ່ງ​ຕັນ​ທາງ​ສາຍ​ໜຶ່ງ
​ນອກ​ສຳນັກງານ​ລັດຖະບານ ​ແລະ ອີກ​ກຸ່ມ​ໜຶ່ງ​ ຕັນ​ທາງ​ອີກ​ສາຍ​ໜຶ່ງ ຢູ່​ໃນເຂດບ່ອນ
ຜູ້​ຄົນ​ນິຍົມ​ຊົມ​ຊອບ ພາກັນ​ໄປ​ຊື້​ເຄື່ອງ​ຂອງ​.​ ຢູ່​ທີ່​ຈຸດ​ທີສາມນັ້ນ ​ໄດ້​ຖືກ​ເຈົ້າໜ້າ​ທີ່​ຕຳຫລວດ ​ຍົກຍ້າຍ​ສິ່ງ​ກີດຂວາງ​ອອກ ​ໃນ​ອາທິດ​ແລ້ວ​ນີ້ ຊຶ່ງ​ໄດ້​ກໍ່​ໃຫ້​ເກີດ​ການ​ປະ​ທະ​ກັນຂຶ້ນນັ້ນ.

ສ່ວນ​ອີກກຸ່ມ​ໜຶ່ງ ທີ່​ມີ​ຊື່ວ່າ ຄຸ້ມ​ຄອງ​ໃຈກາງເມືອງ​ ຫຼື Occupy Central ​ໄດ້​ຮຽກຮ້ອງ​
ໃຫ້​ພວກ​ປະ​ທ້ວງ​ຍົກຍ້າຍ​ອອກໄປ​ແລ້ວ ຍ້ອນຄວາມ​ຮຸນ​ແຮງ​ ທີ່​ເກີດ​ຂຶ້ນເມື່ອ​ວັນ​ອາທິດ​
ຜ່ານມາ ພ້ອມ​ກັນ​ກັບ​ເຫດການ​ຕ່າງໆ ​ທີ່​ຜ່ານ​ມາ ຊຶ່ງໄດ້​ເຮັດ​ໃຫ້​ພວກ​ປະ​ທ້ວງ ​ແລະ ​
ເຈົ້າໜ້າ​ທີ່​ຕຳຫລວດ ​ໄດ້​ຮັບ​ບາດ​ເຈັບ.

HONG KONG PROTESTS UPD VO
please wait

No media source currently available

0:00 0:00:38 0:00

XS
SM
MD
LG