ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຕຳຫລວດຮົງກົງ ປະທະກັບ ພວກຂາຍເຄື່ອງ ຢູ່ຕາມຖະໜົນ


ຜູ້ປະທ້ວງຄົນໜຶ່ງ ພະຍາຍາມແກວ່ງ ກ້ອນດິນຈີ່ ໃສ່ຕຳຫລວດທີ່ ຄຸ້ມ Mong Kok ໃນຮົງກົງ.
ຜູ້ປະທ້ວງຄົນໜຶ່ງ ພະຍາຍາມແກວ່ງ ກ້ອນດິນຈີ່ ໃສ່ຕຳຫລວດທີ່ ຄຸ້ມ Mong Kok ໃນຮົງກົງ.

ຕຳຫລວດປາບ​ຈາລະ​ຈົນ ​ໃນ​ຮົງ​ກົງ ​ໄດ້​ຍິງ​ປືນເຕືອນ ​ຂື້ນ​ສູ່​ທ້ອງ
ຟ້າ​ ​ໃນ​ການປະ​ເຊີນ​ໜ້າ ກັບພວກ​ປະ​ທ້ວງ ​ທີ່​ມີຄວາມ​ໂກດ​ແຄ້ນ
ຢູ່ທີ່​ຄຸ້ມ Mong Kok ຊຶ່ງ​ເປັນ​ຄຸ້ມພວກຊົນ​ຊັ້ນ​ອອກ​ແຮງ​ງານ ​ໃນ​
ວັນ​ອັງຄານ​ມື້ນີ້.

ຄວາມ​ບໍ່​ສະຫງົບ​ໄດ້​ເລີ້ມ​ເກີດ​ຂື້ນ​ເວລາ​ຕຳຫຼວດ ພະຍາຍາ​ມ​ບໍ່​
ໃຫ້ພວກ​ ຂາຍອາຫານ​ແລະເຄື່ອງນຸ່ງ ທີ່​ບໍ່​ມີ​ໃບອະນຸຍາດ ​ຢູ່​ຕາມ​
ຖະໜົນ ຂາຍ​ເຄື່ອງ​ເຂົາ​ເຈົ້າ ລະຫວ່າງ​ເທດສະ​ການ​ສະຫລອງ​
ບຸນປີ​ໃໝ່​ຈີນ.

ສະ​ຖານະການ​ໄດ້ເກີດ​ຄວາມ​ວຸ້ນວາຍ​ຂຶ້ນ ​ເວລາ​ພວກ​ນັກ​ເຄື່ອນ​
ໄຫວປາກົດ​ໂຕ​ເພື່ອ​ປ້ອງກັນ​ພວກ​ຂາຍ​ເຄຶື່ອງຢູ່່​ຖະໜົນ. ພວກ​ປະ​ທ້ວງ​ກ່າວ​ວ່າ ​ການ​ຂາຍ​ເຄື່ອງ​ແມ່ນເປັນ​ປະ​ເພນີ ແລະສະ​ແດງ​ອອກ​ໃຫ້​ເຫັນເຖິງ ຄວາ​ມ​ເປັນ​ຫ່ວງ​ທີ່ປະ​ເພນີ​ທ້ອງ​ຖິ່ນຂອງຮົງ​ກົງກຳລັງ​ຫາຍສາບ​ສູນ​ໄປ ​ທ່າມກາງ​ການມີອິດທິພົນ​ເພີ້ມຂຶ້ນຂອງ​ຈີນ.

ພວກ​ປະ​ທ້ວງ​ພາກັນ​ແກວ່ງ​ກ້ອນ​ດີນ​ຈີ່ ກະ​ໂລ່ງ​ຂີ້​ເຫ​ຍື່ອ ແກ​ວ່ງແກ້ວ​ເປົ່າແລະ​ສິ່ງຂອງ
ຕ່າງໆໃສ່​ຕຳຫລວດແລະຢ່າງ​ນ້ອຍ​ປໍ້າ​ຕຳຫລວດຈາ ລະ​ຈອນ​ຄົນ​ໜຶ່ງລົງພື້ນ​ດິນ. ​ເຂົາ
ເຈົ້າ​ຍັງ​ໄດ້​ຈູດ​ໄຟ​ຢູ່ຫລາຍ​ແຫ່ງ​ຕາມ​ຖະໜົນ.

ຕຳຫລວດປາບປາມຈາລະຈົນຢືນຍາມ ໃນຂະນະທີ່ພວກປະທ້ວງ ພາກັນແກວ່ງກ້ອນຫີນ ແລະຈູດໄຟ ໃນ Hong Kong, ທີ. 9, ກຸມພາ 2016.
ຕຳຫລວດປາບປາມຈາລະຈົນຢືນຍາມ ໃນຂະນະທີ່ພວກປະທ້ວງ ພາກັນແກວ່ງກ້ອນຫີນ ແລະຈູດໄຟ ໃນ Hong Kong, ທີ. 9, ກຸມພາ 2016.

ລາຍ​ງານ​ຕ່າງໆແຈ້ງ​ວ່າ ມີ​ຜູ້​ຖືກ​ຈັບສາມຫາ 24 ຄົນ​ ໃນຄວາ​ມວຸ້ນ ວາຍດັ່ງກ່າວ ​ໃນ​ຂະ
ນະທີ່​ຢ່າງ​ນ້ອຍມີເຈົ້າ​ໜ້າ​ທີ່​ຕຳຫລວດ​ສາມຄົນ​ໄດ້​ຮັບ​ບາດ​ເຈັບ. ບັນດາ​ເຈົ້າໜ້າ​ທີ່​ໄດ້​ປິດ
ສະຖານີ​ລົດ​ໄຟ​ໃຕ້​ດິນ​ Mong Kok ​ເພື່ອອອກ​ມາດ​ຕະການເຕືອນ​ເພື່ອ​ເປັນ​ການລະມັດ
ລະວັງ.

ການ​ຕໍ່ສູ້ກັນ​ໃນ​ວັນ​ອັງຄານ​ມື້​ນີ້ ​ແມ່ນ​ຮ້າຍ​ແຮງ​ທີ່ສຸດ ຢູ່​ໃນຮົງ​ກົງ ນັບ​ແຕ່ປີ 2014 ເປັນຕົ້ນ
ມາ ເວລາ​ຕຳຫລວດ​ບັງຄັບ​ໃຫ້​ຍົກຍ້າຍພວກ​ນັກ​ເຄື່ອນ​ໄຫວ​ເພື່ອ​ປະຊາທິປະ​ໄຕ ​ທີ່​ໄດ້ເຂົ້າ
ຍຶດຄອງ​ ເຂດ​ໃຈກາງຮົງ​ກົງ ​ເປັນ​ເວລາ​ຫລາຍ​ອາທິດ ​ເພື່ອຮຽກຮ້ອງ​ໃຫ້​ມີ​ອິດສະຫຼະພາບ​
ທາງການ​ເມືອງເພີ້ມຂຶ້ນ ຈາກປັກ​ກິ່ງ.​

HONG KONG Protest
please wait
Embed

No media source currently available

0:00 0:01:00 0:00

XS
SM
MD
LG