ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກປະທ້ວງ ທີ່ຮົງກົງ ສ່ວນນຶ່ງ ພາກັນໜີ ອອກຈາກ ບ່ອນປະທ້ວງໄປແລ້ວ


Smaller Groups of Hong Kong Protesters Vow to Carry On
please wait

No media source currently available

0:00 0:02:14 0:00

ເບິ່ງວີດີໂອ ກ່ຽວກັບຂ່າວນີ້

ພວກ​ລັດຖະກອນ​ພົນລະ​ເຮືອ​ຮົງ​ກົງ ກັບ​ຄືນ​ໄປ​ເຮັດ​ວຽກ​ທີ່​
ສຳນັກງານໃຫຍ່​ຂອງ​ລັດຖະບານ​ຮົງ​ກົງ​ໃນ​ວັນ​ຈັນ​ມື້​ນີ້ ຂະ
ນະ​ທີ່​ການ​ປະ​ທ້ວງ​ຂອງພວກ​ຫົວນິຍົມ​ປະຊາທິປະ​ໄຕ ​ທີ່​
ເຮັດ​ໃຫ້​ຂົງ​ເຂດ​ຕົກ​ຢູ່​ໃນ​ສະພາບ​ເປ້ຍ​ລ່ອຍ​ມາອາທິດ​ປາຍ​
ນັ້ນ ລົດ​ລົງ.

ພວກ​ພະນັກງານ​ໄດ້​ຮັບ​ອະນຸຍາດ ​ໃຫ້​ຜ່ານ​ເຄື່ອງ​ກີດ​ກັນຖະ​ໜົນຫົນທາງ ​ຂອງ​ພວກ​ປະ​ທ້ວງ​ເຂົ້າ​ໄປ ​ໂດຍ​ບໍ່​ຖືກ​ຢຸດ.

ທ່ານ Tim Fung ຊຶ່ງ​ເປັນ​ລັດຖະກອນ​ຄົນ​ນຶ່ງ​ກ່າວ​ວ່າ:

“ຂ້າພະ​ເຈົ້ານັບຖື​ສິດທິ​ຂອງ​ພວກ​ປະ​ທ້ວງ ໃນ​ການສະ​ແດງ​ອອກ​ຄວາມ​ຄິດ​
ຄວາມ​ເຫັນຂອງ​ພວກ​ເຂົາ​ເຈົ້າ ​ແຕ່​ພວກ​ເຂົາ​ເຈົ້າກໍຈະ​ຕ້ອງ​ເຄົາລົບ​ນັບຖື​ສິດທິ
ຂອງ​ພວກ​ເຮົາ ກໍ​ຄືກັນ ​ໃນ​ການກັບ​ຄືນ​ໄປ​ເຮັດ​ວຽກ ຢູ່​ໂຮງການ​ຂອງພວກ​ເຮົາ.”

ຈຳນວນ​ພວກ​ປະ​ທ້ວງ​ໄດ້​ລົດ​ລົງ​ຢ່າງ​ຫຼວງ​ຫຼາຍ​ໃນ​ຄືນ​ຜ່ານ​ມາ ​ເຫຼືອພຽງຫຼາຍ​ຮ້ອຍ​ຄົນ.
​ໃນ​ອາທິດ​ຜ່ານ​ມາ​ນີ້ ພວກ​ປະ​ທ້ວງ​ຫຼາຍ​ໝື່ຄົນ​ໄດ້​ພາກັນ​ໄປ​ອັ່ງ​ອໍ​ເຕັມຖະໜົນ​ຫົນທາງ​
ສາຍ​ຕ່າງໆ ບ່ອນ​ທີ່ໄດ້​ເກີດການ​ປະ​ທະ​ກັນກັບ​ພວກ​ຕຳຫຼວດ​ ​ຫຼາຍ​ບັ້ນ.

ທາງ​ການ​ຮົງ​ກົງ ​ໄດ້​ປະກາດເອົາ​ວັນ​ຈັນ​ມື້​ນີ້ເປັນ​ວັນເສັ້ນ​ຕາຍ ໃຫ້​ພວກປະ​ທ້ວງ​ອອກ​ໄປ​ຈາກຖະໜົນ​ຫົນທາງ ​ເພື່ອ​ໃຫ້​ບັນດາ​ທຸລະ​ກິດ ​ໂຮງຮຽນ ​ແລະຫ້ອງການຕ່າງໆ​ຂອງ​ລັດ
ຖະບານ​ ສາມາດ​ເປີດເຮັດ​ວຽກ​ຄືນ​ໄດ້.

​ໃນ​ວັນ​ອາທິດ​ວານ​ນີ້ ພວກ​ປະ​ທ້ວງ​ນິຍົມ​ປະຊາທິປະ​ໄຕ ​ໄດ້​ພາກັນ​ຍົກຍ້າຍ​ເຄື່ອງ​ກີດ
ຂວາງຖະ​ໜົນ ຕັນທາງ​ເຂົ້າ​ຫາ​ສຳນັກງານ​ໃຫຍ່​ຂອງ​ລັດຖະບານ​ໃນ​ໃຈການ​ເມືອງ​ຮົງ​ກົງ ອອກ ແລະພາກັນ​ອອກ​ຈາກ​ເຂດ​ນັ້ນໄປ. ​ແຕ່ພວກ​ປະ​ທ້ວງ​ປາກົດ​ວ່າ ​ມີ​ການແຕກ​ແຍກ​ກັນ ​ແລະ​ມີ​ບາງ​ຄົນ​ປະຕິຍານ​ວ່າ ​ຈະບໍ່​ຍອມ​ໜີ​ໄປ​ໃສ.

ບັນດາ​ຜູ້ນຳ​ການ​ປະ​ທ້ວງຂອງນັກ​ສຶກສາ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ທຳ​ການ​ໂອ້​ລົມ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ​ມາຫຼາຍ​ເທື່ອ ກ່ຽວ​ກັບຄວາມ​ເປັນ​ໄປ​ໄດ້ ​ໃນ​ການ​ໂອ້​ລົມ​ສົນທະນາ​ກັນ​ຢ່າງ​ເປັນ​ທາງ​ການ​ ກັບ​ທ່ານ Carrie Lam ຫົວໜ້າ​ກອງ​ເລຂາ​ລັດຖະບານ​ຮົງ​ກົງ ທີ່​ໄດ້​ຖືກ​ແຕ່ງ​ຕັ້ງ ໂດຍ​ທ່ານ Leung Chun-ying ຫົວ​ໜ້າ​ບໍລິຫານ​ຮົງ​ກົງ ​ໃຫ້​ເລີ້ມ​ທຳ​ການ​ເຈລະຈາ ​ກັບ​ພວກ​ນັກ​ສຶກສາ.

XS
SM
MD
LG