ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພວກ​ປະ​ທ້ວງ ຊາວຮົງກົງ ​ຂັດ​ຂືນຕໍ່ ​ຄຳ​ຮຽກຮ້ອງ ຂອງ ລັດຖະບານ


ທີ່​ຮົງ​ກົງ ພວກ​ປະ​ທ້ວງຫລາຍ​ພັນ​ຄົນ ພາກັນ​ຂັດ​ຂືນຕໍ່​ຄຳ​ຮຽກ
ຮ້ອງຂອງ​ລັດຖະບານ ທີ່ໃຫ້​ເຂົາ​ເຈົ້າໜີ​ອອກ​ຈາກ​ຖະໜົນ​ຫົນ
ທາງ ເພື່ອປ່ອຍໃຫ້ການບໍລິການ​ຂົນ​ສົ່ງມວນ​ຊົນ ​ໄດ້​ດຳ​ເນີນ​ໄປ​
ເປັນ​ປົກກະຕິ​.

​ໃນ​ຄຳ​ຖ​ະແຫລ​ງສະບັບ​ນຶ່ງ ​ອອກ​ໃນ​ວັນ​ຈັນ​ມື້​ນີ້ ລັດຖະບານ​ໄດ້
​ຮຽກຮ້ອງ​ໃຫ້​ພວກ​ປະ​ທ້ວງ ອອກ​ໄປ​ຈາກ​ບໍລິ​ເວນ​ປະ​ທ້ວງ​ຢ່າງ
​ສັນຕິ. ຄຳຖະ​ແຫ​ລງຍັງ​ເວົ້າ​ວ່າ ທາງ​ການ​ຮົງ​ກົງ ​ກຳ​ລັງ​ຖອນຕຳ
ຫລວດ​ປາບຈະລາຈົນ ອອກ​ໄປ​ຈາກ​ຖະໜົນຫົນທາງໃນ​ເມືອງ ​
ເພາະ​ປາກົດ​ວ່າການ​ປະ​ທ້ວງ​ນິຍົມ​ປະຊາທິປະ​ໄຕ ​ໄດ້​ສະຫງົບ​ລົງ
​ແດ່​ແລ້ວ.

ຢ່າງ​ໃດ​ກໍ​ຕາມ ຫລາຍ​ຊົ່ວ​ໂມງຕໍ່​ມາ ກໍ​ຍັງ​ເຫັນ​ພວກ​ປະ​ທ້ວງ​ຢູ່ເຕັມຖະໜົນ​ ຕັນ​ສີ່​ແຍກ​ທີ່​ສຳຄັນ​ຕ່າງໆ. ຮ້ານ​ຄ້າ​ຫຼາຍໆ​ແຫ່ງ​ໄດ້ອັດຮ້ານເຂົາ​ເຈົ້າ ​ໃນວັນຈັນມື້​ນີ້.

​ໃນການ​ປະ​ທະ​ກັນ​ມື້​ຄືນ​ວານ​ນີ້ ​ຕຳຫລວດ​ໃນຊຸດ​ປາບ​ຈະລາຈົນ ​ໄດ້ໃຊ້ສະ​ເປພິກ​ໄ​ທ ​ກັບ
​ແກ໊ສນ້ຳຕາ ​ແລະ​ໄມ້ຄ້ອນ ​ບຸກ​ພວກ​ປະ​ທ້ວງ ​ເພື່ອໃຫ້​ເຂົາ​ເຈົ້າສະຫຼາຍຕົວ ໃນ​ຂະນະ​ທີ່
ຄວາມ​ວຸ້ນວາຍ​ທີ່​ເກີດ​ຂຶ້ນ​ ໃນ​ຊ່ວງ​ທ້າຍ​ອາທິດ​ ​ແຜ່​ລາມ​ອອກ​ໄປ. ມີ​ຫລາຍ​ຄົນ​ໄດ້​ຮັບ​
ບາດ​ເຈັບ​ໃນ​ການ​ປະ​ທະ​ກັນ.

hongkongprotests29september14
please wait

No media source currently available

0:00 0:02:08 0:00

ພວກ​ປະ​ທ້ວງຈຳນວນຫລວງຫຼາຍ ຍັງ​ສືບ​ຕໍ່ທຳການ​ປະ​ທ້ວງ ຢູ່​ອ້ອມ​ແອ້ມສຳນັກງານໃຫຍ່​ ຂອງ​ລັດຖະບານ​ຮົງ​ກົງ​ ​ໂດຍ​ບໍ່ເອົາ​ຫົວຊາ​ນຳ ຄຳ​ເຕືອນ​ຈາກ​ນັກ​ສຶກສາ ​ແລະ ບັນດາຜູ້ນຳ​ປະທ້ວງ​ເພື່ອ​ປະຊາທິປະ​ໄຕ ​ໃຫ້​ຖອຍກັບ​ຄືນ ​ເພາະ​ຢ້ານວ່າ​ ຕຳຫລວດ​ອາດ​ຈະ​ຍິງລູກປືນ​ຢາງ​ໃສ່​.

​ການ​ປະ​ທະ​ກັນ​ເມື່ອ​ວັນ​ອາທິດ​ວານ​ນີ້ ​ເກືດຂຶ້ນບໍ່​ດົນຫຼັງຈາກ ຫົວ​ໜ້າ ບໍລິຫານ​ຮົງ​ກົງ
ທ່ານ Leung Chun-ying ​ໄດ້​ກ່າວ​ວ່າ ລັດຖະບານ​ ຈະ​ເປີດ​ການ​ໂອ້​ລົມ​ສົນທະນາ​ກັນ​
ຮອບ​ໃໝ່ ​ກ່ຽວ​ກັບ​ການ​ປະຕິ​ຮູບ ລະບົບການເລືອກ​ຕັ້ງ​ນັ້ນ. ​ແຕ່ທ່ານບໍ່​ໄດ້ແຈ້ງ​ວັນ​ເວລາ​
ໃຫ້​ຊາບ​ກ່ຽວ​ກັບວ່າ ການ​ສົນທະນາ​ກັນ​ຮອບ​ໃໝ່ ຈະ​ມີ​ຂຶ້ນຍາມ​ໃດ​.

ພວກ​ປະ​ທ້ວງ​ແມ່ນ​ເປັນ​ສ່ວນ​ນຶ່ງ​ຂອງຂະ​ບວນການ​ຂັດ​ຂືນ​ແລະ​ປະ​ທ້ວງ​ຢ່າງສະຫງົບ​ຂອງ
ມະຫາຊົນ ເພື່ອ​ຮຽກຮ້ອງບໍ່​ໃຫ້ ປັກ​ກິ່​ງແຊກ​ແຊງເຂົ້າ​ໃນ​ການ​ເມືອງ​ຢູ່​ໃນ​ອະດີດ​ອານາ​ນິຄົມ ​ອັງກິດ ​ແຫ່ງ​ນັ້ນ.

XS
SM
MD
LG