ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕຳຫລວດ ທັບມ້າງ ເຄຶ່ອງກີດຂວາງ ຢູ່ບ່ອນປະທ້ວງ ໃນຖະໜົນ ເມືອງຮົງກົງ


ພວກປະທ້ວງ ພາກັນຢືນ ຢູ່ບ່ອນກີດຂວາງ ຢູ່ຖະໜົນ ໃນຮົງກົງ
ພວກປະທ້ວງ ພາກັນຢືນ ຢູ່ບ່ອນກີດຂວາງ ຢູ່ຖະໜົນ ໃນຮົງກົງ

ຕຳຫລວດຮົງ​ກົງ ໄດ້ໃຊ້​ເລື່ອຍ​ຈັກ ​ແລະ​ຄ້ອນ​ຕີ​ໃຫຍ່ ​ໃນ​ວັນ​
ອັງຄານ​ມື້​ນີ້ ​ເພື່ອ​ທັບ​ມ້າ​ງ​ແລະຍົກຍ້າຍ​ເຄຶ່ອງກີດຂວາງ ອອກ
​ຈາກຖະໜົນສາຍ​ສຳຄັນ ຢູ່​ໃນ​ເຂດ​ທຸລະ​ກິດ​ການຄ້າ ບ່ອນ​ທີ່​
ພວກ​ປະ​ທ້ວງ​ພາກັນ​ຕັ້ງ​ຄ້າຍມາ​ເປັນ​ເວລາ​ກວ່າສອງ​ອາທິດ
​ເພື່ອ​ຮຽກຮ້ອງ​ໃຫ້ ລັດຖະບາ​ນປະຕິ​ຮູບ​ການ​ເມືອງ.

ຕຳຫລວດ​ຫລາຍ​ຮ້ອຍ​ຄົນ ຈຳນວນ​ນຶ່ງ​ນຸ່ງ​ເຄຶ່ອງປາບ​ຈາລະ​ຈົນ
​ໄດ້​ພາກັນ​ດືງປ້າຍ​ພວກ​ສະໜັບສະໜູນ​ປະຊາທິປ​ະ​ໄຕລົງ ມ້າງ​
ຜາມ ​ແລະຕູບ​ທີ່​ເຂົາ​ເຈົ້າ​ໄດ້​ປຸກ​ຂຶ້ນ​ເພື່ອາ​ໄສ​ຢູ່​ຊົ່ວຄາວ​ ຢູ່​ຕາມ​
ຖະໜົນ Queensway ​ໃນ​ເຂດ Admiralty ​ຢູ່ໃຈກາງ​ເມືອງ​ຮົງ​ກົງ.

ຝູງຊົນ​ປະ​ທ້ວງ ຈຳນວນ​ນຶ່ງ​ພາກັນ​ຮ້ອງ​ໄຫ້ ​ແລກປ່ຽນ​ການ​ໂຕ້​ຖຽງກັນ​ກັບ​ຕຳ ຫລວດ ​ແຕ່
​ກໍບໍ່​ໄດ້​ພະຍາຍາມ​ຢຸດ​ການ​ປະຕິບັດ​ງານຂ​ອງ​ເຂົາ​ເຈົ້າ ຊຶ່ງ​ເປັນ​ມື້​ທີ່​ສອງ​ທີ່​ຕຳຫລວດ​ໄດ້
ພະຍາຍາມ ກວດ​ລ້າງ​ບ່ອນ​ປະ​ທ້ວງ ທີ່​ພວກ​ເຈົ້າ​ໜ້າ​ທີ່ຖື​ວ່າຜິດ​ກົດໝາຍ.

ຕົກ​ມາ​ເຖິງ​ຕອນ​ທ່ຽງ​ຂອງ​ວັນ​ອັງຄານ ຖະໜົນ QueeືnSway ​ຢ່າງ​ໜ້ອຍໄດ້​ເປີດ​ສ່ວນ​ນຶ່ງ​ແລະມີການ​ຈາລະ​ຈອນ​ ​ເປັນ​ຄັ້ງ​ທຳ​ອິດ​ໃນ​ສອງ​ອາທິດ ​ໃນ​ຂະ​ນະ​ທີ່​ຕຳຫລວດ​ຢືນ​ລຽນ
​ແຖວ​ຍາມ ເພື່ອປ້ອງ​ກັນບໍ່​ໃຫ້​ພວກປະ​ທ້ວງ ກັບ​ຄືນໄປ​ຢູ່ໃນ​ເຂດ​ດັ່ງກ່າວນັ້ນ​ອີກ.

HONG KONG PROTESTS CNPK
please wait

No media source currently available

0:00 0:02:11 0:00

XS
SM
MD
LG